ຈຳນວນ ຜູ້ເສຍຊີວິດ ຊາວອີຣ່ານ ໃນ ການສະແຫວງບຸນ Hajj ມີ 464 ຄົນ

ບັນດາຜູ້ສະແຫວງບຸນ ຊາວມຸສລິມ ແລະ ພະນັກງານກູ້ໄພ ເຕົ້າໂຮມກັນອ້ອມສົບຜູ້ເຄາະຮ້າຍ ຈາກເຫດຢຽບກັນຕາຍ ໃນເມືອງ Mina ປະເທດຊາອຸດີ ອາຣາເບຍ ໃນລະຫວ່າງ ການສະແຫວງບຸນ hajj ປະຈຳປີ, ວັນພະຫັດ ທີ 24 ກັນຍາ 2015.

ອົງ​ການ​ຈັດ​ງານ​ສະ​ແຫວ​ງບຸນ Hajj ຂອງອີຣ່ານ ກ່າວ​ໃນ​ວັນ​
ພະຫັດ​ມື້​ນີ້ ວ່າ ​ປັດຈຸ​ບັນ​ນີ້ ໄດ້ມີ​ການ​ຢັ້ງຢືນແລ້ວວ່າ ​ມີຊາວ​
ອີຣ່ານ 464 ຄົນ ​ໄດ້ເສຍ​ຊີວິດ ຫຼັງຈາກ​ເຫດການ​ຢຽບກັນຕາຍ
​ເມື່ອ​ອາທິດ​ແລ້ວ​ນີ້ ​ໃນ​ລະຫວ່າງ ການສະ​ແຫວ​ງບຸນປະຈຳ​ປີ​
ຂອງ​ຊາວ​ມຸສລິ​ມ ຢູ່​ໃນ ຊາ​ອຸ​ດີ ອາຣາ​ເບຍ.

ກ່ອນ​ໜ້າ​ວັນ​ພະຫັດ​ມື້​ນີ້ ຕົວ​ເລກ​ລວມຂອງພວກທີ່​ເສຍ​ຊີວິດ
ຊາວອີຣ່ານ ​ແມ່ນ​ເຄິ່ງນຶ່ງ​ຂອງ​ຈຳນວນ​ດັ່ງກ່າວ ​ເພາະຍັງ​ບໍ່​ຮູ້ຈັກ
ຊາຕາ​ກຳ​ຂອງ​ຜູ້​ຄົນອີກຈຳນວນນຶ່ງນັບ​ຕັ້ງ​ແຕ່​ການ​ຢຽບກັນຕາຍ
​ຂອງ​ພວກສະ​ແຫວ​ງບຸນ ທີ່ໄດ້​ເກີດ​ຂຶ້ນຢູ່​ນອກ​ນະຄອນ Mecca
​ເມື່ອ​ອາທິດ​ແລ້ວ​ນີ້. ບັນດາ​ເຈົ້າ ໜ້າ​ທີ່ ຊາ​ອຸ​ດີ ອາຣາ​ເບຍ ​ໄດ້​ກ່າວ​ວ່າ ຕົວ​ເລກ​ລວມຂອງ​ຜູ້​
ເຄາະ​ຮ້າຍ ​ມີຢາງ​ໜ້ອຍ 769 ຄົນ ​ໂດຍ​ມີຊາວ​ອີຣ່ານ​ເປັນ​ສ່ວນ​ໃຫຍ່.

ພວກ​ສະ​ແຫວ​ງບຸນ ​ໄດ້​ຕຳ​ໜິການ​ຢຽບ​ກັນ​ຕາຍ ຢູ່​ທີ່ເມືອງ Mina ວ່າ ​ເປັນ​ຍ້ອນ​ການ​ປິດທາງ​ຂອງ​ຕຳຫຼວດ ​ແລະ ການ​ຈັດການ​ທີ່​ຂີ້ຮ້າຍ.

ບັນດາ​ເຈົ້າໜ້າ​ທີ່​ອີຣ່ານ​ໄດ້​ຕຳໜິຕິຕຽນ​ ຊາ​ອຸ​ດີ ອາຣາ​ເບຍ ຢ່າງ​ໜັກ ​ໃນ​ຂະນະ​ທີ່ ຊາວ​ອີຣ່ານ​
ໄດ້​ຈັດຕັ້ງການ​ປະ​ທ້ວງ​ປະຈຳ​ວັນ ຢູ່​ນອກ​ສະຖານທູດ​ຊາອຸ​ດີ​ອາຣາ​ເບຍ ​ໃນ​ນະຄອນຫຼວງ​ເຕຫະຣ່ານ.

ທັງ​ສອງ​ປະ​ເທດ ​ໄດ້​ທຳ​ການ​ເຈລະຈາ ​ໃນ​ວັນ​ພຸດ​ວານ​ນີ້ ​ແລະ ​ໄດ້​ຕົກລົງ​ກັນ ​ເພື່ອ​ສົ່ງ​ມອບ​ສົບ​ຊາວ​ອີຣ່ານ ຜູ້​ທີ່​ເສຍ​ຊີວິດກັບຄືນ​ປະ​ເທດ ໂດຍໄວເທົ່າ​ທີ່​ເປັນ​ໄປ​ໄດ້.

ຜູ້ນຳ​ສູງ​ສຸດ​ຂອງ​ອີຣ່ານ Ayatollah Ali Khamenei ​ໄດ້ເຕືອນ​ວ່າ ຊາ​ອຸ​ດີ ອາຣາ​ເບຍ ຈະ​ຕ້ອງ​ປະ​ເຊີນ​ໜ້າ​ກັບ ມາດ​ຕະການ​ທີ່ “ຮຸນ​ແຮງ” ຖ້າ​ຄູ່​ປໍ​ລະ​ປັກ​ໃນ​ຂົງ​ເຂດ​ ບໍ່​ສົ່ງ​ສົບຂອງ​ພວກ​ສະ​ແຫວ​ງບຸນຊາວ​ອີຣ່ານ ກັບ​ຄືນ​ປະ​ເທດ.

​ໄດ້​ມີເຫດ​ຢຽບ​ກັນ​ຕາຍມາຫຼາຍຄັ້ງ​ແລ້ວ ​ໃນ​ລະຫວ່າງ ການສະ​ແຫວ​ງ ບຸນ Hajj ​ແຕ່​ການ ສະ​ແຫວ​ງບຸນ​ໃນ​ປີ​ນີ້ ​ແມ່ນ​ຮ້າຍແຮງ​ທີ່​ສຸດ ນັບ​ຕັ້ງ​ແຕ່ ປີ 1990 ​ເປັນຕົ້ນມາ ​ເວລາຫຼາຍກວ່າ 1,400 ຄົນ​ໄດ້​ເສຍ​ຊີວິດ.

Your browser doesn’t support HTML5

Iran Saudi Hajj