17 ຄົນເສຍຊີວິດ ໃນການໂຈມຕີ ທີ່ອີຣັກ

  • ໄພສານ ວໍຣະຈັກ

ຊາວເມືອງແລະທະຫານອີຣັກ ກວດກາເບິ່ງບ່ອນທີ່ຖືກໂຈມຕີດ້ວຍລະເບີດ ຢູ່ເມືອງ Khalis ທາງພາກຕາເວັນ ອອກສຽງເໜືອ ຂອງນະຄອນຫຼວງແບັກແດັດ (1 ທັນວາ 2011)

ພວກຫົວຮຸນແຮງອີຣັກໄດ້ສະແດງໃຫ້ຮູ້ເຖິງການມີໜ້າຂອງພວກເຂົາເຈົ້າ ຢູ່ໃນເຂດພາກຕາ
ເວັນອອກສຽງເໜືອຂອງປະເທດ ໂດຍໄດ້ສັງຫານຢ່າງນ້ອຍ 17 ຄົນໃນການໂຈມຕີ 2 ຄັ້ງ
ທີ່ມີຂຶ້ນຢູ່ຄົນລະບ່ອນ.

ເຈົ້າໜ້າທີ່ທີ່ແຂວງ Diyala ກ່າວວ່າ ລົດລະເບີດຄັນນຶ່ງ ໄດ້ແຕກຂຶ້ນໃນຕອນເຊົ້າຂອງວັນ
ພະຫັດມື້ນີ້ ຂະນະທີ່ພວກໄປຊື້ເຄື່ອງຊື້ຂອງ ເລີ່ມໄປເຖິງຕະຫຼາດແຫ່ງນຶ່ງທີ່ເມືອງ Khalis
ປະມານ 80 ຫຼັກກິໂລແມັດຢູ່ທາງເໜືອຂອງນະຄອນຫຼວງແບັກແດັດ. ເຫດລະເບີດທີ່ວ່ານີ້
ເຮັດໃຫ້ມີຜູ້ເສຍຊີວິດ 10 ຄົນແລະໄດ້ຮັບບາດເຈັບອີກ 20 ກວ່າຄົນ.

ໃນການໂຈມຕີຢູ່ອີກບ່ອນນຶ່ງທີ່ເມືອງ Diyala ນັ້ນພວກມືປືນໄດ້ສັງຫານຢ່າງນ້ອຍ 7 ຄົນ
ຮວມທັງຜູ້ບັນຊາການຢ່າງນ້ອຍຄົນນຶ່ງຂອງກຸ່ມ Sahwa ຫຼືສະພາປຸກລະດົມໃຫ້ຕື່ນໂຕຊຶ່ງ
ເປັນກຸ່ມທະຫານບ້ານຕໍ່ຕ້ານພວກກໍ່ການຮ້າຍອາລກາຍດານັ້ນ.

ໃນອີກດ້ານນຶ່ງ ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden ໄດ້ພົບປະກັບພວກຜູ້
ນຳຂອງອີຣັກທີ່ນະຄອນຫຼວງແບັກແດັດໃນສັບປະດານີ້ ເພື່ອເຈລະຈາຫາລືກ່ອນການຖອນ
ທະຫານອະເມຣິກັນຂັ້ນສຸດທ້າຍອອກຈາກອີຣັກ.

ໃນລະຫວ່າງການພົບປະກັບນາຍົກລັດຖະມົນຕີ Nouri al-Maliki ໃນມື້ວັນພຸດວານນີ້ທ່ານ
Biden ກ່າວວ່າ ປະເທດທັງສອງພວມເລີ່ມດຳເນີນການຕາມເສັ້ນທາງໃໝ່.

ກອງທັບສະຫະລັດ ຍັງມີທະຫານປະມານ 13,000 ຄົນໃນອີຣັກ ແຕ່ມີກຳນົດທີ່ຈະຖອນ
ອອກໄປພາຍໃນທ້າຍເດືອນນີ້. ທ່ານ Biden ກ່າວຕໍ່ທ່ານ Maliki ວ່າ ການເສັດສິ້ນໃນ ການຖອນກຳລັງສະຫະລັດແມ່ນຜົນປະໂຫຍດທີ່ດີທີ່ສຸດສຳລັບທັງສະຫະລັດແລະອີຣັກ.