ປະທານາທິບໍດີອີຣ່ານ ທ່ານ ອີບຣາຮິມ ເຣຊີ ແລະລັດຖະມົນຕີການຕ່າງປະເທດ ທ່ານ ໂຮສເຊນ ອາມີຣັບດອລລາຮຽນ ເສຍຊີວິດ ໃນເຫດການເຮືອບິນເຮລິຄອບເຕີ ຕົກ

Your browser doesn’t support HTML5

ສື່ມວນຊົນ ລັດຂອງອີຣ່ານ ກ່າວວ່າ ປະທານາທິບໍດີອີຣ່ານ ທ່ານ ອີບຣາຮິມ ເຣຊີ , ລັດຖະມົນຕີການຕ່າງປະເທດ ທ່ານ ໂຮສເຊນ ອາມີຣັບດອລລາຮຽນ ແລະເຈົ້າໜ້າທີ່ຄົນອື່ນໆ ໄດ້ຖືກພົບວ່າ ເສຍຊີວິດແລ້ວ ໃນວັນຈັນມື້ນີ້ ຢູ່ທີ່ສະຖານທີ່ເກີດເຫດ ເຮືອບິນເຮລິຄອບເຕີຕົກ ໃນພາກຕາເວັນຕົກສຽງເໜືອ ຂອງອີຣ່ານ.