ສື່ມວນຊົນຂອງອີຣ່ານ ລາຍງານວ່າ ຜົນການເລືອກຕັ້ງສະມາຊິກສະພາຂັ້ນຕົ້ນ ໃນວັນສຸກຜ່ານມາ ສະແດງໃຫ້ເຫັນວ່າ ພັກອານຸລັກນິຍົມ ໄດ້ຊະນະເຖິງ 70 ເປີເຊັນ ຂອງບ່ອນນັ່ງໃນສະພາເທົ່າກັບ 290 ບ່ອນນັ່ງ ໂດຍພັກອິດສະຫລະ ໄດ້ຮັບປະມານ 20 ເປີເຊັນ ແລະ ພັກປະຕິຮູບ ໄດ້ຮັບພຽງແຕ່ 10 ເປີເຊັນເທົ່ານັ້ນ. ເຖິງຢ່າງໃດກໍຕາມ ພວກສັງເກດການຫຼາຍຄົນ ບົ່ງບອກໃຫ້ເຫັນວ່າ ຈຳນວນຄົນທີ່ອອກມາລົງຄະແນນສຽງ ແມ່ນໜ້ອຍທີ່ສຸດໃນຫຼາຍໆເຂດຂອງປະເທດ.
ພາບວີດີໂອຂອງຜູ້ບັນທຶກສະໝັກຫຼິ້ນທີ່ຖ່າຍທອດ ໂດຍສື່ມວນຊົນຂອງອາຣັບ ແລະອີຣ່ານ ໄດ້ສະແດງໃຫ້ເຫັນວ່າ ພວກຜູ້ຊາຍຈຳນວນນຶ່ງ ຢູ່ດ້ານນອກໜ່ວຍເລືອກຕັ້ງຂອງອີຣ່ານ ໄດ້ກ່າວອ້າງວ່າ ເຈົ້າໜ້າທີ່ເລືອກຕັ້ງ ໄດ້ “ສໍ້ໂກງ” ເອົາການເລືອກຕັ້ງສະມາຊິກສະພາ. ວີໂອເອ ບໍ່ສາມາດຢືນຢັນໄດ້ຢ່າງອິດສະຫລະ ຕໍ່ການກ່າວອ້າງນີ້ ແຕ່ວີດີໂອບັນທຶກຫຼາຍກວ່າ 20 ອັນ ທີ່ລາຍງານໂດຍນັກຂ່າວພົນລະເມືອງ ຢູ່ໃນສື່ສັງຄົມ ໄດ້ປາກົດວ່າ ສະແດງໃຫ້ເຫັນຈຳນວນຄົນທີ່ອອກມາໃຊ້ສິດ ແມ່ນໜ້ອຍທີ່ສຸດ ຢູ່ໜ່ວຍເລືອກຕັ້ງທັງຫຼາຍ.
ຍັງມີລາຍງານຈຳນວນນຶ່ງ ຢູ່ໃນສື່ສັງຄົມ ທີ່ວ່າ ຈຳນວນຄົນທີ່ອອກມາໃຊ້ສິດ ແມ່ນໜ້ອຍຫຼາຍ ເຊັ່ນກັນ ຊຶ່ງບັນດາເຈົ້າໜ້າທີ່ເລືອກຕັ້ງຂອງອີຣ່ານ ໄດ້ຕັດສິນໃຈ ບໍ່ປະກາດຈຳນວນຄົນທີ່ອອກມາໃຊ້ສິດອອກສຽງໃນແຕ່ລະຂົງເຂດ ຫາກແຕ່ ໄດ້ໃຫ້ຈຳນວນຄົນທັງໝົດທີ່ອອກມາປ່ອນບັດໃນທົ່ວປະເທດ ແທນ.
ເຖິງແມ່ນວ່າ ມີປາກົດການຄົນອອກມາໃຊ້ສິດອອກສຽງໜ້ອຍ ກໍຕາມ ສື່ມວນຊົນຂອງອີຣ່ານ ໄດ້ສືບຕໍ່ສະແດງພາບວີດີໂອ ຂອງປະທານາທິບໍດີ ຮາຊານ ຣູຮານີ ກ່າວຖະແຫລງວ່າ ການເລືອກຕັ້ງໃນວັນສຸກ ເປັນ “ເຫດການສະຫງ່າງາມໃນປະຫວັດສາດຂອງປະເທດ ແລະການປະຕິວັດຂອງອິສລາມໃນປີ 1979.” ທ່ານໄດ້ກ່າວຕື່ມວ່າ ໜ່ວຍເລືອກຕັ້ງທັງຫຼາຍໃນທົ່ວປະເທດ ໄດ້ຖືກເຊື່ອມໂຍງທາງອິນເຕີເນັດ ແລະ ທ່ານຮູ້ສຶກພາກພູມໃຈນຳ ພະແນກເລືອກຕັ້ງ ຂອງກະຊວງພາຍໃນ ທີ່ທ່ານກ່າວວ່າ ເປັນ “ສູນກາງບັນຊາການ”.
ອົງການຂ່າວ Fars ຂອງທາງການອີຣ່ານ ໄດ້ອ້າງເຖິງຄຳເວົ້າຂອງທ່ານອັບບັສ ອາລີ ຄາໂຄໄດ ໂຄສົກປະຈຳ ສະພາເພື່ອການພິທັກ ທີ່ກຳກັບນຳການເລືອກຕັ້ງນີ້ ກ່າວຂອບອົກຂອບໃຈ “ບັນດາສະມາຊິກຫຼາຍພັນຄົນ ຂອງຄະນະກຳມະການເຄືອຂ່າຍຜູ້ສັງເກດການ ໃນທົ່ວປະເທດ” ທີ່ຮັບປະກັນວ່າ -- ໃນຄຳເວົ້າຂອງທ່ານ--ການເລືອກຕັ້ງແມ່ນ “ຖືກຕ້ອງ ແລະພວກຄົນຜູ້ທີ່ປ່ອນບັດທັງຫຼາຍ ແມ່ນຢູ່ໃນການຄຸ້ມຄອງເປັນຢ່າງດີ.”