ທະນາຍຄວາມ ຂອງນັກຂ່າວ ທ່ານ Rezaian ຄາດວ່າ ຄຳພິພາກສາ ຈະອອກມາ ໃນໄວໆນີ້

ທ່ານ Jason Rezaian, ຊາວອາເມຣິກັນ ເຊື້ອສາຍອີຣ່ານ ເປັນນັກຂ່າວ ຂອງ ໜັງສືພິມ Washington Post ຍິ້ມແຍ້ມ ໃນຂະນະທີ່ ໄປຮ່ວມງານ ໂຄນະນາຫາສຽງ ຂອງປະທານາທິບໍດີ Hassan Rouhani ໃນເຕຫະຣ່ານ, ອີຣ່ານ.

ທະນາຍຄວາມ​ສຳ​ຫລັບ ນັກ​ຂ່າວ​ໜັງສືພິມ Washington Post
ທ່ານ Jason Rezaian ກ່າວ​ວ່າ ຄຳ​ພິພາກສາ ​ໃນ​ການ​ດຳ​ເນີນ
​ຄະດີ ຂໍ້​ຫາ​ສອດ​ແນມຂອງ​ທ່ານ​ ​ໃນອີຣ່ານ ອາດຈະ​ອອກ​ມາ​
ພາຍ​ໃນ​ອາທິດ​ໜຶ່ງ ຫຼັງຈາກ​ສານ​ເຕຫະຣ່ານ ​ໄດ້​ດຳ​ເນີນ​ຄະ​ດີ​
ແບບ​ປິດ​ລັບ ໃນ​ວັນ​ຈັນ​ມື້​ນີ້.

ທ່ານ​ນາງ Leila Ashan ​ໄດ້ຖະ​ແຫລ​ງ ຫຼັງຈາກ ການ​ດຳ​ເນີນ
​ຄະດີຄັ້ງທີ 4 ນັບ​ຕັ້ງ​ແຕ່​ ໄດ້​ເລີ້ມ​ການ​ພິຈາລະນາ​ຄະດີ ໃນ​ເດືອນ
​ພຶດສະພາ​ເປັນຕົ້ນມາ.

ທັງ Washington Post ບັນດາ​ເຈົ້າໜ້າ​ທີ່​ສະຫະລັດ ​ແລະ ກຸ່ມ
​ສື່​ມວນ​ຊົນ​ອິດ​ສະຫລະ​ສາກົນ ຕ່າງ​ກໍປະນາມ​ການ​ດຳ​ເນີນ​ຄະດີ ​ແລະ ຢືນ​ຢັດ​ວ່າ ທ່ານ Rezaian ​ແມ່ນ​ບໍລິສຸດ ຊ້ຳ​ແລ້ວຊ້ຳອີກ.

ທ່ານ Rezaian ​ໄດ້ຖືກ​ຈັບ​ກຸມ ​ເມື່ອເດືອນ​ກໍລະກົດ ປີ 2014 ພ້ອມ​ດ້ວຍ ທ່ານ​ນາງ Yeganeh Salehi ​ພັນ​ລະ​ຍາ​ຂອງ​ທ່ານ ຜູ້​ເປັນ​ນັກ​ຂ່າວ​ເຊັ່ນ​ກັນ ​ແລະ ​ໄດ້​ຖືກ​ກັກ​ຕົວໄວ້ເປັນ​ເວລາຫຼາຍ​ເດືອນ ​ໂດຍ​ປາດ​ສະ​ຈາກ ການ​ກ່າວ​ຟ້ອງ​ ຢ່າງ​ເປັນ​ທາງ​ການ. ທ່ານ​ຖືກ​ກ່າວ​ຟ້ອງ​ຕໍ່​ມາ ​ໃນ​ຂໍ້​ຫາ​ທຳ​ການ​ສອດ​ແນມ ​ແລະ ທຳ​ງານ​ກັບ “ບັນດາລັດຖະບານ ທີ່ເປັນ​ ປໍ​ລະ​ປັກຕໍ່​ອີຣ່ານ.”

ຫົວໜ້າ​ບັນນາທິການ ຂອງໜັງສືພິມ Washington Post ທ່ານ Martin Baron ​ເອີ້ນ​
ການ​ພິຈາລະນາ​ຄະດີ​ນີ້ ວ່າ “ບໍ່​ໜ້າ​ເຊື່ອຖື” ໃນ​ຖະ​ແຫລ​ງການ​ສະ​ບັບວັນເສົາ​ສັບປະດາ​
ແລ້ວ​ນີ້ ແລະ ກ່າວ​ວ່າ ຂໍ້​ກ່າວ​ຫາ​ຕ່າງໆນັ້ນ “ບໍ່​ມີມູນ​ຄວາມຈິງ​ເລີຍ ​ແລະ ​ເປັນຕາ​ຢາກຫົວ.”