ອີຣ່ານ ຈະໃຊ້ເວລາ ຢ່າງໜ້ອຍນຶ່ງປີ ຈຶ່ງຈະສ້າງ ອາວຸດ ນິວເຄລຍໄດ້

ຊາວປະແລສຕາຍ ຄົນນຶ່ງຢ່າງຜ່ານໃກ້ບ່ອນ ທີ່ທ່ານ Barack Obama ຈະໄປຢ້ຽມຢາມໃນເມຶອງ Ramalla, West Bank

ປະທານາທິບໍດີ​ສະຫະລັດ ທ່ານ Barack Obama ກ່າວ​ວ່າ
ອີຣ່ານ​ຈະ​ໃຊ້​ເວລາ​ຫລາຍ​ກວ່າ​ນຶ່ງ​ປີ ຫລື​ຫຼາຍ​ກວ່ານັ້ນອີກ ທີ່​
ຈະ​ສ້າງ​ລະ​ເບີດ​ນິວ​ເຄລຍ​ໄດ້ ​ແຕ່​ກໍ​ເວົ້າ​ວ່າ ທ່ານບໍ່​ຢາກ​ລໍຖ້າ
ຈົນໃກ້ຈະ​ຮອດເສັ້ນຕາຍ.

ທ່ານ Obama ກ່າວ​ຕໍ່​ໂທລະພາບ ອິສຣາ​ແອ​ລ ​ໃນ​ວັນ​ພະ
ຫັດ​ວານ​ນີ້ ວ່າ ທາງ​ເລືອກ​ທັງ​ໝົດ ​ແ​ມ່ນ​ວາງ​ໄວ້​ຢູ່​ເທິງ​ໂຕະ
ແລະສະຫະລັດມີ​ຄວາມສາມາດ​ທີ່​ສໍາຄັນ ຖ້າວ່າການ​ທູດຫາກ​ລົ້ມ​ແຫລວ.

ຮອງ​ທີ່​ປຶກສາ​ ດ້ານຄວາມ​ປອດ​ໄພ​ແຫ່ງ​ຊາດ ​ຂອງສະຫະລັດ ທ່ານ Ben Rhodes ກ່າວໃນ​ວັນ​ພະຫັດ​ວານ​ນີ້​ວ່າ ອີຣ່ານຄວນ​ຮູ້​ວ່າ ທ່ານ Obama ​ແມ່ນ​ເອົາ​ຈິງ​ເອົາ​ຈັງ
ກ່ຽວກັບ​ການ​ຍຸຕິບໍ່ໃຫ້​ອີຣ່ານມີອາວຸດ​ນິວ​ເຄລຍຢູ່​ໃນ​ຄວາມ​ຄອບ​ຄອງ. ທ່ານ Rhodes ກ່າວ​ວ່າ ປະ​ທາ​ນາ​ທິບໍ ດີບໍ່​ໄດ້ໃຫ້ການຄໍ້າປະກັນ​ຢ່າງ​ເປັນ​ການ​ເປີດ​ເຜີຍ ​ໂດຍປາສ
ຈາກຄວາມ ໝັ້ນໝາຍ​ທີ່​ຈະ​ປະຕິບັດ​ຕາມ. ​

ທ່ານ Obama ຈ​ະ​ເດີນທາງ​ໄປ​ ອິສຣາ​ແອ​ລ ເປັນ​ຄັ້ງ​ທໍາ​ອິດ​ ໃນ​ນາມ ປະທານາທິບໍດີໃນ​ວັນ​ພຸດ​ນີ້ ຊຶ່ງ​ຈະ​ຮວມ​ທັງການ​ຢຸດແວະ​ທີ່ເມືອງ Ramallah ​ໃນ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນໍ້າ​ຈໍ​ແດັນ ​ແລະ​ປະ​ເທດ Jordan.

ທ່ານ Rhodes ກ່າວ​ວ່າ ບໍ່​ມີ​ການ​ທົດ​ແທນໃດໆ​ໄດ້​ໃນ​ການກ່າວ​ໂດຍ​ກົງ ຕໍ່ປະຊາຊົນ
ອິສຣາ​ແອ​ລ ກ່ຽວ​ກັບ​ບັນຫາ​ຕ່າງໆເຊັ່ນວ່າ ອີຣ່ານ ຊີ​ເຣຍ ​ແລະສັນຕິພາບກັບຊາວປາແລ​ສຕາຍ. ​

ທ່ານ Obama ຍັງຈະ​ເ​ພີ້ມການ​ໃຫ້​ຄວາມ​ສະໜັບສະໜຸນ​ຂອງສະຫະ ລັດ ​ແກ່​ອຳນາດ​ການ​ປົກຄອງປາ​ແລ​ສຕາຍ ຊຶ່ງ​ທ່ານ Rhodes ຮ້ອງ​ວ່າ ​ເປັນ​ຜູ້ນໍາພາ​ທີ່​ຖືກ​ຕ້ອງຊອບ​ທຳ​ຂອງ​ປະຊາຊົນປາແລ​ສຕາຍ.