ອີຣ່ານ ເຕືອນກ່ຽວກັບ ການລົງໂທດ ທີ່ຜິດກົດໝາຍ ຂອງ ສະຫະລັດ

ເຮືອພິຄາດ USS Bulkeley ເຂົ້າຮ່ວມການສົ່ງກຳລັງບຳລຸງ ທາງທະເລ ຮ່ວມກັບ ເຮືອບັນທຸກນ້ຳມັນ John Lenthall ທີ່ອ່າວໂອມານ.

ອີຣ່າ​ນ ກ່າວ​ໃນ​ວັນ​ພະຫັດ ​ມື້ນີ້ວ່າ ຕົນ​ຈະ​ທຳ​ການ​ຕອບ​ໂຕ້​ຕໍ່
​ການ​ເອົາ​ມາດ​ຕະການ​ແຊກ​ແຊງ​ໃດໆ​ກໍ​ຕາມ​ຂອງ​ສະຫະລັດ
ຫຼັ​ງຈາກ​ເຈົ້າໜ້າ​ທີ່​ສະຫະລັດ​ກ່າວ​ວ່າ ທາງ​ກະຊວງ​ການ​ເງິນ ​
ໄດ້​ກະກຽມ ​ການລົງ​ໂທດ​ຄັ້ງ​ໃໝ່​ ທີ່​ພົວພັນ​ກັບ ​ໂຄງການ​ລູກ​
ສອນໄຟ​ຂີ​ປະ​ນາ​ວຸດ​ຂອງ​ອີ​ຣ່ານ.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອີຣ່ານ ທ່ານ Hossein
Jaber Ansari
​ເອີ້ນ​ແຜນການ​ລົງ​ໂທດ​ດັ່ງກ່າວ​ນີ້ວ່າ ​ເປັນ​ການ​ກະທຳ​ໂດຍ​ລຳພັງ ຕາມ​ອຳ​ເພີ​ໃຈ ​ແລະ​ຜິດ​ກົດໝາຍ.

ພາບນີ້ແມ່ນໄດ້ມາຈາກ ກະຊວງປ້ອງກັນປະເທດ ຂອງ ອິຣ່ານ, 11 ຕຸລາ, 2015, ທີ່ອ້າງເຖິງການທົດລອງຍິງລູກສອນໄຟ ໄລຍະໄກໃນສະຖານທີ່ປິດເປັນຄວາມລັບ.

ໜັງ​ສື​ພິມ Wall Street Jounal ທີ່​ໄດ້​ລາຍ​ງານເປັນ​ຜູ້​ທຳ​ອິດ​ ​ໃນ​ການ​ເຄື່ອນ​ໄຫວ ​ກ່ຽວກັບ
​ແຜນການ​ດັ່ງກ່າວ ​ແຈ້ງວ່າ ການ​ລົງ​ໂທດທີ່​ວ່າ​ນີ້ ມີ​ທ່າ​ທາງ​ວ່າຈະ​ໄດ້​ປະກາດຢ່າງ​ເປັນ​ທາງ​ການ​ໃນ​ສັບປະດາ​ນີ້ ຊຶ່ງ​ຈະ​ຮວມທັງ 12 ສ່ວນ​ບຸກຄົນ ​ແລະບໍລິສັດ​ໃນ​ອິຣ່ານ ຮົງ​ກົງ ​ແລະ​ສະຫະລັດ ອາຣັບ ອີ​ມີ​ແຣັສ.

ອິງຕາມ​ລາຍ​ງານຂອງ Wall Street Jounal ​ແລ້ວ ການ​ລົງ​ໂທດ​ທີ່​ວ່າ​ນີ້​ຈະຮຽກຮ້ອງ​ໃຫ້ບັນດາທະນາຄານທັງຫຼາຍ​ຂອງ​ສະຫະລັດ ​ກັກ​ບັນຊີຊັບ​ສິນ​ຕ່າງໆ​ຂອງ​ພວກ​ທີ່​ມີລາ​ຍ
ຊື່ຢູ່​ໃນບັນຊີ ​ແລະຫ້າມ​ບໍ່​ໃຫ້​ສ່ວນ​ບຸກຄົນ ​ແລະ​ພວກ​ບໍລິສັດ​ທັງຫຼາຍ​ຢູ່​ໃນ​ສະຫະລັດ ​ເຮັດ​ທຸລະ​ກິດ ​ກັບ​ພວກ​ກ່ຽວ.

ກຳປັ່ນບັນທຸກເຮືອບິນ USS Harry S. Truman ຢູ່ໃນທ່າຕຽມພ້ອມ ໃນສະຖານທີ່ທີ່ປິດລັບ ຢູ່ທະເລ Mediterranean.

ນັກ​ຊ່ຽວຊານ​ສະຫະລັດ ​ໄດ້​ກ່າວ​ວ່າ ຈຸດປະສົງ​ພຽງ​ຢ່າງ​ດຽວ​ຂອງ​ລູກ​ສອນ​ໄຟນີ້ ກໍ​ແມ່ນ​ວ່າ​ເພື່ອ​ການ​ລຳລຽງຫົວລະ​ເບີດນິວ​ເຄລຍ​ເທົ່າ​ນັ້ນ.

​ເຈົ້າໜ້າ​ທີ່ຄົນ​ນຶ່ງ​ຂອງ​ລັດຖະບານ​ທ່ານ ​ໂອ​ບາ​ມາ​ ​ໄດ້ກ່າວ​ວ່າ “ພວກ​ເຮົາ​ໄດ້ສຶກສາ​ເບິ່ງມາ ໄດ້​ຊົ່ວໄລຍະ​ນຶ່ງແລ້ວ ກ່ຽວ​ກັບການ​ເອົາ​ມາດ​ຕະການ​ເພີ້​ມຕື່ມ ທີ່​ພົວພັນ​ກັບ​ໂຄງການລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດຂອງ​ອີຣ່ານ ​ອິງ​ຕາມ​ຄວາມ​ເປັນ​ຫ່ວງທີ່​ຍັງ​ມີ​ຢູ່​ຕໍ່​ມາຂອງພວກ​ເຮົາ​ກ່ຽວ ກັບ​ກິດຈະກຳເຫຼົ່ານີ້ ຮວມ​ທັງ​ການ​ທົດ​ລອງ​ຍິງໃນ​ວັນ​ທີ 10 ຕຸລາ. ພວກ​ເຮົາກຳລັງ​ພິຈາລະ​ນາ​ເບິ່ງທຸກໆ​ມູມ ທີ່​ພົວພັນ​ກັບ​ການ​ກຳນົດ​ຕ່າງໆ ຕະຫລອດ​ທັງການ​ປະຕິບັດ​ງານ​ທີ່ພົວ
ພັນທາງ​ການ​ທູດ ທີ່​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດ​ແຫ່ງຊາດຂອງ​ພວກ​ເຮົາ.”