ກຳລັງທະຫານອີຣັກໄດ້ປະເຊີນໜ້າກັບການຕ້ານຢັນຢ່າງໃຫຍ່
ໃນບາດກ້າວທຳອິດ ຂອງການບຸກໂຈມຕີ ເພື່ອຈະເຂົ້າຢຶດຄືນ
ເອົາເມືອງ Mosul ທີ່ໝັ້ນອັນແຂງແຮງຂອງກຸ່ມລັດອິສລາມ.
ກຳລັງທະຫານອີຣັກ ປະມານ 4,000 ຄົນໄດ້ເລີ້ມບຸກຄືບໜ້າໄປ
ສູ່ຫລາຍໆໝູ່ບ້ານປະມານ 75 ກິໂລແມັດທາງພາກຕາເວັນອອກ
ສຽງໃຕ້ຂອງເມືອງ Mosul ໃນເວລາ 6 ໂມງເຊົ້າຂອງວັນພະຫັດ
ວານນີ້. ກຳລັງ Pershmerga ຂອງຊາວ ເຄີດ ກ່າວວ່າ ໝູ່ບ້ານ
ຈຳນວນໜຶ່ງໄດ້ຖືກຍົກຍ້າຍ.
ລາຍງານໂດຍກົງຈາກສະຖານທີ່ດັ່ງກ່າວ ວີໂອເອໄດ້ສັງເກດເຫັນ
ວ່າ ມີກອງທະຫານມາຈາກສອງທິດທາງ ເຂົ້າອອ້ມບັນດາໝູ່ບ້ານເຫລົ່ານັ້ນ. ນາຍພົນ Najat Ali ຈາກກອງກຳລັງ Pershmerga ໄດ້ກ່າວຕໍ່ວີໂອເອວ່າຕົກມາເຖິງຕອນບ່າຍ ກອງທະຫານ ໄດ້ເຂົ້າຍຶດເອົາສີ່ບ້ານ ແຕ່ຍັງບໍ່ສາມາດຄວບຄຸມບໍລິເວນທັງໝົດໄດ້.
Your browser doesn’t support HTML5
Iraqi Forces Start Offensive on IS Stronghold of Mosul
ທ່ານກ່າວວ່າ “ເຂົາເຈົ້າໄດ້ບຸກຄືບໜ້າແຕ່ເວລາເຂົາເຈົ້າໄດ້ໄປເຖິງບັນດາໝູ່ບ້ານ ພວກ
ລັດອິສລາມ ໄດ້ໂຈມຕີເຂົາເຈົ້າ ດ້ວຍລະເບີດສະລະຊີບ ປືນຄົກ ປືນກົນ ໂດຍພວກອາ
ວຸດເຫລົ່ານັ້ນ. ກຳລັງອີຣັກ ໃນເວລານີ້ໄດ້ຢຸດຢູ່ກັບທີ່ ເຂົາເຈົ້າບໍ່ສາມາດບຸກຄືບໜ້າໄດ້.
Your browser doesn’t support HTML5
Iraq Forces, Backed by Peshmerga, Move on Mosul Villages
ກອງກຳລັງເຫຼົ່ານີ້ ມາຈາກສອງກອງພັນອີຣັກ ທີ່ໄດ້ຮັບການເຝິກແອບ ໂດຍສະ ຫະລັດ
ຈາກກອງພົນທີ 15 ຂອງອີຣັກ. ນອກນັ້ນແລ້ວ ເຂົ້າຮ່ວມໃນການສູ້ລົບ ຄັ້ງນີ້ ຍັງມີບັນດາ
ສະມາຊິກຊົນເຜົ່າ Sunni ຊຶ່ງບັນດາຜູ້ບັນຊາການຂອງກຳລັງ Peshmerga ກ່າວວ່າ
ເປັນສິ່ງສຳຄັນທີ່ສຸດທີ່ຈະຮັກສາແລະຄວບຄຸມເຂດທີ່ມີຊາວ Sunni ອາໄສຢູ່ມາແຕ່ດັ້ງ
ເດີມນັ້ນ.
ເມືອງ Mosul ປະເທດ Iraq.
ຈາກກອງຖົງຂີ້ຊາຍປ້ອງກັນຢູ່ແນວໜ້າ ຄວັນໄຟສີດຳໄດ້ພຸ່ງຂື້ນສູ່ທ້ອງຟ້າຈາກ ໄລຍະໄກ
ພວກທະຫານ Pershmerga ກ່າວວ່າ ພວກລັດອິສລາມ ໄດ້ຈູດຕີນລົດເພື່ອເຮັດໃຫ້ມີ
ຄວັນສີດຳ ໃນຄວາມພະຍາຍາມເພື່ອຈະປິດບັງທີ່ໝັ້ນຂອງເຂົາເຈົ້າ.
ທະຫານ Iraqi Kurdish Peshmerga ກຳລັງຍົກມືສະແດງເຖິງໄຊຊະນະ.