ອີຣ່ານ ຕົກລົງໃຫ້ຜູ້ກວດກາສາກົນ ໄປກວດ ແລະສ້ອມແປງ ກ້ອງວົງຈອນປິດໃນ ຢູ່ສະຖານທີ່ນິວເຄລຍຂອງຕົນ

ທ່ານ Rafael Mariano Grossi, ອໍານວຍການໃຫຍ່ ຂອງອົງການພະລັງງານປະລະມານູສາກົນ (ກາງ) ເຂົ້າຮ່ວມກອງປະຊຸມກັບ ຫົວໜ້າອົງການພະລັງງານປະລະມານູຂອງອີຣ່ານ ທ່ານ Mohammad Eslami ໃນເຕຫະຣ່ານ, ວັນທີ 12 ກັນຍາ, 2021.

ອີຣ່ານໄດ້ຕົກລົງທີ່ຈະອະນຸຍາດໃຫ້ເຈົ້າໜ້າທີ່ກວດກາສາກົນໃຫ້ກວດກາ ແລະສ້ອມແປງກ້ອງວົງຈອນປິດຢູ່ໃນສະຖານທີ່ນິວເຄລຍທີ່ມີຄວາມຫລໍ່ແຫລມຂອງຕົນ ແລະສືບຕໍ່ຖ່າຍຮູບຢູ່ທີ່ນັ້ນ, ຊຶ່ງເປັນການຫລີກລ້ຽງການປະເຊີນໜ້າກັນທາງການທູດໃນອາທິດນີ້.

ການປະກາດດັ່ງກ່າວໄດ້ມີຂຶ້ນໃນວັນທີ 12 ກັນຍາຫຼັງຈາກການເຈລະຈາທີ່ນະຄອນຫຼວງເຕຫະຣ່ານ ລະຫວ່າງທ່ານຣັຟເຟແອລ ກຣອສຊີ (Rafael Grossi), ຫົວໜ້າອົງການພະລັງງານປະລະມານູສາກົນ ຫລື IAEA ແລະທ່ານ ໂທຮໍາມັດ ແອສລາມີ (Mohammad Eslami), ຫົວໜ້າອົງການພະລັງງານປະລະມານູຂອງອີຣ່ານ.

ການເຈລະຈາດັ່ງກ່າວມີຈຸດປະສົງເພື່ອຫຼຸດຜ່ອນສະພາບທີ່ບໍ່ຕົກລົງກັນໄດ້ ລະຫວ່າງເຕຫະຣ່ານ ແລະປະເທດຕາເວັນຕົກພຽງແຕ່ເປັນຍ້ອນປະເທດດັ່ງກ່າວຂົ່ມຂູ່ວ່າຈະເຮັດໃຫ້ການເຈລະຈາເພີ່ມຂຶ້ນ ແລະທໍາລາຍການເຈລະຈາກ່ຽວກັບການຟື້ນຟູຂໍ້ຕົກລົງນິວເຄຼຍອີຣ່ານໃຫ້ພັງທະລາຍລົງ.

"ພວກເຮົາໄດ້ຕົກລົງກັນກ່ຽວກັບການປ່ຽນບັດຄວາມຈຳຂອງກ້ອງຖ່າຍຮູບຂອງອົງການດັ່ງກ່າວ," ນັ້ນຄືຄໍາເວົ້າຂອງທ່ານ ແອລສລາມີ ທີີ່ຖືກເອີ່ຍເຖິງໂດຍອົງການຂ່າວຕ່າງໆ ຂອງອີຣ່ານ.

ອົງການນິວເຄຼຍກ່າວກ່າວຢູ່ໃນຖະແຫຼງການຮ່ວມສະບັບນຶ່ງວ່າ: “ເຈົ້າໜ້າທີ່ກວດກາ IAEA ໄດ້ຮັບອະນຸຍາດໃຫ້ກວດກາແລະສ້ອມແປງອຸປະກອນທີ່ຖືກລະບຸດັ່ງກ່າວ ແລະເອົາສິ່ງເກັບພາບບັນທຶກຂອງເຂົາເຈົ້າໄປປ່ຽນໃສ່ ເຊິ່ງຈະຖືກເກັບຮັກສາໄວ້ພາຍໃຕ້ກາປະທັບຮ່ວມກັນຂອງ IAEA ແລະ AEOI ຢູ່ໃນສາທາລະນະລັດອິສລາມອີຣ່ານ.”

ທ່ານກຣອສຊີ (Grossi) ກ່າວວ່າ "ຂ້າພະເຈົ້າດີໃຈທີ່ໄດ້ກ່າວວ່າມື້ນີ້ພວກເຮົາສາມາດໄດ້ຮັບຜົນໃນທາງທີ່ສ້າງສັນຫຼາຍ, ເຊິ່ງກ່ຽວຂ້ອງກັບການສືບຕໍ່ດຳເນີນງານຂອງອຸປະກອນຂອງອົງການຢູ່ທີ່ນີ້," ທ່ານກ່າວອີກ ມັນ "ເປັນສິ່ງທີ່ຂາດບໍ່ໄດ້ສໍາລັບພວກເຮົາເພື່ອຈະໃຫ້ການຄໍ້າປະກັນແລະຂໍ້ມູນທີ່ຈໍາເປັນແກ່ IAEA ແລະ ຕໍ່ໂລກວ່າທຸກສິ່ງທຸກຢ່າງແມ່ນເປັນລະບຽບຮຽບຮ້ອຍດີ."

ມັນເປັນການຢ້ຽມຢາມອີຣ່ານຄັ້ງທຳອິດຂອງທ່ານກຣອສຊີນັບຕັ້ງແຕ່ປະທາ ນາທິບໍດີທີ່ເປັນຄົນຫົວຮຸນແຮງຈັດ ເອບຣາຮິມ ເຣຊີ (Ebrahim Raisi) ໄດ້ເຂົ້າຮັບຕຳແໜ່ງໃນເດືອນສິງຫາເປັນຕົ້ນມາ.

ການເຈລະຈາລະຫວ່າງອີຣ່ານແລະມະຫາອຳນາດໂລກກ່ຽວກັບການຈຳກັດໂຄງ ການນິວເຄລຍຂອງອີຣ່ານເພື່ອແລກປ່ຽນກັບການຜ່ອນຜັນການລົງໂທດແມ່ນບໍ່ມີປະໂຫຍດຕັ້ງແຕ່ເດືອນມິຖຸນາເປັນຕົ້ນມາ.

ໃນຕົ້ນເດືອນນີ້, IAEA ໄດ້ກ່າວຢູ່ໃນລາຍງານວ່າ ອີຣ່ານໄດ້ສືບຕໍ່ເພີ່ມການເກັບຮັກສາທາດຢູເຣນຽມທີ່ມີແສນຍານຸພາບສູງໄວ້.

ອ່ານຂ່າວນີເພີ້ມເປັນພາສາອັງກິດ