ພວກລັດຖະມົນຕີຕ່າງປະເທດຂອງອີຣ່ານ ແລະຂອງ 6 ປະເທດ
ມະຫາອຳນາດ ໄດ້ບັນລຸຂໍ້ຕົກລົງກັນໃນມື້ສຸດທ້າຍໃນການບັງຄັບ
ຕົນເອງໃນການໂອ້ລົມກັນມາເປັນເວລານຶ່ງປີ ກ່ຽວກັບຂໍ້ຕົກລົງ
ກັນຢ່າງຮອບດ້ານ ເພື່ອຮັບປະກັນວ່າ ໂຄງການນີວເຄລຍຂອງ
ອີຣ່ານມີວັດຖຸປະສົງໃນທາງສັນຕິນັ້ນ.
ບັນດາເຈົ້າໜ້າທີ່ຈາກທັງສອງຝ່າຍກ່າວໃນວັນອາທິດວານນີ້ວ່າ
ພວກເຂົາເຈົ້າກຳລັງພິຈາລະນາແນວຄິດທີ່ຈະຕໍ່ການພົບປະເຈ
ລະຈາທີ່ນະຄອນວຽນນາອອກໄປກາຍວັນຈັນມື້ນີ້ ເຊັ່ນດຽວກັນ
ກັບທີ່ພວກເຂົາເຈົ້າໄດ້ເຮັດມາໃນເດືອນກໍລະກົດແລ້ວນີ້ ເວລາ
ວັນກຳນົດເສັ້ນຕາຍຂອງການພົບປະເຈລະຈາກັນຊ່ວງທຳອິດ
ເປັນເວລາ 6 ເດືອນໄດ້ຜ່ານໄປ ໂດຍປາດສະຈາກຂໍ້ຕົກລົງກັນນັ້ນ.
ທ່ານ John Kerry ລັດຖະມົນຕີການຕ່າງປະເທດສະຫະລັດ ກ່າວໃນຕອນເຊົ້າວັນຈັນ
ມື້ນີ້ວ່າ ທ່ານຈະພົບປະກັນກັບທ່ານ Wang Yi ລັດຖະມົນຕີຕ່າງປະເທດຈີນ ເພື່ອໂອ້ລົມສົນທະນາກັນເລື້ອງສະພາບການຂອງການເຈລະຈາກັນນີ້ ແລະຈະປະຊຸມກັນອີກໃນຂັ້ນ
ຕໍ່ໄປ.
ພວກລັດຖະມົນຕີຕ່າງປະເທດຈາກອັນທີ່ເອີ້ນວ່າ ກຸ່ມ P5 ບວກ1 ຈາກອັງກິດ ຝຣັ່ງ ຣັດເຊຍ ແລະເຢຍຣະມັນ ກໍໄດ້ໄປມີໜ້າຢູ່ນະຄອນວຽນນາເຊັ່ນກັນ ພ້ອມກັບທ່ານ Javad Zarif ລັດຖະມົນຕີຕ່າງປະເທດອີຣ່ານ. ບັນດານັກການທູດເຫຼົ່ານີ້ ໄດ້ຈັດການພົບປະຫາ
ລືກັນຢູ່ຂ້າງນອກຕ່າງໆ ເພື່ອພະຍາຍາມໃຫ້ບັນລຸເປົ້າໝາຍທີ່ໄດ້ດຳເນີນການມາເປັນ
ເວລາດົນນານ ໃນການຮັບປະກັນວ່າ ອີຣ່ານຈະບໍ່ພັດທະນາອາວຸດນີວເຄລຍ ເພື່ອແລກ
ປ່ຽນກັບຍົກເລີກການລົງໂທດ ທີ່ໄດ້ທຳຄວາມເສຍຫາຍໃຫ້ແກ່ເສດຖະກິດຂອງປະເທດດ່ັງກ່າວ.
Your browser doesn’t support HTML5