ປະທານາທິບໍດີອິຣ່ານຊວນ​ເຊີນ ​ປ. ​ໂອ​ບາ​ມາໂຕ້​ວາທີ​ກັນ

ທ່ານ​ Mahmoud Ahmadinejad ປະທານາທິບໍດີຂອງ
IRAN ກ່າວ​ໃນ​ວັນຈັນ​ວານນີ້​ວ່າ ທ່ານ​ພ້ອມແລ້ວທີ່​ຈະ​ພົບ
ກັບປະທານາທິບໍດີສະຫະລັດ ໃນ​ການໂຕ້​ວາທີກັນທາງ​
ໂທລະພາບແບບນຶ່ງ​ຕໍ່​ນຶ່ງ ຢູ່ສໍານັກງານ​ໃຫຍ່ຂອງອົງການ
ສະ​ຫະປະຊາ​ຊາດ ທີ່​ນິວຢອກ ໃນ​ເດືອນ​ໜ້າ​ນີ້.


ທ່ານ​ Ahmadinejad ຍັງ​ເວົ້າ​ວ່າ ພວກທ່ານທັງ​ສອງ​
ອາດ​ສາມາດ​ສະ​ເໜີ​ວິທີການ​ແກ້​ໄຂ​ບັນຫາຕ່າງໆຂອງໂລກ
ແລະ​ເບິ່ງວ່າຜູ້ໃດຈະມີວິທີແກ້ໄຂທີ່ດີ ກວ່າ.


ທາງສະຫະລັດແມ່ນໄດ້ປະຕິເສດ ຕໍ່​ການສະ​ເນີ​ເ​ເນະແບບ​ນີ້ ມາ​ແລ້ວໃນອະດີດ ແລະ
ກ່າວຫາ Iran ວ່າ​ຊອກຫາຊ່ອງ​ທາງ​ເພື່ອ​ສ້າງ​ອາວຸດນີວ​ເຄລຍ ຊຶ່ງເປັນ​ຂໍ້​ຫາ​ທີ່ທາງ
Iran ໄດ້​ປະຕິ​ເສດ​. ສະຫະລັດ​ຢາກ​ໃຫ້ແກ້​ໄຂ​ບັນຫາ​ໂຄງ ການສ້າງອາວຸດນີວ​ເຄລຍ
ຂອງ​ອິຣ່ານນີ້ ຜ່ານການດຳ​ເນີນ​ການ​ທູດ​ຢ່າງ​ເປັນ​ທາງການ.