ການໂອ້ລົມ ເລື້ອງນີວເຄລຍ ຂອງອີຣ່ານ ເລີ້ມຂຶ້ນ ທີ່ແບກແດ໊ດ

  • ສິງ ບູຣົມມະວົງ

ທ່ານນາງ Catherine Ashton ຫົວໜ້າວາງນະໂຍບາຍການຕ່າງ ປະເທດຂອງສະຫະພາບຢູໂຣບ ແລະທ່ານ Saeed Jalili ຫົວໜ້າເຈລະຈານີວເຄລຍຂອງອີຣ່ານຖ່າຍຮູບຮ່ວມກັນ ກ່ອນ ການພົບປະກັນທີ່ກຸງແບກແດ໊ດ. ວັນທີ 23 ພຶດສະພາ 2012.

ການ​ໂອ້​ລົມ​ສົນທະນາ​ກັນ​ລະຫວ່າງ​ພວກ​ປະ​ເທດ​ມະຫາ​ອໍານາດ​ຂອງ​ໂລກ​ແລະ​ອີຣ່ານ​ໄດ້​ເລີ້ມ​ຂຶ້ນ​ແລ້ວ​ໃນ​ກຸງ​ແບກ​ແດ໊ດ ​ໃນ​ຄວາມ​ພະຍາຍາມ​ເພື່ອ​ເຈລະຈາ​ຂໍ້​ຕົກລົງ​ກັນກ່ຽວ​ກັບ​ບັນຫາ​ຂັດ​ແຍ່ງ​ທີ່​ພົວພັນກັບ​ໂຄງການ​ນີວ​ເຄລຍຂອງ​ອີຣ່ານທີ່​ເປັນ​ບັນ​ຫາໂຕ້​ແຍ່ງ​ກັນ​ນັ້ນ.

ການ​ພົບ​ປະກັນ​ໃນ​ວັນ​ພຸດ​ມື້​ນີ້ ​ແມ່ນ​ເປັນ​ການ​ພົບ​ພໍ້​ລະຫວ່່າງ​ຫົວໜ້າ​ເຈລະຈາ​ດ້ານ​ນີວ​ເຄລຍຂອງ​ອີຣ່ານ ກັບ​ພວກ​ຜູ້ຕາງໜ້າ​ຂອງ​ກຸ່ມທີ່​ເອີ້ນ​ວ່າ P5+1 ອັນ​ມີ​ປະ​ເທດ​ອັງກິດ ຈີນ ຝຣັ່ງ ຣັດ​ເຊຍ ສະຫະລັດ ບວກ​ກັບ ເຢຍຣະມັນ.

​ເລື້ອງ​ທີ່​ຈະ​ນໍາ​ມາ​ໂອ້​ລົມ​ກັນ​ນີ້ ​ແມ່ນ​ເລື້ອງ​ການ​ກັ່ນທາດ​ຢູ​ເຣນຽມ​ໃນ​ລະ ດັບ​ສູງ​ຂອງ​ອີຣ່ານທີ່​ທາງ​ພວກປະ​ເທດ​ຕາ​ເວັນ​ຕົກ​ຢ້ານ​ວ່າ ສາມາດ​ໃຊ້​ສໍາລັບ​ຜະລິດ​ລະ​ເບີດ​ນີວ​ເຄລຍ​ໄດ້​ໃນ​ຂັ້ນ​ຕໍ່​ໄປ​ນັ້ນ ​ແຕ່​ທາງ​ຝ່າຍອີຣ່ານ ກ່າວ​ວ່າ ​ໂຄງການ​ນີວ​ເຄລຍຂອງ​ຕົນ​ທີ່​ກໍາລັງ​ດໍາ​ເນີນ​ໄປ​ຢູ່ນີ້​ມີ​ວັດຖຸ​ປະສົງ​ທາງ​ດ້ານ​ສັນຕິ.

ການ​ພົບ​ປະ​ເຈລະຈາ​ກັນ​ພວມ​ດໍາ​ເນີນ​ໄປ​ຢູ່​ໃນ​ເຂດ​ສີຂຽວ ຫຼື Green Zone ທີ່​ມີ​ການ​ຮັກສາ​ຄວາມ​ປອດ​ໄພ​ຢ່າງ​ເຄ່ງ​ຄັດ ​ໃນ​ກຸງ​ແບກ​ແດ໊ດ.

ການ​ພົບ​ປະ​ຄັ້ງ​ນີ້ ນັບ​ວ່າ​ເປັນ​ເທື່ອ​ທີ​ສອງນັບ​ແຕ່ໄດ້​ມີ​ການ​ຟື້ນຟູການ​ດໍາ​ເນີນ​ທາງການ​ທູດ​ໃນ​ເດືອນ​ເມສາ ຫຼັງ​ຈາກ​ໄດ້​ຊັກ​ຊ້າ​ມາ​ເປັນ​ເວລາ​ນຶ່ງ​ປີ​ປາຍ. ທ່າມກາງ​ທີ່​ມີຄວາມ​ຫວັງ​ເພີ່ມ​ຂຶ້ນ​ສໍາລັບ​ໃຫ້​ບັນລຸ​ຂໍ້ຕົກລົງ​ກັນ​ໄດ້​ນັ້ນ ພວກ​ນັກ​ການ​ທູດ​ຄາດ​ວ່າ ການ​ໂອ້​ລົມ​ສົນທະນາກັນ​ນີ້​ສາມາດ​ມີ​ຂຶ້ນ​ໃນ​ຮອບ​ສອງ​ໄດ້ ທີ່​ຍັງ​ບໍ່​ທັນ​ມີ​ການ​ກໍານົດ​ເວລາວ່າ​ເປັນມື້​ໃດ​ເທື່ອ​ນັ້ນ.

ພວກ​ອົງການ​ຂ່າວ​ຂອງ​ອີຣ່ານ​ໄດ້ອ້າງ​ຄໍາ​ເວົ້າ​ຂອງທ່ານ Saeed Jalili ຫົວໜ້າ​ເຈລະຈາ​ຝ່າຍ​ອີຣ່ານວ່າ ທ່ານ​ຫວັງ​ວ່າການໂອ້​ລົມສົນທະນາ​ກັນ​ນີ້ ​ສາມາດເປັນ​ການເລີ້ມ​ຍຸກ​ໃໝ່​ຂຶ້ນ​ໄດ້.

ອິງ​ຕາມ​ພວກ​ອົງການ​ຂ່າວ Fars ​ແລະ Mehr ນັ້ນ ມີ​ການ​ອ້າງ​ຄໍາ​ເວົ້າ​ຂອງທ່ານ Jalili ທີ່ກ່າວ​ວ່າ ພວກ​ເຮົາ​ມີ​ຄວາມ​ຮູ້ສຶກ​ວ່າ ຝ່າຍ​ຕາ​ເວັນ​ຕົກ​ໄດ້​ຮູ້ສຶກ​ສໍານຶກ​ວ່າ ​ເວລາສໍາລັບ​ໃຊ້​ຍຸດ​ທະ​ສາດ​ທໍາ​ຄວາມ​ກົດ​ດັນ​ຂອງ​ຕົນນັ້ນ ​ແມ່ນ​ໝົດ​ໄປ​ແລ້ວ.

​ແຕ່​ພວກ​ມະຫາ​ອໍານາດ​ຝ່າຍ​ຕາ​ເວັນ​ຕົກ​ບາງ​ປະ​ເທດ ​ແລະ​ອິສຣາ​ແອ​ລ ຢ້ານ​ວ່າອີຣ່ານອາດ​ສາມາດ​ໃຊ້​ການ​ພົບ​ປະ​ເຈລະຈາ​ກັນ​ນີ້​ເປັນ​ພິກ​ໄຫວ​ ເພື່ອ​ໜ່ວງ​ໜ່ຽວ​ເວລາ​ອອກ​ໄປ​ອີກ​ກໍ​ເປັນ​ໄດ້.