ທະຫານເຮືອ ອີຣ່ານ ເສຍຊີວິດ ຍ້ອນອຸປະຕິເຫດ ຖືກລູກສອນໄຟຕົນເອງ ຢູ່ອ່າວໂອມານ

ຮູບພາບຈາກອົງການຂ່າວອີຣ່ານ ວັນທີ 13 ເດືອນມິຖຸນາ 2019 ທີ່ເຫັນກອງທັບເຮືອອີຣ່ານ ກຳລັງມອດໄຟຢູ່ກຳປັ່ນຂອງນໍຣເວ.

ທະຫານເຮືອອີຣ່ານ 19 ຄົນເສຍຊີວິດ ແລະອີກ 15 ຄົນໄດ້ຮັບບາດເຈັບໃນອຸບັດຕິເຫດ ຖືກລູກສອນໄຟຂອງຝ່າຍຕົນເອງ.

ໂທລະພາບຂອງທາງການອີຣ່ານລາຍງານວ່າ ອຸບັດຕິເຫດດັ່ງກ່າວ ເກີດຂຶ້ນໃນບໍລິເວນເມືອງທ່າ Bandar-e Jask ໃນອ່າວໂອມານ ໃນລະຫວ່າງການຊ້ອມ ລົບທາງທະເລຂອງອີຣ່ານໃນວັນອາທິດມື້ວານນີ້.

ກຳປັ່ນພິຄາດ Jamaran ໄດ້ຍິງລູກສອນໄຟໄປຖືກກຳປັ່ນ Konarak ທີ່ເປັນກຳປັ່ນໃຫ້ການສະໜັບສະໜູນ.

ໂທລະພາບຂອງທາງການອີຣ່ານລາຍງານວ່າ “ກຳປັ່ນລຳດັ່ງກ່າວຖືກລູກສອນໄຟ ລຸນຫລັງທີ່ໄດ້ເຄື່ອນເຂົ້າໄປໃນບໍລິເວນທີ່ເປັນເປົ້າໝາຍຂອງການຝຶກຊ້ອມ ແລະກຳປັ່ນບໍ່ໄດ້ຢູ່ຫ່າງໄກພຽງພໍຈາກເປົ້າໝາຍ.”

ກອງທັບເຮືອຂອງອີຣ່ານ ຕາມປົກະຕິແລ້ວມັກທຳການຊ້ອມລົບ ຢູ່ໃນບໍລິເວນດັ່ງກ່າວນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ