ອີຣ່ານ ແລະສະຫະລັດ ໂອ້ລົມກັນ ກ່ຽວກັບ ການບັນເທົາ ການລົງໂທດ

ພະນັກງານໃນສະຖານທີ່ກັ່ນທາດ Uranium ໃນ Iran, 30 ມີນາ, 2005.

ຄວາມເປັນ​ຫ່ວງ​ເປັນ​ໃຍ​ຂອງ​ອີຣ່ານ ກ່ຽວ​ກັບ​ການບໍ່​ໄດ້​ຮັບການບັນ​ເທົາ ໃນການ​ຫຼຸດຜ່ອນ​ການລົງ​ໂທດ​ຕໍ່​ຕົນ ​ແລະການ​ເຈລະຈາ​ທາງ​ການ​ເມືອງ​ຂອງ​ຊິ​ເຣຍທີ່​ເກີດ​ມີ​ບັນຫາ ຈະ​ເປັນ​ຈຸດ​ເພັ່ງ​ເລັງ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ໃນ​ຂະນະ​
ທີ່​ທ່ານ​ໄດ້​ນັ່ງ​ໂອ້​ລົມສົນທະນາ​ກັນ​ກັບ​ຄູ່​ຕຳ​ແໜ່​ງຝ່າຍອີຣ່ານ ໃນ​ວັນ​ອັງຄານ​ມື້​ນີ້.

ທ່ານ Kerry ​ແລະ​ທ່ານ Mohammad Javad Zarif ລັດຖະມົນຕີ​ການ​ຕ່າງ​ປະ​ເທດຂອງ​ອີຣ່ານຈະ​ພົບ​ປະກັນ​ທີ່​ນະຄອນນິວຢ໊ອກ ໃນ​ການ​ເລີ້ມ​ຕົ້ນ​ການ​ຢ້ຽມຢາມາຂອງ​ທ່ານ Kerry ທີ່ຈະ​ຮວມ​ທັງ​ການ​ຢຸດ​ແວ່ທີ່​ປະ​ເທດອີ​ຈິບ ​ແລະ Saudi Arabia.

​ເຈົ້າ​ໜ້າ​ທີ່​ອີຣ່ານ ​ໄດ້​ຈົ່ມ​ວ່າ ປະ​ເທດ​ຂອງ​ຕົນ ​ແມ່ນ​ບໍ່​ໄດ້​ຮັບ​ການ​ບັນ​ເທົາ​ຈາກການ​ລົງ​ໂທດ ​ຕາມ​ທີ່​ໄດ້​ກຳນົດ​ໄວ້ ​ໃນ​ແຜນປະຕິບັດ​ງານ​ຮ່ວມຮອບດ້ານ ຫຼື JCPOA ກໍ​ຄື​ ຂໍ້​ຕົກລົງນິວ​ເຄລຍ​ຄັ້ງປະຫວັດສາດ ທີ່ເລີ້ມມີ​ການຈັດຕັ້ງປະຕິບັດ​ໃນ​ເດືອນ​ມັງກອນແລ້ວນີ້.

ລັດຖະມົນຕີ ການຕ່າງປະເທດສະຫະລັດ ທ່ານJohn Kerry, ຊ້າຍ, ພົບປະກັບທ່ານ Mohammad Javad Zarif ລັດຖະມົນຕີ ການຕ່າງປະເທດອີຣ່ານ ສະໜັກງານໃຫຍ່ຂອງອົງການສະຫະປະຊາຊາດ, 26 ກັນຍາ, 2015.

ທ່ານ Zarif ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ຮ່ວມ​ ກັບຫົວໜ້າ​ດ້ານ​ນະ​ໂຍບາຍ​ຕ່າງປະ ເທດ​ ຂອງ​ສະຫະພາບ​ຢູ​ໂຣບ ທ່ານນາງ Federica Mogherini ​ວ່າ “ທຸກ​ປະ​ເທດ ​ຄວນ​ເອົາ​ມາດ​ຕະການ​ທີ່ຈຳ​ເປັນ ເພື່ອ​ກຳຈັດອຸບປະສັກຕ່າງໆ ໃນ​ການຈັດຕັ້ງປະຕິບັດ ​ຂໍ້​ຕົກລົງ​ ​ນິວ​ເຄລຍດັ່ງກ່າວນີ້”

ທ່ານ Zarif ​ໄດ້​ກ່າວ​ເພີ້​ມຕື່ມ​ວ່າ “ພວກ​ເຮົາ​ໄດ້​ເຫັນທ່າ​ທີຂອງ​ສະຫະລັດ​ແລ້ວ ​ສະ​ນັ້ນພວກ​ເຮົາ ຈະ​ກົດ​ດັນ​ໃຫ້​ສະຫະລັດ ​ແລະ​ສະຫະພາບ​ຢູ​ໂຣບ ກໍ​ຈະ​ແຜ່ວທາງ ຊຶ່ງ​ຈະ​ປ​ະສານ​ງານ​ກັນ ລະຫວ່າງ​ບັນດາ​ທະນາຄານຕ່າງໆ ​ທີ່​ບໍ່​ແມ່ນ​ຂອງ​ສະຫະລັດ ​ແລະ​ອິຣ່ານ.”

ທ່ານ Josh Earnest ​ໂຄສົກ​ທຳນຽບຂາວ ​ໄດ້​ກ່າວວ່າ “ສະຫະລັດ ​ໄດ້​ເຮັດ​ພັນທະ​ຂອງ ຕົນ ຕໍ່ຂໍ້​ຕົກລົງ JCPOA. ທ່ານ​ຍັງ​ໄດ້​ກ່າວ​ອີກ​ຕື່ມ​ວ່າ ການ​ເຂົ້າ​ເຖິງ​ຂອງ​ລະບົບ​ການ​ເງິນ​ຂອງ​ສະຫະລັດ ​ໂດຍ​ອີຣ່ານນັ້ນ ບໍ່​ແມ່ນ​ສ່ວນ​ນຶ່ງ​ຂອງ​ຂໍ້​ຕົກລົງ.”

ໃນ​ວັນ​ຈັນ​ວານ​ນີ້ ​ທ່ານ John Kirby ໂຄສົກ ​ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຮັບ​ຮູ້ວ່າ ທ່ານ​ຄາດ​ຫວັງ​ວ່າ ບັນຫາ​ການ​ລົງ​ໂທດດັ່ງກ່າວ​ນີ້ ຈະ​ຖືກ​ນຳ​ຂຶ້ນ​ມາ​ໂອ້​ລົມ​ກັນລະຫວ່າງ​ທ່ານ John Kerry ແລະ​ທ່ານ Javad Zarif ໃນ​ວັນ​ອັງຄານ ມື້​ນີ້.

“ພວກ​ເຮົາ​ຮູ້​ໄດ້ເຖິງ ຄວາມ​ເປັນ​ຫວ່ງ​ເປັນໃຍທິ່ພວກ​ທ່ານໄດ້ສະ​ແດງ​ອອກ ກ່ຽວ​ກັບ​ສະພາບ​ການ​ບັນ​ເທົາການ​ລົງ​ໂທດທີ່​ວ່າ​ນີ້ ​ແລະ​ລັດຖະມົນຕີ Kerry ​ກໍຄຳນຶງ​ເຖິງ​ເລື້ອງ​ນີ້ ​ແລະ​ວ່າ​ຈະ​ຖືກນຳ​ຂຶ້ນ​ມາ​ໂອ້​ລົມ​ກັນ.”

ເຊີນອ່ານເພີ້ມຕື່ມໃນພາສາອັງກິດ