ລັດຖະບານອິຣ່ານປະຕິເສດຕໍ່ ຄໍາຮຽກຮ້ອງຂອງຝ່າຍຄ້ານ

  • ສິງ ບູຣົມມະວົງ

ປະທານາທິບໍດີ Mahmoud Ahmadinejad ແຫ່ງອິຣ່ານຮ່ວມການ ສະຫລອງວັນຄົບຮອບ 32 ປີແຫ່ງການປະຕິວັດອິສລາມ ວັນທີ 11 ກຸມພາ 2011

ກະຊວງ​ພາຍ​ໃນ​ຂອງ​ອິຣ່ານບໍ່ໃຫ້ການ​ອະນຸມັດຕໍ່ແຜນການ​
ທີ່​ສະ​ເໜີ​ໂດຍພວກ​ຜູ້ນໍາຝ່າຍ​ຄ້ານ ​ທີ່​ຂໍ​ອະນຸຍາດຈັດການ​
ໂຮມຊຸມນຸມ​ຂຶ້ນ​ໃນ​ສັບປະດາ​ໜ້າ​ ເພື່ອ​ສະ​ແດງການ​ສະໜັບ
ສະໜຸນຕໍ່ການ​ລຸກ​ຮື​ຂຶ້ນ​ໃນບັນດາ​ປະ​ເທດ​ອາຫຣັບນັ້ນ.

ພວກ​ຜູ້​ນໍາ​ຫົວ​ປະຕິ​ຮູບ​ຂອງ​ອິຣ່ານ ຄືທ່ານ Mir Hossein
Mousavi ​ແລະ​ທ່ານ Mehdi Karroubi ​ໄດ້​ຮ້ອງ​ຂໍ​ອະນຸ
ຍາດ​ນໍາ​ທາງ​ການ​ອິຣ່ານ ​ເພື່ອ​ຈັດການ​ຊຸມນຸມ​ຂຶ້ນ​ໃນ​ວັນ​ຈັນ​ມື້​ອື່ນ​ນີ້ ​ເພື່ອ​ສະ​ແດງ​ຄວາມເປັນເອກະ​ພາບ​ກັບການ​ລຸກ​ຮື​ຂຶ້ນ​ຕໍ່ຕ້ານ​ລັດຖະບານ​ໃນ​ຫວ່າງ​ໄວໆ​ມາ​ນີ້ ທີ່​ປະ​ເທດ​ອີ​ຈິບ ແລະ​ຕູ​ນີ​ເຊຍ​ນັ້ນ.

ເຈົ້າ​ໜ້າ​ທີ່​ທ່ານ​ນຶ່ງ​ຈາ​ກະຊວງ​ພາຍ​ໃນ​ກ່າວ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ຈະ​ບໍ່​ມີການ​ອອກ​ໃບ​ອະນຸ
ຍາດ​ໃຫ້ກໍ່​ການ​ຈະລາຈົນຂຶ້ນ​ໂດຍ​ພວກ​ກຸ່ມ​ທີ່​ທາງ​ກະຊວງ​ຖື​ວ່າ​ເປັນກຸ່ມ​ທີ່ມັກ​ປຸກລະດົມໃຫ້
ເກີດການ​ຈະລາຈົນນັ້ນ.

ທ່ານ Tom Donilon ທີ່​ປຶກສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງ​ສະຫະລັດ​ກ່າວ​ວ່າ ການ​ປະຕິ​ເສດ​ຕໍ່​ຄໍາ​ຮ້ອງ​ຂໍ​ຂອງ​ຝ່າຍ​ຄ້ານ​ ໝາຍຄວາມ​ວ່າ ອິຣ່ານປະຕິ​ເສດບໍ່​ໃຫ້​ປະຊາຊົນ​ຂອງ​ຕົນໄດ້​ຊົມ​ໃຊ້ສິດທິ​ດຽວ​ກັນ​ທີ່​ອິຣ່ານ​ໄດ້ກ່າວ​ວ່າ ເປັນ​ສິດ​ທິອັນ​ສູງ​ສົ່ງສໍາ​ລັບປະຊາຊົນ​ອີ​ຈິ​ບ​ນັ້ນ.

ທ່ານ Mousavi ​ແລະ​ທ່ານ Karroubi ​ໄດ້​ພາກັນ​ຈັດການ​ປະ​ທ້ວງ​ຄັ້ງ​ໃຫຍ່​ເທື່ອ​ຫລ້າ​ສຸດ ​ຫລັງ​ຈາກ​ການ​ປາ​ໄຊ​ໃນ​ການ​ເລືອກ​ຕັ້ງ​ປະທາ​ນາ​ທິບໍດີ​ໃນ​ເດືອນ​ມີຖຸນາ​ ປີ 2009 ທີ່ພວກ​ເຂົາ​ເຈົ້າ​ເວົ້າ​ວ່າ ​ເປັນ​ເລືອກ​ຕັ້ງ​ທີ່​ສໍ້​ໂກງ​ເພື່ອ​ຮັບ​ຄໍ້າປະກັນ​ໃຫ້ ປະທາ​ນາ​ທິບໍດີ Mahmoud Ahmadinejad ທີ່​ນິຍົມ​ແນວທາງ​ເດີມ​ໄດ້​ຊະນະ​ການ​ເລືອກຕັ້ງ​ເປັນ​ປະທານາທິບໍດີອີກ​ສະ​ໄໝ​ທີ​ສອງ​ນັ້ນ ​ແຕ່​ລັດຖະບານ​ອິຣ່ານ ​ໄດ້​ປະຕິ​ເສດ​ຕໍາ​ການ​ກ່າວ​ຫາ​ດັ່ງກ່າວ. ການ​ປະ​ທ້ວງ​ຫລັງ​ຈາກ​ການ​ເລືອກ​ຕັ້ງ​ຄັ້ງ​ນັ້ນ ໄດ້​ດໍາ​ເນີນໄປ​ເປັນ​ເວລາ​ຫລາຍ​ເດືອນ​ ກະທັ່ງ​ຖືກລັດຖະບານ​ທໍາ​ການ​ປາບ​ປາມ​ການ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ​.