ເຮືອບິນ​ໂດ​ຍສານອິຣ່ານ ຕົກໃນນະຄອນຫລວງ ເຕຣ່ານ ຕາຍ 39 ຄົນ (ສະໄລດ໌/ວີດີໂອ)

ທະຫານພິທັກການປະຕິວັດຂອງອິຣ່ານ ຂັດຂວາງ ບໍ່ໃຫ້ສື່ຂ່າວ ເຂົ້າໄປໃກ້ກັບ ຊາກຂອງເຮືອບິນໂດຍສານ ທີ່ຕົກລົງໃກ້ໆ ກັບນະຄອນຫລວງ ເຕຣ່ານ ເມື່ອວັນອາທິດ ທີ 10 ສິງຫາ 2014.

ລາຍ​ງານ​ຂ່າວ​ດ່ວນຈາກ​ອິຣ່ານ ​ແຈ້ງວ່າ ​ເຮືອບິນ​ໂດ​ຍສານ
ລຳ​ນຶ່ງ​ໄດ້​ປະສົບ​ອຸບັດ​ຕິ​ເຫດ​ຕົກລົງ ​ເຮັດ​ໃຫ້​ມີ​ຄົນ​ຕາຍ
ຢ່າງ​ນ້ອຍ 39 ຄົນ.

​ເຈົ້າ​ໜ້າ​ທີ່​ການ​ບິນ​ອິຣ່ານກ່າວ​ວ່າ ​ເຮືອບິນ​ລຳ​ນັ້ນຕົກລົງ
ຫລັງຈາກບິນຂຶ້ນ​ຈາກ​ເດີ່ນ​ໄດ້​ບໍ່​ດົນ ​ແລະ ຕົກລົງ​ໃສ່​ຖະໜົນ
​ສາຍ​ນຶ່ງ​ໃກ້ໆ​ກັບ​ສະໜາມ​ບິ​ນ Mehrabab ຂອງ​ນະ​ຄອນ
​ຫລວງ ​ເຕຣ່ານ.

ເຮືອບິນໂດຍສານອິຣ່ານ ຕົກ ໃກ້ສະໜາມບິນເຕຣ່ານ.

ເຮືອບິນ​ລຳ​ດັ່ງກ່າວ ຊຶ່ງ​ເປັນ​ຂອງສາຍ​ການບິ​ນ Sepahan Air ກຳລັງ​ຈະ​ມຸ່ງ​ໜ້າ​ໄປ​ຍັງ​
ເ​ມື​ອງ Tabas ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ອິຣ່ານ. ​ເຈົ້າ​ໜ້າ​ທີ່ການບິນ​ເວົ້າ​ວ່າ ມີ​ທັງ​ໝົດ 48 ຄົນ​ຢູ່​ໃນ​ເຮືອບິນ​ລຳ​ນັ້ນ.

Your browser doesn’t support HTML5

IRAN PLANE VO