ຜູ້ນໍາຂອງ ອີຣ່ານ ແລະ ປາກິສຖານ ໄດ້ເລີ້ມຕົ້ນການຄ້າຮ່ວມກັນ ແລະດໍາເນີນການຈັດສາຍສົ່ງພະລັງງານໄຟຟ້າຮ່ວມກັນ ຢູ່ບໍລິເວນຊາຍແດນຂອງທັງສອງປະເທດ ໃນວັນພະຫັດວານນີ້ ເຊິ່ງເປັນການດໍາເນີນງານທີ່ສໍາຄັນ ໂດຍມີເປົ້າໝາຍເພື່ອຜັກດັນການຄ້າ ແລະການຮ່ວມມືທາງດ້ານພະລັງງານຮ່ວມກັນ.
ປະທານາທິບໍດີຂອງອີຣ່ານ ທ່ານອິບຣາຮິມ ຣາຍຊີ ແລະນາຍົກລັດຖະມົນຕີປາກິສຖານ ທ່ານເຊບາສ ຊາຣີຟ, ໄດ້ກ່າວຄຳປາໄສຢູ່ໃນພິທີ ທີ່ອອກອາກາດສົດທາງໂທລະພາບ ຈາກຝັ່ງຂອງປະເທດອີຣ່ານ ທີ່ມີຊາຍແດນລະຫວ່າງສອງປະ ເທດຮ່ວມກັນ ຫຼາຍກວ່າ 900 ກິໂລແມັດ.
ປະທານາທິບໍດີຂອງອີຣ່ານ ທ່ານອິບຣາຮິມ ຣາຍຊີ ແລະ ນາຍົກລັດຖະມົນຕີຂອງປາກິສຖານ ທ່ານເຊບາສ ຊາຣີຟ ດໍາເນີນພິທີເປີດຕະຫຼາດ ແລະສາຍສົ່ງໄຟຟ້າຮ່ວມກັນ ທີ່ນອນຢູ່ບໍລິເວນຊາຍແດນຂອງທັງສອງປະເທດຮ່ວມກັນ. ວັນທີ 18 ພຶດສະພາ 2023. (Photo courtesy of Sharif office)
ທ່ານຣາຍຊີ ກ່າວວ່າ ໂຄງການດັ່ງກ່າວນີ້ ແມ່ນສ້າງຂຶ້ນມາສໍາລັບລັດຖະບານ ເຕຫະຣ່ານ ແລະລັດຖະບານອິສລາມາບັດ ເພື່ອຂະຫຍາຍການແລກປ່ຽນທາງດ້ານເສດຖະກິດ ແລະແລກປ່ຽນທາງດ້ານພະລັງງານ ຂອງພວກເຂົາເຈົ້າ.
ສາຍສົ່ງໄຟຟ້າດັ່ງກ່າວນີ້ ຈະສົ່ງອອກໄຟຟ້າຈາກ ອີຣ່ານ ໄປຍັງແຂວງບາລູຈິສຕານ ຂອງປາກິສຖານ 100 ເມກາວັດ. ແຂວງດັ່ງກ່າວ ເປັນແຂວງທີ່ທຸກຍາກ ແຕ່ມີແຫຼ່ງຊັບພະຍາກອນທີ່ອຸດົມສົມບູນໄດ້ນຳເຂົ້າໄຟຟ້າລາຄາຖືກ 100 ເມກາວັດຈາກ ອີຣ່ານມາກ່ອນແລ້ວ.
ອ່ານຂ່າວນີ້ເປັນພາສາອັງກິດ