ທ່ານ Carter ຢ້ຽມຢາມອີຣັກ ເພື່ອຫາລື ໃນການປະຕິບັດງານ ຍຶດເອົາ ເມືອງ Mosul ຄືນ

ລມຕ ປ້ອງກັນປະເທດ ສຫລ ທ່ານ Ash Carter (ກາງ) ໂອ້ລົມກັບທ່ານ Fikri Isik ລມຕ ປ້ອງກັນປະເທດເທີກີ ໃນຂະນະທີ່ທ່ານໄປຢ້ຽມ ສະພາແຫ່ງຊາດເທີກີ ທີ່ນະຄອນ ອັງກາຣາ. (21 ຕຸລາ 2016)

ລັດຖະມົນຕີ​ກະຊວງ​ປ້ອງກັນ​ປະ​ເທດ​ສະຫະລັດ ທ່ານ Ash Carter ຊຶ່ງ​ໄດ້​ເດີນທາງ​ໄປ​ເຖິງ​ອີຣັກ​ໃນ​ວັນ​ເສົາ​ມື້ນີ້ ​ຈະ​ພົບ​ປະ​ກັບ​ພວກ​ຜູ້​ບັນ​ຊາ​ການ​ຂອງ​ກຳລັງແນວ​ໂຮມເພື່ອ​ທົບ​ທວນ​ແລະ​ໃຫ້ການ​ຊ່ອຍ​ເຫຼືອ​ໃນ​ການ​ປະຕິບັດ​ງານ​ຍຶດເອົາ​ເມືອງ Mosul ຄືນ​ຈາກ​ກຸ່ມ​ລັດ​ອິສລາມ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ Carter ​ພວມ​ຢູ່​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ອີຣັກ​ເທື່ອ​ທີ 3 ​ໃນ​ປີນີ້. ທ່ານ​ເປັນ​ຜູ້​ກຳກັບ​ນຳ​ການ​ປະຕິບັດ​ງານ​ພາຍ​ໃຕ້​ການ​ນຳພາຂອງ​ກຳລັງ​ອີຣັກທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ສະຫະລັດ ​ໃນ​ການ​ສູ້​ລົບ​ເພື່ອ​ຂັບໄລ່​ພວກ​ຫົວ​ຮຸນ​ແຮງ​ຈີ​ຮາ​ດີ ອອກ​ໄປ​ຈາກ​ຂົງ​ເຂດ​ດັ່ງກ່າວ.

ການ​ເດີນທາງ​ໄປ​ຢ້ຽມຢາມ​ນະຄອນຫຼວງ​ແບັກ​ແດດ ທີ່​ບໍ່​ມີ​ການ​ປະກາດ​ໃຫ້​ຊາບລ່ວງ​ໜ້າ​ຂອງ​ທ່ານ Carter ມີ​ຂຶ້ນຫລັງ​ຈາກ​ທະຫານ​ອາ​ເມຣິກັນ​ຄົນ​ນຶ່ງໄດ້​ເສຍຊີວິດ ​ຢູ່​ໃນ​ຂົງ​ເຂດ​ເມື່ອ​ສອງ​ສາມມື້ຜ່ານ​ມານີ້.

ນອກ​ນັ້ນ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ​ຍັງ​ມີ​ໝາຍ​ກຳນົດ​ທີ່ຈະ​ພົບ​ປະກັບ​ນາ ຍົກລັດຖະມົນຕີອີຣັກທ່ານ Haider al-Abadi ​ແລະ​ມີ​ທ່າ​ທາງ​ວ່າພວກທ່ານ​ຈະ​ຫາລື​ກັນ​ກ່ຽວ​ກັບ​ຄວາມ​ລັງ​ໄລ​ໃຈ​ຂອງ​ແບັກ​ແດດທີ່​ຈະ​ອະນຸຍາດ​ໃຫ້​ກຳລັງເທີ​ກີ​ເຂົ້າຮ່ວມ​ໃນ​ການ​ປະຕິບັດ​ງານ​ເພື່ອ​ຍຶດ​ເອົາ​ເມືອງ Mosul ຄືນ.

ປະທານາທິບໍດີເທີກີ ທ່ານ Recep Tayyip Erdogan (ຂວາ) ແລະລັດຖະມົນຕີ ກະຊວງປ້ອງກັນປະເທດ ສຫລ ທ່ານ Ash Carter ຈັບມືກັນ ທີ່ນະຄອນຫຼວງອັງກາຣາ

ໃນ​ວັນ​ສຸກ​ວານ​ນີ້ ທ່ານ Carter ​ແລະ​ປະທານາທິບໍດີ​ເທີ​ກີ ທ່ານ Recep Tayyip Erdo- gan ​ໄດ້​ພົບ​ປະກັນ​ທີ່​ນະຄອນຫຼວງອັງກາຣາ ​ເພື່ອ​ຫາລື​ກ່ຽວກັບຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ໄດ້​ມີ​ການ​ຮ່ວມ​ມື​ກັນທາງ​ດ້ານ​ທະຫານ​ເພີ້ມຂຶ້ນລະຫວ່າງ​ສະຫະລັດ​ແລະ​ເທີ​ກີໃນ​ການ​ປະ ຕິບັດ​ງານ​ເພື່ອ​ເອົາ​ຊະນະ​ກຸ່ມ​ລັດ​ອິສລາມທັງຢູ່​ໃນ​ອີຣັກ​ແລະ​ຊີ​ເຣຍ. ພ້ອມ​ນີ້ທ່ານ Carter ຍັງ​ໄດ້​ພົບ​ປະ​ກັບ​ພວກ​ຜູ້ນຳທາງ​ການ​ເມືອງ​ແລະ​ທະຫານ​ຂອງ​ເທີ​ກີ​ນຳ​ດ້ວຍ.

ຖະ​ແຫລ​ງການ​ສະບັບ​ນຶ່ງ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດກ່າວ​ວ່າ ຜູ້ນຳ​ທັງ​ສອງ ​ໄດ້​ຕົກລົງ​ກັນ​ທີ່​ຈະ​ສືບ​ຕໍ່​ຮັກສາ​ການ​ປຶກສາ​ຫາລື ທີ່​ມີ​ຂຶ້ນ​ເລື້ອຍໆ ​ແລະ​ການ​ປະສານ​ງານ ຢ່າງ​ໃກ້ຊິດ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ກຸ່ມແນວ​ໂຮ​ມທີ່ພວມຕໍ່ສູ້​ກັບ​ກຸ່ມ​ລັດ​ອິສລາມເພື່ອ​ຄ້ຳປະກັນກ່ຽວ​ກັບ​ການ​ໄດ້​ຮັບ​ໄຊຊະນະ​ຢ່າງ​ເປັນ​ການຖາວອນ​ຕໍ່​ກຸ່ມ​ກໍ່​ການ​ຮ້າຍ​ດັ່ງກ່າວ.

​ເທີ​ກີ​ຕ້ອງການ​ຢາກ​ມີ​ບົດ​ບາດ​ເພີ້ມຂຶ້ນ​ໃນ​ການ​ສູ້​ລົບ​ເພື່ອ​ຍຶດ​ເອົາ​ເມືອງ Mosul ຊຶ່ງ​ເປັນ​ຫົວ​ເມືອງ​ໃຫຍ່​ອັນ​ດັບ​ສອງ​ຂອງ​ອີ​ຣັກ ທີ່​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸ​ມຂອງ​ກຸ່ມ​ລັດ​ອິສລາມມາ​ໄດ້​ສອງ​ປີກ​ວ່າ​ໆ​ແລ້ວນັ້ນແຕ່​ລັດຖະບານ​ອີຣັກ​ ໄດ້​ຄັດຄ້ານ​ຕໍ່​ການມີ​ສ່ວນ​ພົວພັນ​ຂອງ​ກຳ ລັງ​ເທີ​ກີ​ທີ່​ເມືອງ Mosul. ສະຫະລັດ​ຢ້ານ​ວ່າ ຄວາ​ມ​ເຄັ່ງຕຶງ ​ລະຫວ່າງ​ປະ​ເທດ​ທັງ​ສອງ​ອາດ​ພາ​ໃຫ້​ເກີດ​ການ​ແຕກ​ຫັກ ​ຂອງ​ຂໍ້​ຕົກລົງ ​ທີ່ປ້ອງກັນ​ບໍ່​ໃຫ້ ກຳລັງ​ຂອງກຸ່ມ​ສາສະໜາ ແລະພວກ​ຊົນ​ກຸ່ມ​ນ້ອຍຕ່າງໆ​ເຂົ້າ​ໄປ​ໃນ​ເມືອງ​ Mosul.

ກ່ອນ​ເດີນທາງ​ໄປ​ຮອດ​ເທີ​ກີນັ້ນ ທ່ານ Carter ກ່າວ​ວ່າ ທ່ານ​ຈະ​ເນັ້ນໜັກ​ເຖິງ​ຄວາມ​ຈຳ​ເປັນທີ່​ເທີ​ກີ​ຈະ​ຕ້ອງ​ເຄົາລົບ​ອະທິປະ​ໄຕ​ຂອງ​ອີຣັກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Your browser doesn’t support HTML5

Kurdish Forces Repel IS Kirkuk Attack