40 ກວ່າຄົນ ເສຍຊີວິດ ໃນອຸປະຕິເຫດ ລົດໄຟ ຕຳກັນ ຢູ່ອີຣ່ານ

ຮູບນີ້ແມ່ນນຳອອກເຜີຍແຜ່ ໂດຍອົງການຂ່າວ Fars ທີ່ສະແດງໃຫ້ເຫັນ ບ່ອນລົດໄຟຕຳກັນ ທາງຕາເວັນອອກ ນະຄອນຫຼວງເຕຫະຣ່ານ (25 ພະຈິກ 2016)

ມີ​ຜູ້​ເສຍ​ຊີວິດ ​ຢ່າງ​ໜ້ອຍ 43 ຄົນ ​ຍ້ອນ​ອຸປະຕິ​ເຫດ​ ລົດ​ໄຟ​ຕຳ​ກັນ ​ໃນ​ວັນ​ສຸກ​ວານນີ້ຢູ່ທີ່​ແຂວງ Semnan ທາງ​ພາກ​ກາງ​ຕອນ​ເໜືອຂອງ​ປະ​ເທດ​ອີຣ່ານ. ນອກ​ນັ້ນຍັງ​ມີ​ອີກ​ຫຼາຍ​ກວ່າ 100 ຄົນ​ໄດ້​ຖືກສົ່ງ​ໄປ​ຮັບ​ການ​ປິ່ນປົວ​ຢູ່​ທີ່​ໂຮງໝໍ ຫລັງ​ຈາກ​ທີ່​ໄດ້​ເກີດ​ອຸປະຕິ​ເຫດ​ແລ້ວ.

​ລາຍ​ງານ​ຂ່າວ​ຂອງໂທລະພາບທາງ​ການ​ອີຣ່ານສະ​ແດງ​ໃຫ້​ເຫັນ​ວ່າ ມີ​ລົດ​ໄຟ 4 ຕູ້​ໄດ້​ຕົກ​ລາງ​ໂດຍ​ທີ່ 2 ຕູ້​ໄດ້​ລຸກ​ໄໝ້​ເປັນ​ໄຟ. ພວກ​ກູ້​ໄພ​ກຳລັງ​ເຮັດ​ວຽກ​ຢູ່​ໃກ້ໆຕູ້​ລົດ​ໄຟ​ທີ່​ເກີດ​ໄຟ​ໄໝ້.

ອຸປະຕິ​ເຫດ​ໃນ​ຄັ້ງນີ້ ແມ່ນ​ເກີດ​ຂຶ້ນຢູ່​ເທິງ​ເສັ້ນທາ​ງສາຍ​ຫຼັກລະຫວ່າງ​ນະຄອນຫຼວງ​ເຕຫະ ຣ່ານ​ແລະ​ເມືອງ Mashhad ຫົວ​ເມືອງ​ໃຫຍ່​ອັນ​ດັບ​ສອງ ​ຂອງ​ອີ​ຣ່ານ ​ເວລາ​ລົດ​ໄຟ​ໂດຍ ສານ​ທີ່​ກຳລັງເດີນທາງ​ ຕຳ​ກັບ​ລົດ​ໄຟ​ດ່ວນ ທີ່​ຈອດ​ຢູ່​ສະຖານີແຫ່ງ​ນຶ່ງ ຍ້ອນ​ບັນຫາ​ທາງ​ດ້ານ​ເຄື່ອງ​ຈັກ.

ເຈົ້າ​ແຂວງ Mohammad Reza Khabbaz ກ່າວ​ຕໍ່​ໂທລະພາບ​ ຂອງ​ລັດຖະບານ​ວ່າ ຈຳນວນພວກ​ທີ່​ບາດ​ເຈັບ​ລົ້ມຕາຍ​ມີ​ທ່າ​ທາງ​ວ່າ​ຈະ​ເພີ້ິ້ມຂຶ້ນຕື່ມ​ແລະ​ອາກາດ​ໜາວອາດ ​ມີສ່ວນ​ພາ​ໃຫ້​ເກີດ​ອຸປະຕິ​ເຫດ​ໃນເທື່ອ​ນີ້.

ທ່ານ Khabbaz ກ່າວ​ວ່າ “ການ​ສືບສວນ​ໃນ​ຂັ້ນຕົ້ນສະ​ແດງ​ໃຫ້​ເຫັນ​ວ່າ ​ໄດ້​ເກີດ​ບັນທາງ​ດ້ານ​ເຄື່ອງ​ຈັກ ບາງທີ​ອາດ​ມີ​ສາ​ເຫດ​ມາ​ຈາກ​ອາກາດ​ໜາວ ​ໄດ້​ບັງຄັບ​ໃຫ້​ລົດ​ໄຟ​ດ່ວນ ທີ່​ແລ່ນ​ລະຫວ່າງ​ເມືອງ Tabriz ​ແລະ Mashhad ຕ້ອງ​ໄດ້​ຈອດ.”

​ແຕ່​ອົງການ​ຂ່າວ​ເອພີລາຍ​ງານ​ວ່າ ຜູ້​ແທນ​ຄົນ​ນຶ່ງ​ຈາກ​ເຂດ​ດັ່ງກ່າວ​ໃຫ້​ຮ່ອງຮອຍ​ວ່າ​ເຈົ້າ ໜ້າ​ທີ່​ຢູ່​ສະຖານີ​ລົດ​ໄຟ​ເມືອງ Semnan ອາດ​ອະນຸຍາດ​ດ້ວຍ​ຄວາມ​ຜິດພາດ​ໃຫ້​ລົດ​ໄຟ ນຶ່ງ​ໃນ​ສອງ​ຂະ​ບວນ ແລ່ນ​ໄປກ່ອນ​ກຳນົດ.

ປະທານາທິບໍດີ​ອີ​ຣ່ານທ່ານ Hassan Rouhani ​ໄດ້​ອອກ​ຖະ​ແຫຼງຂ່າວ​ສະບັບນຶ່ງສະ​ແດງ​ຄວາມ​ເສົ້າ​ສະຫລົດ​ໃຈ​ຕໍ່​ຄອບຄົວ​ຂອງ​ພວກ​ເຄາະ​ຮ້າຍ.

ອີງ​ຕາມອົງການ​ຂ່າວ​ເອພີ​ແລ້ວ ອີຣ່ານລາຍ​ງານ​ວ່າ ​ມີ​ຜູ້​ເສຍ​ຊີວິດຍ້ອນ​ອຸປະຕິ​ເຫດບົນ​ທ້ອງ​ຖະໜົນສະ​ເລ່ຍ​ແລ້ວ​ປະມານ 17,000 ຄົນ​ໃນ​ແຕ່ລະ​ປີ. ອັດຕາການ​ເສຍ​ຊີວິດ​ສູງ​ສ່ວນ​ໃຫຍ່​ແມ່ນ​ມີ​ສາ​ເຫດ​ມາ​ຈາກ​ຄົນ​ຂັບ​ລົດ ​ທີ່​ບໍ່​ນັບຖື​ກົດ​ຈະລາ​ຈອນ ລົດ​ເກົ່າ​ເກີນ​ໄປ ​ແລ​ະການ​ບໍລິການ​ສຸກ​ເສີນ​ທີ່​ບໍ່​ພຽງພໍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ