ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry
ກ່າວວ່າ ບັນດາຜູ້ເຈລະຈາ ເລື່ອງນິວເຄລຍຂອງອີຣ່ານ
ແມ່ນມີຄວາມຫວັງວ່າ ພວກເຂົາເຈົ້າຈະສາມາດ ບັນລຸຂໍ້
ຕົກລົງ ພາຍໃນທ້າຍເດືອນນີ້ ແຕ່ຍັງມີຄວາມຈຳເປັນທີ່
ຈະຕ້ອງທຳງານ ເພື່ອແກ້ໄຂ “ບັນຫາທີ່ຫຍຸ້ງຍາກ ຫຼາຍ
ຈຳນວນໜຶ່ງຢູ່.”
ທ່ານ Kerry ໄດ້ມີຄວາມເຫັນດັ່ງກ່າວ ຢູ່ນະຄອນຫຼວງ
Vienna ຂອງປະເທດອອສເຕຣຍ ໃນວັນເສົາວານນີ້
ໃນຂະນະທີ່ທ່ານເປີດການເຈລະຈາ ແບບປິດລັບ ຫຼາຍໆ
ບັ້ນ ກັບລັດຖະມົນຕີຕ່າງປະເທດອີຣ່ານ ທ່ານ Mohammad Javad Zarif.
ລັດຖະມົນຕີຕ່າງປະເທດຝຣັ່ງ ທ່ານ Laurent Fabius ກ່າວຖະແຫລງ ຕໍ່ສື່ຂ່າວ ໃນຂະນະທີ່ ເດີນທາງໄປຮອດ Palais Coburg ບ່ອນທີ່ ການເຈລະຈາປິດລັບ ກັບອີຣ່ານ ຈະມີຂຶ້ນ ໃນນະຄອນຫຼວງ Vienna ປະເທດ Austria, ວັນທີ 27 ມິຖຸນາ 2015.
Vienna, Austria, June 27, 2015.ທ່ານ Zarif ເວົ້າວ່າ ທັງສອງຝ່າຍຈຳເປັນຕ້ອງໄດ້ເຮັດວຽກຢ່າງໜັກ ເພື່ອທຳຄວາມຄືບໜ້າ ແລະກ້າວໄປຂ້າງໜ້າ ແລະຖ້າຫາກວ່າ ອີກຝ່າຍໜຶ່ງ “ເອົາບາດກ້າວໃນທາງບວກ ແລະ ບໍ່ຮຽກຮ້ອງຫຼາຍເກີນໄປ ແນ່ນອນ ພວກເຮົາກໍແມ່ນຈະບັນລຸຂໍ້ຕົກລົງ ທີ່ຈະເປັນປະໂຫຍດແກ່ໝົດທຸກຝ່າຍ.”
ລັດຖະມົນຕີຕ່າງປະດເທດຝຣັ່ງ ທ່ານ Laurent Fabius ກ່າວວ່າ ມີ 3 ເງື່ອນໄຂ ທີ່ຍັງຈະຕ້ອງໄດ້ແກ້ໄຂ ເພື່ອຄ້ຳປະກັນໃຫ້ໄດ້ຂໍ້ຕົກລົງທີ່ສຳເລັດຜົນ.
Your browser doesn’t support HTML5
US Iran Nuclear
ທ່ານ Fabius ກ່າວວ່າ ພວກເງື່ອນໄຂເຫຼົ່ານັ້ນ ແມ່ນຮວມທັງການ ຍອມຮັບຂອງອີຣ່ານ ຕໍ່ການກວດສອບຢ່າງເຂັ້ມງວດ ສະຖານທີ່ຕ່າງໆ ທີ່ສົງໄສວ່າຈະເປັນບ່ອນຜະລິດນິວເຄລຍ, ການຈຳກັດແບບຖາວອນ ຕໍ່ຄວາມສາມາດໃນການຄົ້ນຄວ້າ ແລະ ການພັດທະນາຂອງອີຣ່ານ ແລະ ໃຫ້ມີກົນໄກອັນນຶ່ງ ເພື່ອທີ່ຈະວາງມາດຕະການລົງໂທດ ຕໍ່ອີຣ່ານ ຄືນໄດ້ຢ່າງວ່ອງໄວ ຖ້າມີການລະເມີດຂໍ້ກຳນົດຕ່າງໆ ຂອງຂໍ້ຕົກລົງ.
ທ່ານ Fabius ກ່າວຖະແຫລງຕໍ່ບັນດານັກຂ່າວ ໃນວັນເສົາວານນີ້ ເມື່ອບໍ່ດົນ ຫຼັງຈາກທີ່ເດີນທາງໄປເຖິງສະຖານທີ່ເຈລະຈາ.
ຕໍ່ມາໃນວັນເສົາວານນີ້ ທ່ານ Kerry ໄດ້ພົບປະກັບ ທ່ານ Fabius ຫຼັງຈາກທີ່ ທັງສອງທ່ານ ໄດ້ທຳການເຈລະຈາຄົນລະເທື່ອ ກັບທ່ານ Zarif ແລ້ວ.
ຊົມວີດີໂອ ລາຍງານ ໃນ Vienna ໂດຍຜູ້ສື່ຂ່າວ Heather Murdock
Your browser doesn’t support HTML5
Iran Nuclear Talks Ramp Up as Deadline Approaches