ຜູ້ນຳສູງສຸດອີຣ່ານ ໄດ້ກ່າວອອກມາໃນທ່າມກາງຂອງຄວາມມິດງຽບຂອງທ່ານຢູ່ໃນວັນ
ປະທ້ວງທີ່ຮ້າຍແຮງ ທີ່ທັບມ້າງປະເທດຂອງທ່ານ ກ່າວຫາສັດຕູຂອງສາທາລະນະອິສ
ລາມ ຂອງການໃຊ້ຈຸດປະສົງທຸກຢ່າງ ເງິນ ອາວຸດ ນະໂຍບາຍ ແລະບໍລິການຄວາມ
ປອດໄພ ເພື່ອກໍ່ກວນຄວາມບໍ່ສະຫງົບ ທີ່ໄດ້ເລີ້ມເກີດຂຶ້ນ ໃນທ້າຍອາທິດແລ້ວນີ້.
ກະຊວງຕ່າງປະເທດເທີກີກ່າວວ່າ ຕົນມີຄວາມເປັນຫ່ວງ ກ່ຽວກັບລາຍງານການບາດ
ເຈັບຢູ່ໃນອີຣ່ານ ແລະຫວັງວ່າ ການແຊກແຊງຕ່າງປະເທດຈະເປັນທີ່ຫລີກເວັ້ນໄດ້.
ເກົ້າຄົນໄດ້ເສຍຊີວິດຕອນຂ້າມຄືນ ຕາມລາຍງານທາງໂທລະພາບລັດ ທີ່ຍົກຈຳນວນ
ຜູ້ເສຍຊີວິດຂຶ້ນເປັນຫລາຍກວ່າ 20 ຄົນ ນັບແຕ່ການປະທ້ວງໄດ້ເລີ້ມຂຶ້ນ ໃນອາທິດ
ແລ້ວນີ້.
Your browser doesn’t support HTML5
5th Day of Protests as Iranians Continue Taking to Streets Decrying Islamic Republic
ຜູ້ຊາຍຄົນນຶ່ງທີ່ “ສ້າງຄວາມກໍ່ກວນ” ໄດ້ຍິງໃສ່ຕຳຫລວດໃນວັນຈັນວານນີ້ ດ້ວຍປືນ
ລ່າເນື້ອ ສັງຫານຕຳຫລວດຄົນນຶ່ງ ແລະເຮັດໃຫ້ບາດເຈັບອີກສາມຄົນ ອີງຕາມສື່ຂ່າວ
ຂອງລັດ. ການຍິງກັນເກີດຂຶ້ນທີເມືອງນາຈາຟາບັດ.
ເມືອງມາສຮາສ ໄອເຊັກ ໂດຣຸດ ແລະ ຕຸຍເຊີການ ປະເທດອິຣ່ານ.
ປະທານາທິບໍດີອີຣ່ານ ທ່ານຮາຊານ ຣູຮານີ ໄດ້ປະນາມ ປະທານາທິບໍດີສະຫະລັດ
ທ່ານດໍໂນລ ທຣໍາ ຫລັງຈາກໄດ້ສົ່ງຂໍ້ຄວາມຂຽນລົງທາງ Twitter ວ່າສະໜັບສະໜູນ
ການປະທ້ວງດັ່ງກ່າວ.
ຣັດເຊຍ ໄດ້ສັ່ງຊາວ່າ ການປະທ້ວງນີ້ເປັນ “ເລື້ອງພາຍໃນ” ສຳລັບອີຣ່ານ ແລະການ
ແຊກແຊງພາຍນອກເປັນທີ່ຮັບເອົາບໍ່ໄດ້.
ປະທານາທິບໍດີອີຣ່ານ ທ່ານຮາຊານ ຣູຮານີ ກຳລັງດ່າວຕໍ່ກອງປະຊຸມສະມາຊິກບໍລິຫານ.
ສື່ມວນຊົນໄດ້ໃຫ້ຂໍ້ສັງເກດວ່າ ທ່ານອາລີ ແຊມການີ ລັດຖະມົນຕີ ສະພາຄວາມໝັ້ນ
ຄົງສູງສຸດອີຣ່ານ ໄດ້ຖີ້ມໂທດຄວາມຮຸນແຮງໃສ່ສື່ີສັງຄົມ. ທ່ານກ່າວວ່າ “ຮາສແທັກສ
ແລະຂໍ້ຄວາມຕ່າງໆ ກ່ຽວກັບສະພາບການຢູ່ໃນອີຣ່ານມາຈາກ ສະຫະລັດ ອັງກິດ ແລະ
ຊາອຸດີ ອາຣາເບຍ. ສິ່ງທີ່ເກີດຂຶ້ນຢູ່ໃນລະບົບ ສັງຄົມທີ່ພົວພັນກັບສະພາບການໃນ
ປະເທດ ເປັນສົງຄາມໂຕແທນຕ້ານຢັນປະຊາຊົນອີຣ່ານ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ