ນາຍົກ ອີຣັກ ເຫັນ​ດີ ດຳ​ເນີນ​ຄະ​ດີ ​ຜູ້​ບັນຊາ​ການ ​ທະຫານ​ ອີຣັກ

ກຳລັງຮັກສາຄວາມປອດໄພ ປ້ອງກັນສຳນັກງານໃຫຍ່ ຂອງພວກເຂົາຕໍ່ການໂຈມຕີໂດຍພວກ ຫົວຮຸນແຮງ ລັດອິສລາມ ຖ່າມກາງພະຍຸຂີ້ຊາຍ ໃນທາງພາກຕາເວັນອອກຂອງ ເມືອງຫຼວງ Ramadi, ແຂວງ Anbar, ອີຣັກ, 14 ພຶດສະພາ, 2015.

ວັນ​ອາທິດ​ມື້​ນີ້ ນາຍົກລັດຖະມົນຕີ ອີຣັກ ທ່ານ Haider al-Abadi ​ໄດ້​ເຫັນ​ດີ​ກັບ​ການແນະນຳ​ຂອງ​ກຳ​ມະ​ທິການສືບສວນ ສອບ​ສວນ ເພື່ອດຳ​ເນີນ​ຄະ​ດີ​ຜູ້​ບັນຊາ​ການ​ທະຫານ​ ອີຣັກ ທີ່​ໄດ້​ຖອນ​ໂຕ​ອອກ​ຈາກ ​ເມືອງ Ramadi ​ໃນ​ຕົ້ນ​ຂອງ​ປີ​ນີ້ ​ໃນ​ຂະນະ​ທີ່​ເມືອງ​ດັ່ງກ່າວ​ໄດ້​ຕົກ​ໄປ​ຢູ່​ໃນ​ການ​ຄອບ​ຄອງ​ຂອງ​ພວກ​ຫົວ​ຮຸນ​ແຮງ ລັດ​ອິສລາມ.

ການ​ຍຶດ​ໄດ້ເມືອງຫຼວງ​ຂອງ ​ແຂວງ Anbar ຢູ່ພາກຕາເວັນຕົກ
ຂອງອີຣັກ ແມ່ນ​ເປັນໄຊ ຊະນະຄັ້ງໃຫຍ່ຂອງພວກ​ຫົວ​ຮຸ​ນ​ແຮງ
ລັດ​ອິສລາມ. ເຮັດໃຫ້ພວກເຂົາຄວບຄຸມເມືອງທີ່ ສຳຄັນ 125
ກິໂລແມັດ ຫ່າງຈາກນະຄອນຫຼວງ ແບກແດັດ ແລະ ກໍ່ໃຫ້ເກີດ
ການທົບທວນຄືນຄຳຖາມ ກ່ຽວກັບຄວາມສາມາດຂອງກຳລັງຮັກສາຄວາມປອດໄພ
ຂອງ ອີຣັກ. ການສູນເສຍນີ້ແມ່ນສິ່ງທີ່ໄດ້ກະຕຸຸ້ນໃຫ້ລັດຖະມົນຕີປ້ອງ​ກັນ​ປະ​ເທດ
ສະຫະລັດ ທ່ານ Ash Carter ກ່າວວ່າ ທ່ານໄດ້ສອບຖາມກ່ຽວກັບ ຄວາມປະສົງ
ຂອງທະຫານ ອີຣັກ ຮ່ວມກັບ ບັນດາທະຫານບ້ານ ຕໍ່ສູ້ກັບກຸ່ມ ລັດອິສລາມ ຢູ່ພື້ນດິນ ໃນຂະນະທີ່ແນວໂຮມນຳພາ ໂດຍສະຫະລັດ ໂຈມຕີເປົ້າໝາຍ ພວກຫົວຮຸນແຮງຈາກ
ທາງອາກາດນັ້ນ.

ປະເທດອີຣັກ ຕັ້ງແຕ່ໄດ້ເລີ່ມເປີດການປະຕິບັດການມາ ເພື່ອຍຶດຄືນ ພື້ນທີ່ຂອງແຂວງ
Anbar, ​ແຕ່ວ່າ​ພວກ​ຫົວ​ຮຸນ​ແຮງ​ກໍ​ຍັງ​ຄວບ​ຄຸມ​ພື້ນ​ທີ່​ສ່ວນ​ໃຫຍ່​ລວມທັງ​ເມືອງ​ Ramadi
ນັ້ນ​ຢູ່. ການ​ຕັດສິນ​ໃຈ​ຂອງ​ທ່ານ Abadi ເພືື່ອໃຫ້ບັນດານາຍ​ທະຫານປະເຊີນໜ້າກັບ
ສານທະຫານ ຕາມດ້ວຍການປະຕິຮູບຫຼາຍຄັ້ງ ທີ່ທ່ານໄດ້ ປະກາດໃນສັບປະດາທີ່
ຜ່ານມາ ໃນການພະຍາຍາມທີ່ຈະຕໍ່ສູ້ກັບ ການສໍ້ລາດບັງຫຼວງ ແລະ ການວິພາກວິຈານ
ກ່ຽວກັບຄວາມບໍ່ມີ ປະສິດທິພາບຂອງລັດຖະບານ. ການ​ເຄື່ອນ​ໄຫວດັ່ງກ່າວນັ້ນ, ໄດ້
ຖືກຮັບຮອງ​ເຫັນ​ດີໂດຍ ຫ້ອງຄນະລັດຖະບານ ແລະ ສະພາ, ລວມມີການລົບລ້າງ
ຫຼາຍຕຳແໜ່ງຂອງຮອງ ນາຍົກ ລັດຖະມົນຕີ ແລະ ຮອງປະທານາທິບໍດີ ຫຼາຍຄົນນຳ.

ພ້ອມກັບຢຸດການໃຫ້ໂຄຕ້າຂອງ ບັນດາພັກ ແລະ ສະມາຊິກ ພັກໃນເວລາການເລືອກ
ບັນດາເຈົ້າໜ້າທີ່. ໃນວັນເສົາວານນີ້, ການລະເບີດຫຼາຍຄັ້ງອ້ອມຮອບນະຄອນຫຼວງ
ແບກແດັດ ໄດ້ເຮັດໃຫ້ 22 ຄົນເສຍຊີວິດ ແລະ 80 ຄົນໄດ້ຮັບ ບາດເຈັບ.

ການໂຈມຕີຮ້າຍແຮງແມ່ນເກີດຈາກການລະເບີດລົດເກັງຢູ່ຮ້ານຕົວ ແທນຈຳໜ່າຍລົດ
ໃນຊຸມຊົນ Habibiya ນິກາຍ Shi'ite ສ່ວນໃຫຍ່ ທີ່ເຮັດໃຫ້ 13 ຄົນເສຍຊີວິດ. ພື້ນທີ່
ດັ່ງກ່າວ ແມ່ນບ່ອນດຽວກັບເຫດ ການລະເບີດລົດບັນທຸກໃຫຍ່ ຢູ່ຕະຫຼາດຜັກ ໃນວັນ
ພະຫັດທີ່ຜ່ານ ມາ, ເຮັດໃຫ້ 67 ຄົນເສຍຊີວິດໃນການໂຈມຕີຄັ້ງໜຶ່ງທີ່ແຮງທີ່ສຸດໃນ
ນະຄອນຫຼວງ ແບກແດັດ ໃນໜຶ່ງທົດສະວັດ.