ການເຈລະຈາ ກ່ຽວກັບ ໂຄງການ ນິວເຄລຍ ຂອງອີຣ່ານ ອາດຈະຕໍ່ເວລາ ອອກໄປອີກ (ວີດີໂອ)

ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry (ກາງ) ກຳລັງກັບຄືນສູ່ໂຮງແຮມ ຫລັງຈາກສົນທະນາ ກັບລັດຖະມົນຕີ ຕ່າງປະເທດອິຣ່ານ ທ່ານ Mohammad Javad Zarif.

ອີຣ່ານ ​ແລະປະເທດ​ຕາ​ເວັນ​ຕົກ ກ່າວ​ວ່າ ການ​ເຈ​ລະ​ຈາກ່ຽວ​
ກັບ​ນິວ​ເຄລຍ ອາດ​ຈະ​ຕໍ່ເວລາ​ອອກ​ໄປອີກ ​ກາ​ຍກຳນົດ​ເສັ້ນ​
ຕາຍວັນ​ທີ 20 ​ເດືອນ​ກຳ​ລະ​ກົດ ເພື່ອໃຫ້ມີການ​ຕົກລົງ​ກັນ.

ລັດຖະມົນຕີຕ່າງປະ​ເທດອີຣ່ານ ທ່ານ Mohammad Javad
Zarif ກ່າວ​ວ່າ ຫລັງ​ຈາກ​ການເຈລະຈາກັນທີ່ນະຄອນວຽນນາ
​ໃນ​ວັນ​ອັງຄານ​ວານ​ນີ້ແລ້ວ ເຫັນ ວ່າການ​ປຶກສາ​ຫາລື​ເປັນ​
ເລື້ອງ​ທີ່​ສົມຄວນ​ຈະ​ສືບ​ຕໍ່​ໄປ​ອີກ. ທ່ານ Zarif ກ່າວ​ວ່າ ທ່ານ
​ແນ່ໃຈ​ວ່າ ລັດຖະມົນຕີ​ຕ່າງປະ​ເທດ ສະຫະລັດ ທ່ານ John
Kerry ຈະ​ສະ​ເໜີແນະ​ແບບ​ດຽວ​ກັນ.

ນັກ​ການ​ທູດ​ຕາ​ເວັນ​ຕົກ​ຄົນ​ນຶ່ງ​ ກ່າວ​ວ່າ ມີຄວາມເປັນໄປໄດ້ສູງທີ່ການຕົກລົງກັນ ແມ່ນ
ຍາກທີ່ຈະບັນລຸກັນໄດ້ ພາຍ​ໃນ​ວັນ​ອາທິດ​ຈະ​ມາ​ເຖິງນີ້ ​ແລະ​ການ​ເຈລະຈາ​ຈະດຳເນີນ
ຕໍ່ໄປ​ອີກ ໃນລະຍະຫຼາຍໆ​ເດືອນຕໍ່​ໜ້ານີ້.

ທ່ານ Kerry ກ່າວໃນ​ວັນ​ອັງຄານ​ວານ​ນີ້​ວ່າ ຄວາ​ມກ້າວໜ້າໄດ້ມີຂຶ້ນ​ແຕ່ “ຊ່ອງ​ຫວ່າງ​
ແທ້ໆ​ນັ້ນ” ຍັງ​ມີຢູ່.

ການ​ຕົກລົງຊົ່ວຄາວ ເພື່ອໃຫ້ອີຣ່ານຫລຸດຜ່ອນການກັ່ນທາດຢູເຣນຽມ ​ແລກປ່ຽນ ​ກັບ​
ການ​ຜ່ອນຜັນ​ການລົງ​ໂທດຈະໝົດອາຍຸ​ລົງ ໃນ​ວັນ​ອາທິດ​ຈະ​ມາ​ເຖິງ​ນີ້.

ບັນດາ​ນັກ​ການ​ທູດ ຈາກ​ອັງກິດ ຈີນ ຝຣັ່ງ ​ເຢຣະມັນ ຣັດ​ເຊຍ ​ແລະສະຫະລັດ ​ໄດ້ດຳ
ເນີນງານ​ຮ່ວມກັບອີຣ່ານ ​ເພື່ອໃຫ້ມີການບັນລຸ​ຂໍ້​ຕົກລົງ​ລະຍະ​ຍາ​ວ.

ສະຫະລັດສົງ​ໄສວ່າ ອີຣ່ານພວມພະຍາຍາມຫາທາງ​ສ້າງອາວຸດ​ນິວ​ເຄລຍ. ແຕ່ ອີຣ່ານ
ຢືນຢັດ​ວ່າ ​ໂຄງການນິວ​ເຄລຍຂອງ​ຕົນມີ​ຈຸດປະ​ສົງ​ໃນ​ທາງ​ສັນຕິ

Your browser doesn’t support HTML5

No Iran Accord After Kerry Talks