ຕົວ​ເລກ ຜູ້​ເສຍ​ຊີວິດ ຈາກ​ການ​ໂຈມ​ຕີ ​ດ້ວຍລະ​ເບີດລົດ ສະຫລະ​ຊີ​ບ ເພີ້ມຂຶ້ນ ເປັນ 130 ຄົນແລ້ວ

ພົນລະເມືອງສ່ວນໜຶ່ງ ພາກັນໄປເຕົ້າໂຮມກັນ ຢູ່​ທີ່​ບ່ອນ​ໂຈ​ມ​ຕີ ດ້ວຍລົດລະເບີດສະຫລະຊີບ ໃນຕະຫລາດ ທີ່ເມືອງ Khan Bani Saad ຂອງແຂວງ Diyala ຕັ້ງຢູ່ປະມານ 30 ກິໂລແມັດ ໄປທາງທິດຕາເວັນອອກສຽງເໜືອ ຂອງນະຄອນຫຼວງແບກແດດ ປະເທດອີຣັກ, ວັນທີ 18 ກໍລະກົດ 2015.

ຕົວ​ເລກຈຳນວນ​ຜູ້​ເສຍ​ຊີວິດ ຈາກ​ການ​ໂຈມ​ຕີ​ດ້ວຍລະ​ເບີດລົດ
ສະຫລະ​ຊີ​ບຄັນ​ໜຶ່ງ ໃກ້ໆ​ກັບ​ນະຄອນຫຼວງ ບາກ​ແດດ ​ສືບ​ຕໍ່
ສູ​ງຂຶ້ນຕື່ມ​ອີກ ໃນ​ວັນ​ເສົາ​ວານ​ນີ້ ​ເປັນ​ຈຳນວນຫຼາຍ​ເຖິງ 130
ຄົນ ຊຶ່ງ​ການ​ໂຈມຕີ​ດັ່ງກ່າວ​ໄດ້​ຖືກ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ
​ໂດຍພວກ​ຫົວ​ຮຸນ​ແຮງ​ຈັດ ລັດ​ອິສລາມ.​ ບັນດາ​ເຈົ້າໜ້າ​ທີ່ ​ເອີ້ນ
​ການ​ໂຈມ​ຕີ​ ທີ່​ໄດ້​ເຮັດ​ໃຫ້ຢ່າງ​ນ້ອຍ ອີກ 170 ຄົນບາດ​ເຈັບນີ້
ວ່າ ​ເປັນ​ການ​ໂຈມ​ຕີ​ວາງ​ລະ​ເບີດ​ທີ່ແນ​ໃສ່​ພົນລະ​ເຮືອນອີ​ຣັກ
ທີ່​ຮ້າຍ​ແຮງ​ທີ່​ສຸດ ​ໃນ​ຮອບ​ທົດ​ສະວັດຜ່ານ​ມາ.

ໃນຖະ​ແຫລ​ງການ​ຂອງທຳ​ນຽບຂາວ ສະບັບ​ໜຶ່ງ ​ໄດ້​ປະນາມ
​ການ​ໂຈມ​ຕີ ຢູ່​ທີ່​ຕະຫລາດ ​ໃນ​ແຂວງ ດີ​ຢາ​ລາ ​ໃນວັນ​ເສົາ​
ວານ​ນີ້ ທີ່​ກ່າວ​ວ່າ “​ເປັນເຈດ​ຕະນາ​ເຈາະ​ຈົງ ​ແລະ ມີຈຸດປະສົງ​ອັນໂຫດຮ້າຍ ທີ່​ແນ​ໃສ່ພົນລະ​ເຮືອນ​ອີຣັກ ທີ່​ພວມ​ສະ​ເຫຼີມສະຫຼອງ ວັນພັກສາສະໜາ Eid-al-Fitr”
ທີ່​ເປັນ​ຂີດ​ໝາຍ​ການ​ສິ້ນ​ສຸດ ຂອງເດືອນ​ສັກ​ສິດ Ramadan.

ພົນລະເມືອງຈຳນວນໜຶ່ງ ພາກັນຢືນເບິ່ງ ຫລຸມທີ່ເກີດຈາກ ລົດລະເບີດສະຫລະຊີບ ຢູ່ທີ່ຕະຫລາດແອອັດ ໃນເມືອງ Khan Bani Saad ຂອງແຂວງ Diyala ທີ່ຕັ້ງຢູ່ປະມານ 30 ກິໂລແມັດ ທາງທິດຕາເວັນອອກສຽງເໜືອ ຂອງນະຄອນຫຼວງແບກແດດ ປະເທດອີຣັກ, ວັນທີ 18 ກໍລະກົດ 2015.

​ທຳນຽບຂາວ​ ເອີ້ນ​ການ​ໂຈມ​ຕີດ້ວຍ​ລະ​ເບີດ ເມື່ອ​ຕອນ​ຄ່ຳ ​ວັນ​ສຸກ​ຜ່ານ​ມາ ​ໃນ​ຕະຫລາດ
​ຂອງ​ເມືອງ Khan Beni Saad ທີ່​ມີຊາວຊີ​ໄອອາ​ໄສ​ຢູ່ເປັນ​ສ່ວນ​ໃຫຍ່ ນັ້ນ ວ່າ “ມັນຍັງ​
ເປັນ​ຕົວຢ່າງ​ ອັນ​ແສນ​ສາຫັດ​ອີກ​ອັນ​ໜຶ່ງ ຂອງ​ຄວາມ​ຮ້າຍ​ກາດ ທີ່​ກຸ່ມ​ກໍ່​ການ​ຮ້າຍ
ISIL ສືບ​ຕໍ່​ຮຸກ​ຮານ​ປະຊາຊົນ​ອີກຣັກ.”

ລະ​ເບີດ​ທີ່​ແຕກ​ຂຶ້ນດັ່ງກ່າວ​ ໄດ້ທະ​ລົ່ມອາຄານຕ່າງໆ ລົງທັບ​ເອົາຜູ້​ເຄາະ​ຮ້າຍຫຼາຍໆ​ຄົນ
​ແລະ ​ເຮັດ​ໃຫ້​ຖະໜົນ​ຫົນທາງ​ໃນ​ບໍລິ​ເວນ ເຕັມ​ໄປ​ດ້ວຍ​ຊາກ​ຫັກ​ພັງ ​ແລະ ຊິ້ນ​ສ່ວນ​ຂອງ
ຊາກສົບຕ່າງໆ. ບັນດາ​ເຈົ້າໜ້າ​ທີ່ ຍັງ​ພາກັນ​ທຳ​ງານ​ຈົນ​ຮອດ​ເດິກ​ຂອງ​ວັນ​ເສົາວານ​ນີ້
​ເພື່ອ​ທີ່​ຊອກ​ຫາ​ຜູ້ເຄາະ​ຮ້າຍ ທີ່​ຖືກ​ຝັງ​ຢູ່​ໃຕ້​ຊາກ​ຫັກ​ພັງ​ນັ້ນ.

ທູດ​ພິ​ເສດອົງການ​ສະຫະ​ປະຊາ​ຊາດ ປະຈຳຢູ່ໃນປະ​ເທດ​ອີຣັກ ​ໄດ້​ອອກ​ຖະ​ແຫລ​ງການ
​ສະບັບ​ໜຶ່ງ ທີ່​ບັນ​ລະ​ຍາຍ​ເຖິງ​ການ​ໂຈມ​ຕີ​ວ່າ “ການ​ເຂັ່ນຂ້າ​ທີ່ສະ​ຍົດ​ສະ​ຍອງນີ້ ​ແທ້
ຈິງ​ແລ້ວ ​ແມ່ນ​ນອກ​ເໜືອ ຈາກຂອບ​ເຂດ ​ພຶດຕິ​ກຳ​ຂອງອາຣິຍະ​ທຳທີ່​ຈະ​ເລີ​ນ
ຮຸ່ງ​ເຮືອງ.”

ພວກຫົວ​ຮຸນ​ແຮງ​ລັດ​ອິສລາມ ​ໄດ້​ເຂົ້າ​ໄປ​ໃນ​ອິນ​ເຕີ​ເນັດ​ໃນ​ວັນ​ເສົາ​ວານ​ນີ້ ​ເພື່ອ​ໂອ້​ອວດ​
ການ​ໂຈມ​ຕີ​ນັ້ນ ​ໂດຍ​ກ່າວ​ວ່າ ມັນ​ເປັນ​ການ​ແນ​ໃສ່​ເພື່ອ​ສັງຫານ​ຊາວ​ມຸສລິ​ມຊີ​ໄອ.

Your browser doesn’t support HTML5

Iraq Blast