ເຫດລະເບີດໃນອີຣ່ານ

  • ໄພສານ ວໍຣະຈັກ

ເຫດລະເບີດໃນອີຣ່ານ

ສະມາຊິກ ຈາກໜ່ວຍພິທັກປະຕິວັດຂອງອີຣ່ານທີ່ໄປຮ່ວມພິທີສົ່ງສະ ການ ໃຫ້ແກ່ພວກນາຍ ແລະພົນທະຫານ ໃນກຳລັງພິທັກປະຕິວັດ ທີ່ເສຍຊີວິດ ໃນການວາງລະເບີດ (20 ກັນຍາ 2010)

ສື່ມວນຊົນຂອງທາງການອີຣ່ານລາຍງານວ່າ ​ໄດ້​ເກີດເຫດລະເບີດ ທີ່ຄ້າຍທະຫານແຫ່ງນຶ່ງ ເຮັດໃຫ້ສະມາຊິກ 18 ຄົນ ຂອງກຳລັງພິທັກປະຕິວັດ ທີ່ມີອິດທິພົນຂອງອີຣ່ານ ເສຍຊີວິດ ແລະອີກ 14 ຄົນ ໄດ້ຮັບບາດເຈັບ.

ເຫດລະເບີດ ເກີດຂຶ້ນໃນມື້ວັນອັງຄານວານນີ້ ທີ່ຄ້າຍ Imam Ali ໃກ້ໆກັບເມືອງ Khora- mabad ໃນພາກຕາເວັນຕົກຂອງອີຣ່ານ. ເຈົ້າໜ້າທີ່ເວົ້າວ່າ ເຫດລະເບີດທີ່ວ່ານີ້ມີສາເຫດ ມາຈາກໄຟ ທີ່ໄດ້ໃໝ້ລາມໄປຍັງສາງເກັບກະສຸນ. ບໍ່ເປັນທີ່ຈະແຈ້ງວ່າ ແມ່ນຫຍັງຄືສາເຫດ ທີ່ພາໃຫ້ເກີດໄຟໃໝ້.

ກຳລັງພິທັກປະຕິວັດຂອງອີຣ່ານ ເປັນກຳລັງຊັ້ນຍອດ ທີ່ຈົງຮັກພັກດີ ຕໍ່ການຈັດຕັ້ງທາງ ສາສະໜາ ຂອງອີຣ່ານ.

ໃນເດືອນແລ້ວນີ້ ກໍ​ໄດ້​ເກີດເຫດລະເບີດ ຢູ່ບ່ອນເດີນສວນສະໜາມ ຂອງທະຫານອີຣ່ານ ທີ່ເມືອງ Maharabad ໃນພາກຕາເວັນຕົກສຽງເໜືອ ຂອງອີຣ່ານ ເຮັດໃຫ້ມີຜູ້ເສຍຊີວິດ 12 ຄົນ. ເຈົ້າໜ້າທີ່ໄດ້ຖິ້ມໂທດ ໃສ່ພວກກະບົດແບ່ງແຍກດິນແດນຊາວ Kurd ທີ່ມີການ ເຄື່ອນໄຫວ ຢູ່ໃນເຂດດັ່ງກ່າວ.