ກຳລັງ ​ຮັກສາ​ຄວາມ​ປອດ​ໄພ ຂອງ​ອີ​ຣັກ ປົດປ່ອຍ ພາກຕາເວັນອອກ ຂອງໂມໂຊລ

ພວກທະຫານອີຣັກ ໄດ້ຖືກສົ່ງໄປປະຈຳການ ຫຼັງຈາກ ທີ່ໄດ້ເອົາຊະນະ ພວກຫົວຮຸນແຮງ ລັດອິສລາມ ໃນກ້ຳຕາເວັນອອກ ຂອງເມືອງ Mosul, ວັນທີ 24 ມັງກອນ 2017.

ລັດຖະບານ​ອີຣັກ ກ່າວ​ວ່າ ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ຕົນ ​ໄດ້​ເຂົ້າຄວບ​ຄຸມ​
ພາກ​ຕາ​ເວັນ​ອອກ​ ຂອງ​ເມືອງ Mosul ຈາກ​ກຸ່ມ​ລັດ​ອິສລາມ ທັງ​ໝົດ​ແລ້ວ 100 ກວ່າ
​ມື້ ຫຼັງ​ຈາກ​ການ​ສູ້​ລົບ ​ເພື່ອ​ຍຶດ​ເອົາ​ເມືອງ Mosul ​ໄດ້​ເລີ້ມຂຶ້ນ​ໃນ​ເດືອນ ຕຸລາ​ປີ​ກາຍ​.

ພວກນັກ​ລົບ​ຂອງ​ກຸ່ມ​ລັດ​ອິສລາມ ​ໃນ​ເວລາ​ນີ້ ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ພາກ​ຕາ​ເວັນ​ຕົກ
ຂອງ​ເມືອງ Mosul ​ແລະ​ ສູນ​ເສຍ​ການ​ຄວບ​ຄຸມ ​ຂົວ​ທັງ​ 5 ​ແຫ່ງ ທີ່​ຂ້າມ​ແມ່​ນ້ຳ Tigris
​ໄປ​ຫາ ມະຫາວິທະຍາ​ໄລ Mosul ​ແລະ ​ເມືອ​ງຮ້າງ​ໂບຮານ Nineveh.

ພົນ​ໂທ Stephen J. Townsend ນາຍ​ພົນ​ຜູ້​ບັນຊາ​ການ​ກຳລັງແນວ​ໂຮມນາໆ​ຊາດ​ຕໍ່ຕ້ານກຸ່ມ​ລັດ​ອິສລາມ​ ​ໃນ​ອີຣັກ ກ່າວ​ວ່າ “ນີ້​ແມ່ນ​ຜົນສຳ​ເລັດ​ອັນ​ສຳຄັນທີ່​ບໍ່​ແມ່ນ​ແຕ່ກຳລັງ​ຮັກສາ​ຄວາມ​ປອດ​ໄພ ຂອງ​ອີ​ຣັກ ແລະ​ລັດຖະບານ​ທີ່​ປົກຄອງ​ປະເທດ​
ອີຣັກ​ເທົ່າ​ນັ້ນ ​ແຕ່​ແມ່ນ​ປະຊາຊົນ ​ອີຣັກທັງ​ມວນ.”

ນາຍ​ພົນ Townsend ກ່າວຕື່ມ​ວ່າ ການ​ສູ້​ລົບ​ກັນ​ເພື່ອ​ເຂົ້າຄວບ​ຄຸມ​ພາກ​ຕາ​ເວັນຕົກ
​ຂອງ​ເມືອງ Mosul ມີ​ທ່າ​ທາງ​ວ່າ “ຈະ​ຫຍຸ້ງຍາກ​ກວ່າ​ເຂດ​ພາກ​ຕາ​ເວັນ​ອອກ​ ຂອງ​
ເມືອງ Mosul ດ້ວຍ​ຊ້ຳ.”

​ແຕ່​ແນວ​ໃດ​ກໍ​ຕາມ ​ໂຄສົກ​ຂອງ​ທຳນຽບຫ້າ​ແຈກັບຕັນ​ກອງທັບ​ເຮືອ Jeff Davis ກ່າວ
​ຕໍ່​ພວກ​ນັກ​ຂ່າວ ​ໃນ​ວັນ​ຈັນ​ຜ່ານ​ມານີ້ວ່າ ກຸ່ມ​ລັດ​ອິສລາມ​ໄດ້​ສູນ​ເສຍ​ຄວາມ​ສາມາດ
​ຫຼາຍໆ​ຢ່າງ ​ແລະສູນ​ເສຍ​ພວກ​ນັກ​ລົບ​ທີ່​ດີ​ທີ່​ສຸດຈຳນວນ​ຫຼວງຫຼາຍຂອງ​ພວກ​ເຂົາ ​
ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ເມືອງ Mosul.

ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ອີຣັກ ​ໄດ້​ຕໍ່ສູ້​ກັບ​ລົດ​ລະ​ເບີດ​ສະ​ເລ່ຍ​ແລ້ວ​ປະມານ
5 ຄັນ​ຕໍ່​ມື້ ​ແລະ​ແຕ່​ລະ​ມື້​ກໍ​ມີ​ແມ່ນ​ຍິງ​ປືນ​ຄົກ ​ແລະ​ດັກ​ຍິງ​ໂຈມ​ຕີ ອີງ​ຕາມ ກອງ​ບັນຊາ
ກຳລັງ​ສະຫະລັດ ​ໃນ​ເຂດ​ພາກ​ຕາ​ເວັນ​ອອກ​ກາງ ທີ່​ກຳກັບ​ການ​ປະຕິ ບັດ​ງານ​ຕໍ່ຕ້ານ​
ກຸ່ມ​ລັດ​ອິສລາມ​ ໃນ​ອີ​ຣັກ​ແລະ​ຊີ​ເຣຍນັ້ນ.

ກຸ່ມ​ກໍ່​ການ​ຮ້າຍ​ດັ່ງກ່າວ ຍັງ​ໄດ້​ໃຊ້​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ທີ່​ມີ​ຂາຍ​ກັນ​ຢູ່​ທົ່ວ​ໄປ​ເພື່ອ​ບິນ
​ສອດ​ແນມ​ກຳລັງ​ທີ່​ເປັນ​ພັນທະ​ມິດ​ກັບ​ອີຣັກ​ແລະ​ກໍ​ຖິ້ມລະເບີດ​ມື​ລົງ​ໃສ່​ພວກ ​ເຂົາ​ເຈົ້າ.

Your browser doesn’t support HTML5

Iraq Mosul

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ