ປະທານາທິບໍດີດໍໂນລ ທຣຳ ຂອງສະຫະລັດ ໄດ້ວາງມາດຕະການລົງໂທດໃໝ່ຕໍ່ອີຣ່ານໃນວັນພຸດວານນີ້, ຊຶ່ງເປັນເວລາບໍ່ພໍເທົ່າໃດຊົ່ວໂມງ ພາຍຫລັງທີ່ປະທານາທິບໍດີຂອງອີຣ່ານເວົ້າວ່າ ທ່ານກຳລັງຖອນໂຕອອກຈາກບາງພາກສ່ວນຢູ່ໃນຂໍ້ຕົກລົງນີວເຄລຍກັບ 6 ປະເທດນັ້ນ.
ທ່ານທຣຳ ກ່າວຢູ່ໃນດຳລັດປະທານາທິບໍດີ ໃນວັນພຸດວານນີ້ວ່າ ຈະມີມາດຕະການລົງໂທດໃໝ່ຕໍ່ສິນຄ້າໂລຫະສົ່ງອອກຂອງອີຣ່ານ ລວມມີເຫລັກກ້າ, ອາລູມີນຽມ, ທອງແດງ, ແລະເຫລັກ ຊຶ່ງເປັນແຫລ່ງລາຍຮັບໃຫຍ່ ຂອງອີຣ່ານນັ້ນ.
ມາດຕະການລົງໂທດຂອງສະຫະລັດຕໍ່ນ້ຳມັນຂອງອີຣ່ານ ຊຶ່ງເປັນສິນຄ້າທີ່ນຳເງິນມາໃຫ້ອີຣ່ານອັນດັບ 1 ໄດ້ມີຜົນກະທົບຢ່າງຮ້າຍແຮງ ຕໍ່ເສດຖະກິດຂອງປະເທດນັ້ນ. ອຸດສາຫະກຳດ້ານໂລຫະຂອງອີຣ່ານກໍຍັງເປັນແຫລ່ງລາຍຮັບຫລັກອີກອັນນຶ່ງຂອງອີຣ່ານ.
"ຍ້ອນມີການປະຕິບັດການຂອງພວກເຮົາ ລະບອບປົກຄອງຂອງອີຣ່ານຈຶ່ງກຳລັງດີ້ນຮົນຫາເງິນມາໃຊ້ໃນການໂຄສະນາປຸກລະດົມ ໃຫ້ກໍ່ການຮ້າຍໂດຍການກໍ່ຄວາມຮຸນແຮງ ໃນຂະນະທີ່ເສດຖະກິດຂອງປະເທດດັ່ງກ່າວກຳລັງກ້າວລົງໄປສູ່ສະພາບຖົດຖອຍຢ່າງບໍ່ເຄີຍມີມາກ່ອນ, ລາຍຮັບຂອງລັດຖະບານໄດ້ໝົດໄປ ແລະ ໄພເງິນເຟີ້ໄດ້ຖີບຕົວສູງຂຶ້ນເໜືອຄວາມສາມາດທີ່ຈະຄວບຄຸມໄດ້" ນັ້ນຄືຄຳເວົ້າຂອງທ່ານທຣຳ. ທ່ານກ່າວຕໍ່ໄປວ່າ "ພວກເຮົາໄດ້ໃຊ້ການປຸກລະດົມໃຫ້ມີການກົດດັນຫລາຍທີ່ສຸດ ຢ່າງມີພະລັງແຮງທີ່ສຸດແບບບໍ່ເຄີຍເຫັນມາກ່ອນ, ຊຶ່ງການເອົາບາດກ້າວໃນມື້ນີ້ ກໍຈະເຮັດໃຫ້ພະລັງກົດດັນນັ້ນເພີ້ມທະວີຂຶ້ນ..ເຕຫະຣ່ານ ສາມາດຄາດເອົາໄວ້ໂລດວ່າ ຈະມີການເອົາບາດກ້າວຕ່າງໆ ເພີ້ມຂຶ້ນອີກ ເວັ້ນເສຍແຕ່ວ່າ ປະເທດນັ້ນຈະປັບປ່ຽນການປະພຶດຂອງຕົນຢ່າງເຖິງກົກເຖິງເຄົ້າແທ້ໆ.”
ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
US Imposes New Sanctions on Iran as Tensions Escalate
ຄວາມເຄັ່ງຕຶງລະຫວ່າງອີຣ່ານ ແລະສະຫະລັດ ໄດ້ເພີ້ມທະວີຂຶ້ນໃນອາທິດຜ່ານມານີ້. ທຳນຽບຫ້າແຈໄດ້ສົ່ງກ່ຳປັ່ນບັນທຸກເຮືອບິນ ແລະເຮືອບິນຖິ້ມລະເບີດທີ່ສາມາດບັນທຸກນິວເຄລຍ ໄປຍັງຂົງເຂດດັ່ງກ່າວ, ໂດຍກ່າວຫາອີຣ່ານວ່າ ໄດ້ທຳການນາບຂູ່ຕໍ່ກຳລັງທະຫານຂອງສະຫະລັດ ແລະວາງແຜນທຳການໂຈມຕີ "ໄດ້ທຸກເມື່ອ".
ໃນຕອນເຊົ້າໆຂອງວັນພຸດວານນີ້, ປະທານາທິບໍດີຮາສຊານ ຣູຮານີ (Hassan Rouhani) ຂອງອີຣ່ານ ໄດ້ປະກາດວ່າ ທ່ານຈະຖອນໂຕອອກຈາກບາງສ່ວນໃນຂໍ້ຕົກລົງນິວເຄລຍທີ່ເຊັນກັບ 6 ປະເທດ ມະຫາອຳນາດຂອງໂລກ ໃນປີ 2015 ນັ້ນ, ແລະຈະເອົາບາດກ້າວເພີ້ມອີກພາຍໃນ 60 ມື້ ຖ້າຫາກບັນດາປະເທດຢູໂຣບ ບໍ່ຊ່ວຍອີຣ່ານຮັບມືກັບຜົນກະທົບຈາກການລົງໂທດຂອງສະຫະລັດ.
ທ່ານ ຣູຮານີ (Rouhani) ກ່າວອີກວ່າ ຖ້າບໍ່ມີການຊ່ວຍບັນເທົາຜົນກະທົບ ທີ່ເກີດຈາກມາດຕະການລົງໂທດດັ່ງກ່າວພາຍໃນ 60 ວັນ, ອີຣ່ານກໍຈະເລີ້ມທຳ ການກັ່ນທາດຢູເຣນຽມຄືນອີກ ໃນລະດັບທີ່ສູງກວ່າເກົ່າ.