ສະພາອີຣ່ານ ຮັບຜ່ານຮ່າງກົດໝາຍ ໃນວັນອັງຄານມື້ນີ້ ໃຫ້
ການອະນຸມັດ ຕໍ່ຂໍ້ຕົກລົງນິວເຄລຍກັບກຸ່ມ 6 ປະເທດມະຫາ
ອຳນາດຂອງໂລກ.
ອົງການຂ່າວ IRNA ຂອງທາງການອີຣ່ານໄດ້ກ່າວວ່າ ບັນດາ
ສະມາຊິກສະພາ ລົງຄະແນນສຽງເຫັນພ້ອມ 161 ຕໍ່ 59 ສຽງ
ແລະ 13 ຄົນບໍ່ອອກສຽງ.
ລັດຖະສະພາສະຫະລັດ ໄດ້ເສັດສິ້ນການທົບທວນເບິ່ງຂໍ້ຕົກລົງດັ່ງກ່າວໃນເດືອນແລ້ວນີ້ ໂດຍທີ່ພັກ Democrats ໄດ້ກີດກັນ ຄວາມພະຍາຍາມຂອງພັກ Republican ທີ່ຈະ
ລົງຄະແນນສຽງຕໍ່ຕ້ານຂໍ້ຕົກລົງທີ່ວ່ານີ້.
ຫົວໜ້າຂອງອົງການປະລາມະນູສາກົນ ທ່ານ Ali Akbar Salehi,(ລຸ່ມ), ຖະແຫຼງໃນລັດຖະສະພາ ກ່ຽວກັບຮ່າງກົດໝາຍ ຂອງໂຄງການນິວເຄລຍ ໃນ Tehran, Iran, 11 ຕຸລາ, 2015.
ອີຣ່ານແລະກຸ່ມດັ່ງກ່າວ ທີ່ຮວມມີ ສະຫະລັດ ອັງກິດ ຈີນ ຝຣັ່ງ ຣັດເຊຍ ແລະເຢຍຣະມັນ ໄດ້ບັນລຸຂໍ້ຕົກລົງ ໃນເດືອນກໍລະກົດຜ່ານມານີ້ ຫຼັງຈາກທີ່ໄດ້ມີການເຈລະຈາຕໍ່ຮອງກັນທີ່ຍືດເຍື້ອຍາວນານ ແລະໄດ້ເລື່ອນເວລາອອກໄປ ກາຍເສັ້ນຕາຍທີ່ວາງໄວ້ ຕັ້ງຫຼາຍເທື່ອແລ້ວ. ພາຍໃຕ້ຂໍ້ຕົກລົງດັ່ງກ່າວ ອີຣ່ານຈະໄດ້ຈຳກັດໂຄງການນິວເຄລຍຂອງຕົນເພື່ອແລກປ່ຽນກັບການຜ່ອນຜັນການລົງໂທດ ທີ່ໄດ້ສ້າງຄວາມເສຍຫາຍຕໍ່ເສດຖະກິດຂອງອີຣ່ານ ຢ່າງໜັກໜ່ວງ ໃນບໍ່ເທົ່າໃດປີຜ່ານມານີ້.
ການເຈລາຈາທີ່ວ່ານີ້ ແມ່ນໄດ້ຈັດໃຫ້ມີຂຶ້ນເພື່ອແກ້ໄຂການກ່າວຫາອີຣ່ານພວມດຳເນີນ
ງານເພື່ອສ້າງ ອາວຸດນິວເຄລຍ. ອີຣ່ານໄດ້ປະຕິເສດຕໍ່ຂໍ້ກ່າວຫານີ້ສະເໝີມາ ໂດຍທີ່ຢືນຢັດວ່າ ໂຄງການນິວເຄລຍຂອງຕົນນັ້ນແມ່ນມີຈຸດປະສົງໃນທາງສັນຕິ ເຊັ່ນການຄົ້ນຄວ້າທາງດ້ານການແພດແລະຜະລິດພະລັງງານເທົ່ານັ້ນ.
ສະມາຊິກສະພາ ນິຍົມແນວທາງເດີມ ທ່ານ Bijan Nobaveh Vatan ຖືເຈ້ຍ ທີ່ຂຽນພາສາເປີເຊຍ, "ຝ່າຍຕົງຂ້າມ JCPOA," ໃນການເປີດສະພາ ປຶກສາຫາລື ໃນລັດຖະສະພາ, Tehran, ອິຣ່ານ 11 ຕຸລາ, 2015.
ໃນບາດກ້າວຂອງການດຳເນີນການຕໍ່ໄປ ຂອງຂໍ້ຕົກລົງທີ່ວ່ານີ້ ໃຫ້ຕໍ່ໄປນັ້ນ ກໍແມ່ນຈະໄດ້ຟັງລາຍງານ ຈາກອົງການປະລະມານູສາກົນ ຫຼື IAEA ທີ່ໄດ້ທຳການສືບສວນມາເປັນເວ
ລາດົນກວ່ານຶ່ງທົດສະວັດ ໃນຄວາມເປັນໄປໄດ້ ກ່ຽວກັບການທີ່ອາດຈະນຳໃຊ້ທາງທະຫານ ໃນກິດຈະການນິວເຄລຍຂອງອີຣ່ານ. ຫົວໜ້າອົງການ IAEA ທ່ານ Yukiya Amano ຈະນຳສະເໜີລາຍງານດັ່ງກ່າວ ພາຍໃນວັນທີ 15 ເດືອນທັນວາທີ່ຈະມາເຖິງນີ້.
ອົງການ IAEA ແມ່ນເປັນຜູ້ກຳກັບໃນເລື້ອງສັງເກດການເບິ່ງໂຄງການດັ່ງກ່າວວ່າ ອີຣ່ານ
ປະຕິບັດຕາມຂໍ້ຕົກລົງໃນໂຄງການນິວເຄລຍສາກົນຫຼືບໍ່? ແລະລໍຖ້າໃຫ້ອົງການລະບຸວ່າ ອີຣ່ານ ປະຕິບັດຕາມຂໍ້ຕົກລົງ ຈຶ່ງຈະມີການຍົກເລີກການລົງໂທດຕໍ່ອີຣ່ານ.