ປະທານາທິບໍດີຂອງອີຣ່ານ ປະຕິເສດຕໍ່ ຂໍ້ກ່າວຫາຂອງສະຫະລັດ (ເບິ່ງວີດີໂອ)

  • ສິງ ບູຣົມມະວົງ

ປະທານາທິບໍດີ Mahmoud Ahmadinejad ແຫ່ງອີຣານ. ວັນທີ 16 ຕຸລາ 2011D

ປະທານາທິບໍດີຂອງອິຣ່ານໄດ້ປະຕິເສດຕໍ່ ຂໍ້ກ່າວຫາຂອງສະຫະລັດ ທີ່ວ່າອິຣ່ານມີສ່ວນ
ພົວພັນ ໃນການວາງແຜນລອບສັງຫານ ເອກອັກຄະລັດຖະທູດຊາອູດີອາ​ເຣ​ເບຍໃນ
ສະຫະລັດນັ້ນ.

ທ່ານ Mahmoud Ahmadinejad ປະທານາທິບໍດີອິຣ່ານ ກ່າວໃນວັນອາທິດມື້ນີ້ວ່າ
ປະຊາຊົນອິຣ່ານມີຄວາມຈະເຣີນສີວິໄລ ມີວັດທະນະທໍາສູງສົ່ງ ແລະບໍ່ຈໍາເປັນຕ້ອງໃຊ້
ວິທີການສັງຫານ.

ຜູ້ນໍາສູງສຸດຂອງອິຣ່ານ Ayatollah Ali Khamenei ​ໄດ້ກ່າວເມື່ອວັນເສົາວານນີ້ວ່າ ການ
ກ່າວອ້າງຂອງສະຫະລັດທີ່ວ່າເຕຫະຣ່ານສະໜັບສະ ໜຸນແຜນການລອບສັງຫານນັ້ນ ເປັນ
ເລື່ອງໄຮ້ສາລະ. ຜູ້ນໍາສູງສຸດຂອງອິຣ່ານກ່າວຫາສະຫະລັດວ່າ ທໍາການກ່າວຫາທີ່ບໍ່ມູນ
ຄວາມຈິງໃດໆ ຕໍ່ ຕ້ານຊາວອິຣ່ານຈໍານວນບໍ່ເທົ່າໃດຄົນໃນສະຫະລັດ ອັນເປັນພາກສ່ວນ ຂອງຄວາມພະຍາຍາມເພື່ອໂດດດ່ຽວອິຣ່ານ.

ເມື່ອວັນອັງຄານອາທິດຜ່ານມານີ້ ກະຊວງຍຸຕິທໍາສະຫະລັດປະກາດວ່າ ຕົນໄດ້ທັບ​ມ້າງແຜນ
ການທີ່ສະຫະລັດກ່າວຫາວ່າ ​ເປັນ​ຂອງອິຣ່ານເພື່ອລອບສັງຫານ ທ່ານ Adel al-Jubeir
ເອກອັກຄະລັດຖະທູດ ຊາອູດີ ປະຈໍາສະຫະລັດ. ພວກເຈົ້າໜ້າທີ່ກ່າວວ່າ ສະຫະລັດໄດ້ຍື່ນ
ຟ້ອງຊາວອິຣ່ານສອງຄົນ ​ໃນ​ຂໍ້ຫາມີສ່ວນພົວພັນກັບແຜນການລອບສັງຫານດັ່ງ ກ່າວນີ້ ຊຶ່ງພວກເຈົ້າໜ້າທີ່ສະຫະລັດກ່າວວ່າ ຜູ້ຕ້ອງສົງ​ໄສຄົນນຶ່ງ ເປັນ ສະມາຊິກຂອງກອງກໍາລັງ
Quds ຫົວກະທິຂອງອິຣ່ານ.

ເບິ່ງວີດີໂອລາຍງານ ກ່ຽວກັບແຜນການລອບສັງຫານຂອງອິຣ່ານ: