ຂະນະນີ້ ອິຣ່ານແລະບັນດາປະເທດມະຫາອໍານາດຂອງໂລກ ກໍາລັງທໍາການເຈລະຈາກັນເປັນມື້ທີ່ສອງໂດຍບໍ່ມີໝາຍກໍາໜົດ ເມື່ອວັນພະຫັດມື້ນີ້ ກ່ຽວກັບຂໍ້ສະເໜີຕ່າງໆ ທີ່ກ່ຽວຂ້ອງກັບໂຄງການນີວເຄຼຍຂອງອິຣ່ານນັ້ນ.
ການເຈລະຈາກັນເມື່ອວັນພຸດວານນີ້ ທີ່ນະຄອນຫຼວງແບັກແດັດ ກາຍເປັນ ອຸບປະສັກ ເວລາບັນດາປະເທດມະຫາອໍານາດຕາເວັນຕົກບອກປະຕິເສດຕໍ່ການຮຽກຮ້ອງຂອງເຕຫະຣ່ານທີ່ຢາກໃຫ້ຜ່ອນຜັນການລົງໂທດດ້ານເສດ ຖະກິດໃນທັນທີ ແລະສື່ມວນຊົນຂອງທາງການອິຣ່ານກ່າວວ່າ ຂໍ້ສະເໜີຕ່າງໆທີ່ຢູ່ໂຕະເຈລະຈານັ້ນ ຕ້ອງໃຫ້ມີການດັດແປງແກ້ໄຂຢ່າງໃຫຍ່.
ຫຼັງຈາກການເຈລະຈາໃນວັນພຸດວານນີ້ແລ້ວ ເຈົ້າໜ້າທີ່ການທູດອາວຸໂສສະຫະລັດທ່ານນຶ່ງເວົ້າວ່າ ບໍ່ໄດ້ມີການຕົກລົງກັນໃດໆລະຫວ່າງທັງສອງຝ່າຍ ແຕ່ກໍມີບາງພາກສ່ວນທີ່ມີຄວາມເຫັນພ້ອມຮ່ວມກັນ.
ອິຣ່ານກໍາລັງພົບປະກັບບັນດາຜູ້ຕາງໜ້າ ຈາກຫ້າປະເທດ ສະມາຊິກຖາ ວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດບວກເຢຍຣະມັນ ຊຶ່ງເປັນກຸ່ມທີ່ຮູ້ກັນໃນນາມ P5 + 1 ນັ້ນ ເພື່ອການເຈລະຈາທີ່ແນເປົ້າໃສ່ເລຶ່ອງຄວາມເປັນຫ່ວງກ່ຽວກັບຄວາມໄຝ່ຝັນ ຢາກມີອາວຸດນີວເຄຼຍຂອງອິຣ່ານ.
ອິຣ່ານໄດ້ເວົ້າໄວ້ວ່າ ການເສີມສະມັດຖະພາບທາດຢູເຣນຽມ ແມ່ນມີຈຸດ ປະສົງເພື່ອການຄົ້ນຄວ້າດ້ານການແພດ ແລະເພື່ອຜະລິດກະແສໄຟຟ້າເທົ່ານັ້ນ. ບັນດາປະເທດຕາເວັນຕົກຢ້ານວ່າອິຣ່ານອາດສາມາດຍົກລະດັບ ຢ່າງໄວວາກ່ຽວກັບການກັ່ນທາດຢູເຣນຽມໃຫ້ບໍລິສຸດໄດ້ 90 ເປີເຊັນ ຊຶ່ງເປັນຄຸນນະພາບທີ່ໃຊ້ຜະລິດອາວຸດນີວເຄຼຍນັ້ນ.
ເມື່ອວັນພຸດວານນີ້ ບັນດາຜູ້ຕາງໜ້າປະເທດຕາເວັນຕົກໄດ້ຍື່ນສະເໜີແຜນ ການ ທີ່ຮຽກຮ້ອງໃຫ້ເຕຫະຣ່ານ ໂຈະການຜະລິດເຊື້ອໄຟນີວເຄຼຍຂອງຕົນໃຫ້ຢູ່ໃນລະດັບທີ່ມີຄວາມບໍລິສຸດ 20 ເປີເຊັນທີ່ຖືວ່າເປັນບາດກ້າວນຶ່ງຫ່າງ ຈາກເຊື້ອໄຟທີ່ສາມາດໃຊ້ຜະລິດອາວຸດໄດ້. ນອກນີ້ແລ້ວແຜນການດັ່ງ ກ່າວຍັງຢາກໃຫ້ອີຣ່ານປິດໂຮງງານກັ່ນທາດຢູເຣນຽມແຫ່ງນຶ່ງທີ່ສ້າງຂຶ້ນຢູ່ພາຍໃນຂຸມຫຼົບໄພອັນແໜ້ນໜາຂອງກອງທັບ ໃກ້ໆເມືອງ Qom ຫົວເມືອງສັກສິດຂອງສາສະໜາອິສລາມນິກາຍຊີໄອທ໌.
ເພື່ອເປັນສິ່ງຕອບແທນນັ້ນ ກຸ່ມ P5 + 1 ໄດ້ສະເໜີໃຫ້ຜົນປະໂຫຍດ ຕ່າງໆ ແກ່ອິຣ່ານ ໂຮມທັງ isotopes ການແພດ ການຮ່ວມມືຄວາມປອດໄພດ້ານນີວເຄຼຍບາງຢ່າງ ແລະເຄື່ອງອາໄຫຼ່ສໍາລັບເຮືອບິນໂດຍສານ ທີ່ອິຣ່ານຕ້ອງການຫຼາຍທີ່ສຸດນັ້ນ.
ສ່ວນຝ່າຍອິຣ່ານສະແດງໃຫ້ເຫັນວ່າ ການຍຸຕິລົງຂອງການລົງໂທດໂດຍ ປະເທດຕາເວັນຕົກຕໍ່ການຄ້ານໍ້າມັນຂອງເຕຫະຣ່ານນັ້ນເປັນປັດໄຈສໍາຄັນສໍາລັບການເຈລະຈາໃຫ້ຄືບໜ້າໄປໄດ້. ແຕ່ບັນດານັກການທູດຈາກຫົກປະເທດມະຫາອໍານາດໂລກ ໄດ້ປະຕິເສດທີ່ຈະພິຈາລະນາເພື່ອເລື່ອນມາດຕະ ການລົງໂທດທີ່ຮຸນແຮງກວ່າເກົ່າຊຸດໃໝ່ນັ້ນ.