ອີຣ່ານ ຂົ່ມຂູ່ທີ່ຈະທຳລາຍ ກຳປັ່ນລົບ ສຫລ ຢູ່ໃນອ່າວເປີເຊຍ

ຄວາມເຄັ່ງຕຶງຢູ່ໃນອ່າວເປີເຊຍ.

ຫົວໜ້າກຳລັງພິທັກປະຕິວັດຂອງອີຣ່ານ ກ່າວໃນວັນພະຫັດວານນີ້ວ່າ ອີຣ່ານ ຈະທຳ
ລາຍກຳປັ່ນລົບອາເມຣິກັນ ຖ້າກຳປັ່ນດັ່ງກ່າວຫາກຂົ່ມຂູ່ຕໍ່ກຳປັ່ນອີຣ່ານ ຢູ່ໃນອ່າວ
ເປີເຊຍ.

ການເຕືອນໄດ້ມີຂຶ້ນນຶ່ງມື້ ຫຼັງຈາກປະທານາທິບໍດີດໍໂນລ ທຣໍາ ໄດ້ສັ່ງໃຫ້ທຳ ການໂຈມ
ຕີທາງທະຫານແບບມີເງື່ອນໄຂຕໍ່ບັນດາກຳປັ່ນຂອງອີຣ່ານ ຫຼັງຈາກ ໄດ້ມີການປະເຊີນ
ໜ້າຢ່າງເຄັ່ງຕຶງຫວ່າງມໍ່ໆມານີ້ ລະຫວ່າງປະເທດທັງສອງຢູ່ ໃນອ່າວເປີເຊຍ.

ນາຍພົນຕີໂຮສເຊນ ຊະລາມີ ກ່າວຜ່ານທາງໂທລະພາບລັດຖະບານວ່າ “ຂ້າ ພະເຈົ້າ
ໄດ້ສັ່ງໃຫ້ ບັນດາກຳລັງຂອງກອງທັບເຮືອຂອງພວກເຮົາ ທຳລາຍກຳ ລັງພວກກໍ່ການ
ຮ້າຍອາເມຣິກັນ ຢູ່ໃນອ່າວເປີເຊຍ ທີ່ເປັນໄພຂົ່ມຂູ່ຕໍ່ກຳປັ່ນທະ ຫານ ຫຼືກຳປັ່ນທີ່ບໍ່ແມ່ນ
ທະຫານຂອງອີຣ່ານ. ຄວາມປອດໄພຂອງອ່າວເປີເຊຍເປັນສ່ວນນຶ່ງຂອງບູລິມະສິດ
ຍຸດທະສາດຂອງອີຣ່ານ.”

ປະທານາທິບໍດີດໍໂນລ ທຣໍາ ໄດ້ສົ່ງຂໍ້ຄວາມທາງທວິດເຕີ ໃນວັນພຸດວານນີ້ວ່າ ທ່ານ
ໄດ້ “ແນະນຳໃຫ້ກອງທັບເຮືອສະຫະລັດຍິງແລະທຳລາຍເຮືອທີ່ຕິດອາວຸດ ຂອງອີີຣ່ານ
ທັງໝົດ ຖ້າຫາກເຂົາເຈົ້າຮາວີບັນດາກຳປັ່ນຂອງພວກເຮົາຢູ່ໃນທະ ເລ.” ແຕ່ຕໍ່ມາທ່ານ
ໄດ້ກ່າວວ່າ ທ່ານບໍ່ໄດ້ປ່ຽນແປງກົດລະບຽບ ຂອງກອງທັບ ສະຫະລັດ ໃນການໂຈມຕີ
ແຕ່ຢ່າງໃດ.

ບໍ່ເທົ່າໃດມື້ ກ່ອນປະທານາທິບໍດີທຣໍາ ອອກຄໍາສັ່ງແບບມີເງື່ອນໄຂນັ້ນ ກຳ ພິທັກປະຕິ
ວັດອີຣ່ານກ່າວວ່າ ກໍາລັງຂອງຕົນໄດ້ເຝິກຊ້ອມຢູ່ໃນອ່າວເປີເຊຍ ເວລາເຂົາເຈົ້າໄດ້
ປະເຊີນໜ້າ “ກັບການປະຕິບັດແບບບໍ່ແມ່ນມືອາຊີບ ແລະ ການກະທຳແບບທ້າທາຍ”
ຈາກກຳປັ່ນລົບສະຫະລັດ

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ