ອີຣ່ານ ແລະ ສະຫະລັດ ສືບຕໍ່ ການເຈລະຈານິວເຄລຍ ກ່ອນກຳນົດ ເສັ້ນຕາຍ

ຫົວໜ້າຂອງອົງການພະລັງງານປະລະມານູອີຣ່ານ ທ່ານ Ali Akbar Salehi ກຳລັງລໍຖ້າ ຂຶ້ນລິບ ກ່ອນໜ້າ ການເຈລະຈາ ກັບບັນດາເຈົ້າໜ້າທີ່ ສະຫະລັດ ຢູ່ທີ່ໂຮງແຮມ Beau Rivage Palace ໃນເມືອງ Lausanne ປະເທດສະວິສເຊີແລນ, ເມື່ອວັນພະຫັດທີ 26 ມີນາ 2015.

ຄະນະເຈລະຈາຂອງສະຫະລັດ ​ແລະອີຣ່ານ ມີກຳນົດ​ທີ່​ຈະ​ສືບ​ຕໍ່
​ການ​ເຈລະຈາ​ຫາລືຮອບ​ສຸດ​ທ້າຍ​ ກ່ຽວ​ກັບ​ໂຄງການ​ນິວ​ເຄລຍ
ຂອງ​ອີຣ່ານ ໃນ​ວັນ​ສຸກ​ມື້​ນີ້ ​ໃນຂະນະ​ທີ່​ເສັ້ນ​ຕາຍທີ່​ໄດ້​ກຳນົດ​ໄວ້
ຄືວັນ​ທີ 31 ມີນາ ​ເພື່ອ​ໃຫ້​ບັນລຸຂອບ​ຂອງຂໍ້​ຕົກລົງນັ້ນ ​ແມ່ນຫຍັບ
​ໃກ້​ເຂົ້າມາ​ຕື່ມອີກ.

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ໄດ້​ພົບ
​ປະ​ກັບ ລັດຖະມົນຕີ​ຕ່າງປະ​ເທດ​ອີຣ່ານ ທ່ານ Javad Zarif ຢູ່​ທີ່​
ເມືອງ Lausanne ປະ​ເທດ​ສະ​ວິສ​ເຊີ​ແລນ ​ໃນ​ວັນ​ພະຫັດ​ວານ​ນີ້
ຊຶ່ງທັງ​ສອງ​ຝ່າ​ຍ​ໄດ້​ສະ​ແດງ​ຄວາມຫວັງໄປໃນແງ່ດີ ທີ່ວ່າ ຂໍ້ຕົກລົງ
​ນີ້ສາມາດ​ບັນລຸ​ກັນໄດ້.

ບັນດາ​ນັກ​ການ​ທູດອາວຸ​ໂສ ​ຈາກອັນ​ທີ່​ເອີ້ນ​ວ່າກຸ່ມປະເທດ P5+1 ທີ່​ມີ​ສ່ວນ​ຮ່ວມ ​ໃນ​
ການ​ເຈ​ລະ​ຈານັ້ນ ​ແມ່ນ​ຄາ​ດກັນ​ວ່າ ຈະ​ເຂົ້າຮ່ວມ ກັບຄູ່​ຕຳ​ແຫນ່​ງ​ຝ່າຍອີຣ່ານ​ ແລະ
​ສະຫະລັດໃນໄວໆນີ້ ຂະນະ​ທີ່​ການ​ແກ້​ໄຂ​ທາງ​ການ​ທູດ​ກຳ​ລັງຂຸ້ນຂ້ຽວ​ຂຶ້ນ ກ່ອນ​ໜ້າ
​ວັນ​ເສັ້ນຕາຍມາເຖິງ.

​ໃນ​ວັນ​ພະຫັດ​ວານ​ນີ້ ປະທານາທິບໍດີ​ອີຣ່ານ ທ່ານ Hassan Rouhani ກ່າວ​ວ່າ ທ່ານ
ໄດ້​ສົ່ງ​ຈົດໝາຍໄປ​ໃຫ້ຜູ້ນຳ 6 ປະ​ເທດ​ມະ ຫາ​ອຳນາດຂອງໂລກ “ໂດຍອະທິບາຍ​ເຖິງ
ທ່າທີ​ຂອງ​ອີຣ່ານ ກ່ຽວ​ກັບ​ບັນຫາ​ດ້ານຂອງ​ນິວ​ເຄລຍ ​ແລະ ການເຄື່ອນໄຫວ
ຫຼ້າສຸດ​ຕ່າງໆ”
ທີ່​ເກີດ​ຂຶ້ນ​ໃນ​ການ​ເຈລະຈາ​ກັນນັ້ນ. ບັນດາ​ເຈົ້າໜ້າ​ທີ່​ສະຫະລັດ ​ໃຫ້
ການຢືນຢັນ​ວ່າ ​ໄດ້​ຮັບຈົດໝາຍ​ດັ່ງກ່າວ ​ແຕ່​ບໍ່​ໄດ້​ເປີດ​ເຜີຍ​ ​ເນື້ອ​ໄນ​ຂອງ​ຈົດໝາຍ​ນັ້ນ
ໃຫ້ຊາບ.

ທ່ານ Rouhani ຍັງ​ໄດ້​ກ່າວ​ຖະ​ແຫລງຜ່ານທາງ Twitter ວ່າ ທ່ານ​ໄດ້​ໂອ້ລົມ​ກັບ​ຜູ້ນຳ
​ຂອງ​ຈີນ ຣັດ​ເຊຍ ຝຣັ່ງ ​ແລະ​ ອັງກິດ ​ໂດຍ​ກ່າວ​ຢ້ຳ​ວ່າ ການລົງໂທດແບບ “​ບໍ່​ຍຸດຕິ​ທຳ”
ທັງ​ໝົດ ​ ຕໍ່​ອີຣ່ານນັ້ນ ຕ້ອງໄດ້ຖືກຍົກເລີກ.

ອີຣ່ານຢາກໃຫ້ຍົກເລີກການລົງ​ໂທດຕ່າງໆ​ຂອງນາໆຊາດ ຕໍ່​ປະ​ເທດ​ຕົນ ​ໃນ​ທັນ​ທີ ໃນ
ຖານະທີ່​ເປັນພາກ​ສ່ວນ​ນຶ່ງ ຂອງ​ຂໍ້​ຕົກລົງ ​ແຕ່ຂະນະ​ດຽວ​ກັນ ສະຫະລັດ ​ແລະ ປະເທດ​
ອື່ນໆ ກ່າວ​ວ່າ ການ​ລົງ​ໂທດເຫຼົ່ານັ້ນ ຄວນຈະຖືກຍົກເລີກເປັນຂັ້ນໆໄປ.

Your browser doesn’t support HTML5

Iran Nuclear Talk