ອີຣ່ານ ແຂວນຄໍ ມະຫາເສດຖີ ພັນລ້ານໂດລາ ໃນຄະດີ ຕົວະຕົ້ມ (ວີດີໂອ)

ມະຫາເສດຖີ ອີຣ່ານ ທ່ານ Mahafarid Amir Khosravi ທີ່ຖືກ ປະຫານຊີວິດ ໂດຍການແຂວນຄໍ ໃນວັນເສົາ ມື້ນີ້

ນັກທຸລະກິດ ມະຫາ​ເສດ​ຖີພັນລ້ານ ທີ່ວາງແຜນ​ຢູ່​ເບື້ອງ​
ຫຼັງຄະດີ​ຕົວະ​ຕົ້ມທີ່​ໃຫຍ່ສຸດ​ຂອງອີຣ່ານ ​ໄດ້​ຖືກ​ປະຫານ
ຊີວິດດ້ວຍການແຂວນ​ຄໍ​ໃນວັນ​ເສົາ​ມື້​ນີ້ ທີ່ນະຄອນຫຼວງ​
ເຕຫະຣ່ານ.

ບັນດາ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ທ່ານ Mahafarid Amir Khos-
ravi ​ໄດ້​ຖືກປະຫານຊີວິດ ​ທີ່​ຄຸກ​ Evin ທີ່​ມີ​ຊື່​ສຽງບໍ່ດີຂອງ
ອີຣ່ານ.

ທ່ານ Khosravi ​ໄດ້​ຖືກພົບ​ເຫັນວ່າ ​ມີ​ຄວາມ​ຜິດ ທີ່​ໄດ້​ໃຊ້​
ເອກ​ກະສາ​ນປອມ ​ເພື່ອ​ຂໍສິນ​ເຊື່ອຢູ່ ​ສະ​ຖາ​ບັນ​ການ​ເງິນ​
ໃຫຍ່ສຸດ​ຂອງອີຣ່ານ ໃນແຜນການມູນຄ່າ 2 ພັນ 6 ຮ້ອຍ​ລ້ານ​ໂດ​ລາ. ທ່ານ​ໄດ້​ຊື້ຊັບ
ສິນຫລາຍ​ຢ່າງ ຮວມ​ທັງບໍລິສັດຜະ ລິດເຫລັກກ້າ.

ນອກນັ້ນແລ້ວ ຍັງມີອີກຢ່າງ​ໜ້ອຍ​ 20 ຄົ​ນ​ໄດ້​ຖືກ​ຈັບ ​ໃນ​ຖານ​ພົວພັນ​ກັບ​ການ​ສໍ້​ໂກງ
ດັ່ງກ່າວ. ສ່ວນໃຫຍ່ແລ້ວ ແມ່ນປະ​ເຊີນກັບ​ການຖືກຕິດຄຸກເປັນເວລາດົນນານ​ ​ແຕ່​ມີ
ຢ່າງ​ໜ້ອຍ​ສາມ​ຄົນ ​ໄດ້​ຮັບ​ໂທດ​ປະຫານ​ຊີວິດ.

ຜູ້​ຕ້ອງ​ສົງ​ໄສ​ຄົນ​ນຶ່ງໃນຄະດີນີ້​ ​ໄດ້​ໜີ​ໄປ​ຢູ່ປະ​ເທດ​ກາ​ນາ​ດາ. ທ່ານ Mahmoud
Reza Khavari ອ​ະ​ດີດ​ຫົວໜ້າ​ທະນາຄານ ທີ່​ສຳຄັນ​ຂອງອີຣ່ານ ແມ່ນຢູ່​ໃນ​ບັນຊີ​
ລາຍຊື່ ​ທີ່ ສາທາລະນະ​ລັດອິສລາມ ອີຣ່ານ ຕ້ອງການໂຕທີ່ສຸດ.

ການ​ດຳ​ເນີນ​ຄະດີ ​ໄດ້​ພາໃຫ້ມີຄຳ​ຖາມເກີດຂຶ້ນ ​ກ່ຽວກັບການ​ສໍ້​ລາດ​ບັງ​ຫລວງຢູ່​ໃນ
ລະດັບ​ສູງ ​ໃນ​ເສດຖະກິດທີ່ມີ​ການ​ຄວບ​ຄຸ​ມຢ່າງ​ເຄັ່ງຄັດຂອງອີຣ່ານ ໃນລະຫວ່າງການ
ປົກຄອງ ຂອງອະດີດ ລັດຖະບານປະທາ​ນາ​ທິບໍດີ Mahmoud Ahmadinejad ທີ່ບໍ່ ໄດ້ໃຫ້ຄວາມສຳຄັນ ຕໍ່ການກ່າວຫານີ້ ໂດຍເວົ້າວ່າ ​ມັນເປັນການໂຄສະນາ ໃສ່ຮ້າຍ
ປ້າຍສີ ໂດຍພວກຝ່າຍ​ຄ້ານ​ຂອງ​ທ່ານ.

Your browser doesn’t support HTML5

IRAN HANGING VO