ຜູ້ນຳສູງສຸດຂອງອີຣ່ານ Ayatollah Ali Khamenei ກ່າວວ່າ
ສະຫະລັດແລະ “ບັນດາປະເທດມະຫາອຳນາດລ່າຫົວເມືອງຂຶ້ນ
ຢູໂຣບ” ໄດ້ປະສົບກັບຄວາມລົ້ມແຫຼວໃນຄວາມພະຍາຍາມທີ່
ຈະເຮັດໃຫ້ອີຣ່ານ ຄູ້ເຂົ່າກົ້ມລົງ ໃນລະຫວ່າງການເຈລະຈາ
ກ່ຽວກັບໂຄງການນີວເຄລຍຂອງເຕຫະຣ່ານນັ້ນ.
ການໃຫ້ຄຳເຫັນດັ່ງກ່າວໄດ້ພິມເຜີຍແຜ່ໃນໜ້າ website
ຂອງທ່ານ ໃນວັນອັງ ຄານມື້ນີ້ ຊຶ່ງເປັນຄຳເຫັນອັນທຳອິດ
ຂອງທ່ານ ນັບແຕ່ຄະນະເຈລະຈາຂອງອີຣ່ານແລະກຸ່ມປະເທດ
ມະຫາອຳນາດຂອງໂລກ ໄດ້ຕົກລົງຕໍ່ເວລາໃນການເຈລະຈາ
ກ່ຽວກັບໂຄງການນີວເຄລຍ ອອກໄປຈົນຮອດກາງປີໜ້ານີ້.
Your browser doesn’t support HTML5
IRAN NUCLEAR CNPK
ການຕໍ່ເວລາໃນການເຈລະຈາອອກໄປ ແມ່ນມີຂຶ້ນຫຼັງຈາກທີ່ທັງສອງຝ່າຍບໍ່ໄດ້ບັນລຸຂໍ້ຕົກລົງພາຍໃນແລງວັນຈັນວານນີ້ ເພື່ອຄ້ຳປະກັນວ່າໂຄງການນີວເຄລຍອີຣ່ານ ມີຈຸດປະສົງໃນທາງສັນຕິ ເພື່ອແລກປ່ຽນກັບການຜ່ອນເບົາການລົງໂທດທາງດ້ານເສດຖະກິດຕໍ່ອີຣ່ານນັ້ນ.
ນັກການທູດ ຕໍ່ອາຍຸ ການເຈລະຈາ ນິວເຄລຍ ກັບອີຣ່ານ
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ໄດ້ກ່າວວ່າ ອີຣ່ານ ແລະກຸ່ມທີ່ປະກອບດ້ວຍສະຫະລັດ ອັງກິດ ຈີນ ຝຣັ່ງ ຣັດເຊຍ ແລະເຢຍຣະມັນ ແມ່ນໃກ້ທີ່ສຸດ ທີ່ຈະບັນ
ລຸການຕົກລົງ ທີ່ຄອງຄອຍຖ້າມານານແລ້ວນັ້ນ. ທ່ານໄດ້ລາຍງານໃຫ້ຊາບເຖິງຄວາມຄືບໜ້າ ໃນອັນທີ່ທ່ານເອີ້ນວ່າ ບາງບັນຫາທີ່ສ້າງຄວາມກັງວົນໃຈທີ່ສຸດ ທີ່ຍັງແກ້ໄຂບໍ່ຕົກເທື່ອ.
Your browser doesn’t support HTML5
Iran Nuclear Talks Extended to June 30