ປ. ທຣໍາ ສັນລະເສີນ ອີຣັກ ທີ່ໄດ້ປົດປ່ອຍ ເມືອງ Mosul ຈາກ ກຸ່ມລັດອິສລາມ

ຊາວອີຣັກ ພາກັນສະຫລອງ ດ້ວຍການຖືທຸງຊາດໃຫຍ່ ຢູ່ທີ່ຈະຕຸລັດ Tahrir ໃນນະຄອນ Baghdad ປະເທດ Iraq ວັນທີ 10 ກໍລະກົດ 2017.

ປະທານາທິບໍດີ ດໍ​ໂນ​ລ ທຣໍາ ​ໃນ​ວັນ​ຈັນ​ວານ​ນີ້ ​ໄດ້​ສັນລະ​ເສີນອີຣັກ ພ້ອມ ນາຍົກລັດ
ຖະມົນຕີ ​ແລະ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ໃນ​ການ​ປົດ​ປ່ອຍ​ເມືອງ Mosul ຈາກ​ລັດ​
ອິສລາມ.

ຢູ່​ໃນຖະ​ແຫລ​ງການ​ຂອງ​ທຳນຽບຂາວ ປະທານາທິບໍດີ​ທຣໍາ ກ່າວ​ວ່າ ​ໄຊຊະ ນະ​ຕໍ່ກຸ່ມ
ຫົວ​ຮຸນ​ແຮງ​ທີ່​ເມືອງ Mosul “​ເປັນສັນຍານ​ວ່າ ວັນ​ເວລາ​ຂອງ​ພວກ ​ເຂົາຢູ່​ໃນ​ອີຣັກ​
ແລະ​ຊີ​ເຣຍ ແມ່ນ​ໃກ້​ຈະ​ໝົດ​ລົງ​ແລ້ວ.” ທ່ານ​ໄດ້​ໃຫ້​ຄຳ​ໜັ້ນສັນຍາຕື່ມ​ວ່າ ​“​ຈະ​ສືບ​ຕໍ່
ຊອກຫາ​ທາງ​ທຳລາຍ​ກຸ່ມ ISIS ​ໃຫ້​ສິ້ນຊາກ” ​ໂດຍ​ການ​ໃຊ້​ຊື່​ຫຍໍ້​ຂອງ​ລັດ​ອິສລາມ.

ປະທານາທິບໍດີ​ສະຫະລັດ ​ໄດ້​ສະ​ແດງຄວາມໂສກ​ເສົ້າ​ຕໍ່​ຊາວ​ອີຣັກຫລາຍ​ພັນ​ຄົນທີ່​
ໄດ້​ຮັບ​ຄວາມທຸກ​ທໍລະມານ​ແລະເສຍ​ຊີວິດ​ຢູ່​ໃນ​ກຳມື​ຂອງກຸ່ມ​ລັດ​ອິສລາມພ້ອມ ດ້ວຍ
“ການ​ສູນ​ເສຍພວກນັກ​ລົບທີ່​ອົງ​ອາດ​ກ້າຫານ ​ແລະພວກ​ນັກ​ລົບ Pesh-merga ຂອງ​
ຊາວເຄີ​ດ ​ທີ່​ໄດ້​ສະຫລະ​ຊີວິດ​ຂອງ​ພວກ​ເຂົາ​ເຈົ້າ.”

ນາຍົກລັດຖະມົນຕີ Heider al-Abadi ​ໄດ້​ປະກາດ ໄຊຊະນະຢ່າງ​ເປັນ​ທາງ​ການ​ ໃນ​
ວັນ​ຈັນ​ວານ​ນີ້ ຢູ່​ໃນເມືອງທີ່ກຸ່ມ​ຫົວ​ຮຸນ​ແຮງ ​ໄດ້​ປະກາດ​ໃຫ້​ເປັນ​ເມືອງ​ຫລວງຂອງ​ກຸ່ມ​
ລັດ​ອິສລາມ​ຫຼື caliphate ​ໃນ​ອີຣັກ.

​ໃນ​ຄຳ​ປາ​ໄສ ຈາກ​ເຂດ​ເມືອງ​ເກົ່າ ຂອງ​ເມືອງ Mosul ທີ່​ອອກ​ອາກາດ​ທາງ​ໂທລະພາບ​ຂອງລັດຖະບານ ທ່ານ Abadi ກ່າວ​ວ່າ ການ​ຊະນະ​ໃນ​ມື້ນີ້ ​ແມ່ນ​ເປັນ​ໄຊຊະນະ​ ຕໍ່​ການ​
ກົດ​ຂີ່ ຄວາມ​ໂຫດຮ້າຍທາ​ລຸນ ​ແລະ​ການກໍ່​ການ​ຮ້າຍ.

ນາຍົກລັດຖະມົນຕີອີຣັກ ທ່ານ Haider al-Abadi, ກາງ, ປົກຄຸມດ້ວຍທຸງຊາດ ເວລາທ່ານມາເຖິງເມືອງ Mosul ວັນທີ 9 ກໍລະກົດ 2017.

​ທ່ານ​ກ່າວ​ວ່າ “ຂ້າພະເຈົ້າ​ໄດ້ປະກາດຢູ່ໃນເມືອງ Mosul ຈາກເມືອງ Mosul ​ໄປ​ເຖິງ
ປະຊາຊົນທັງໝົດເຖິງ ກ່ຽວ​ກັບຄວາມລົ້ມແຫລວ ແລະການ​ພັງ​ທະລາ​ຍລົງ​ຂອງ​ກຸ່ມກໍ່
ການຮ້າຍລັດອິສລສາມ.”

ທ່ານ Abadi ກ່າວວ່າ ອີຣັກຍັງປະເຊີນໜ້າກັບການທ້າທາຍ ຮວມທັງທຳລາຍກຸ່ມກໍ່
ການຮ້າຍລັດອິສລາມ ທີ່ຍັງມີຢູ່ໃນປະເທດພວກ​ເຮົາ ແລະການສ້າງສະຖຽນ ລະພາບ​ໃຫ້ແກ່ປະເທດຊາດທັງໝົດ.

ຄວັນໄຟ ພູ້ງຂຶ້ນຈາກການປະທະກັນ ທີ່ເມືອງເກົ່າ Mosul ວັນທີ 10, 2017.

ກອງທັບສະຫະລັດຍິນດີກັບຄຳຖະແຫລງຂອງທ່ານ Abadi ແຕ່ກໍກ່າວວ່າ ຍັງມີຫລາຍ
ເຂດຂອງເມືອງເກົ່າ Mosul ທີ່ຈະຕ້ອງໄດ້ເກັບກູ້ລະເບີດແລະອາດເປັນ ໄປໄດ້ ທີ່ຍັງ​ມີພວກນັກລົບກຸ່ມ​ລັດ​ອິສລາມ ລີ້ຊ່ອນຢູ່ທີ່ນັ້ນ.

ຊາກສົບຂອງພວກນັກລົບອິສລາມ ຢູ່ທີບ່ອນຫັກພັງເມືອງເກົ່າ Mosul.

ບໍ່​ເທົ່າ​ໃດຊົ່ວໂມງ ກ່ອນຄຳປາໄສຂອງທ່ານ Abadi ບັນດາຜູ້ເຫັນເຫດການໄດ້ ລາຍ
ງານວ່າ ຍັງມີການສູ້ລົບກັນ​ຢ່າງໜັກດຳເນີນຢູ່ ໃນຫລາຍໆ​ເຂດຂອງເມືອງ Mosul.

ນັກໂທດອີຣັກ ທີສົງໄສເປັນຫົວຮຸນແຮງລັດອິສລາມ ຖືກກັກຂັງໄວ້ ກ່ອນນຳສົ່ງໃຫ້ເຈົ້າໜ້າທີ່.

ນາຍພົນສະຫະລັດ ຜູ້ບັນຊາການກຳລັງແນວໂຮມ ທີ່ປະຕິບັດງານຢູ່ໃນເມືອງ Mosul
ພົນໂທ Stephen Towsend ກ່າວວ່າ “ໄຊຊະນະອັນດຽວບໍ່ໄດ້ລົບ ລ້າງພວກ ISIS ແລະຍັງຈະມີການສູ້ລົບຢ່າງໜັກ ຢູ່ຕໍ່ໜ້າ. ແຕ່ການສູນເສຍ ນຶ່ງ ຂອງເມືອງຫຼວງ​ແຝດ
ແລະ​ເພັດ​ພອຍ​ໃນອັນທີ່ເຂົາເຈົ້າຮ້ອງວ່າ ລັດ​ອິສລາມ ນັ້ນ ​ແມ່ນ​ເປັນຄວາມເສຍ​ຫາຍ​ຮ້າຍ​ແຮງ.”

ນາຍພົນສະຫະລັດ ຜູ້ບັນຊາການກຳລັງແນວໂຮມ ທີ່ປະຕິບັດງານຢູ່ໃນເມືອງ Mosul
ພົນໂທ Stephen Towsend ກ່າວວ່າ “ໄຊຊະນະອັນດຽວບໍ່ໄດ້ລົບ ລ້າງພວກ ISIS ແລະຍັງຈະມີການສູ້ລົບຢ່າງໜັກ ຢູ່ຕໍ່ໜ້າ. ແຕ່ການສູນເສຍ ນຶ່ງ ຂອງເມືອງຫຼວງ​ແຝດ
ແລະ​ເພັດ​ພອຍ​ໃນອັນທີ່ເຂົາເຈົ້າຮ້ອງວ່າ ລັດ​ອິສລາມ ນັ້ນ ​ແມ່ນ​ເປັນຄວາມເສຍ​ຫາຍ
​ຮ້າຍ​ແຮງ.”

ພາກຕາເວັນອອກຂອງເມືອງ Mosul ໄດ້ຖືກປົດປ່ອຍຈາກກຳລັງແນວໂຮມ.

ລັດອິສລາມຍັງຄວບຄຸມພື້ນທີ່ຈຳນວນນຶ່ງຢູ່ນອກເມືອງ Mosul ພ້ອມທັງເຂດທີ່ ໃຫຍ່ກວ່າຢູ່ໃນຊີ​ເຣຍ ທີ່​ເປັນເພື່ອນບ້ານ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

Your browser doesn’t support HTML5

Iraq Mosul