ອີຣ່ານໄດ້ເອົາບາດກ້າວໃໝ່ ຕໍ່ພວກນັກຂ່າວ 2 ຄົນທີ່ຖືກຈັບ ຍ້ອນລາຍງານຂ່າວເລື້ອງ
ຄວາມວຸ້ນວາຍດ້ານແຮງງານພາຍໃນປະເທດ ແລະການສໍ້ລາດບັງຫຼວງ ຂອງລັດຖະບານ
ໂດຍສົ່ງຜູ້ນຶ່ງໄປເຂົ້າຄຸກທີ່ມີຊື່ສຽງບໍ່ດີຂອງພວກແມ່ຍິງ ແລະອີກຄົນນຶ່ງ ຖືກຕັດສິນຈຳຄຸກ
2 ປີເຄິ່ງ.
ກຸ່ມປົກປ້ອງສິດທິມະນຸດ 2 ກຸ່ມກ່າວວ່າ ນັກຂ່າວອີຣ່ານ Sepideh Ghaliyan ທີ່ໄດ້
ລາຍງານ ກ່ຽວບັນຫາແຮງງານ ທີ່ເມືອງອາວາສ (Ahvaz) ທາງພາກຕາເວັນຕົກສຽງໃຕ້
ຂອງປະເທດນັ້ນ ໄດ້ຖືກຍ້າຍໄປຄຸກແມ່ຍິງ ກາຈັກ (Qarchak) ໃກ້ກັບນະຄອນຫຼວງ
ເຕຫະຣ່ານໃນວັນຈັນວານນີ້.
ກ່ອນນີ້ ນາງຖືກຂັງຢູ່ທີ່ຄຸກເອວິນ ໃນນະຄອນຫຼວງເຕຫະຣ່ານ ແລະກ່ອນໜ້ານັ້ນ ທີ່
ເມືອງອາວາສ (Ahvaz) ບ່ອນທີ່ນາງຖືກຈັບ ໃນເດືອນພະຈິກປີກາຍ ໂດຍເຈົ້າໜ້າທີ່
ໃນຂະນະທີ່ ນາງໄປຮ່ວມການປະທ້ວງ ຂອງພວກຄົນງານທີ່ຮຽກຮ້ອງຂໍເງິນເດືອນ ທີ່
ຍັງຕິດຄ້າງຈາກໂຮງງານນ້ຳຕານ ຮາຟທ໌ ທາເພ່ ຕັ້ງຢູ່ປະມານ 100 ກິໂລແມັດ ຫ່າງ
ຂຶ້ນໄປທາງເໜືອ. ນາງຖືກກ່າວຫາວ່າ ມີຄວາມຜິດໃນດ້ານຄວາມໝັ້ນຄົງແຫ່ງຊາດ
ຍ້ອນພົວພັນກັບການປະທ້ວງ.
پنج ماه پس از بازداشت موقت سپیده قلیان، و تحمل زندان در زندانهای اهواز و اوین، سپیده قلیان روز ۱۳ خرداد به زندان قرچک منتقل شده است. به جای بررسی شکایت او در خصوص بدرفتاری و شکنجه، او به زندانی که به شرایط نامناسب برای زندانیان شهرت دارد فرستاده میشود. pic.twitter.com/roaWYL0Q8z
— کمپین حقوق بشر در ایران (@ICHRI_Fa) June 3, 2019
ສູນກາງສິດທິມະນຸດໃນອີຣ່ານ ຊຶ່ງມີສຳນັກງານຕັ້ງຢູ່ນິວຢອກ ໄດ້ສົ່ງຂໍ້ຄວາມທາງ
ທວີດເຕີ້ ກ່າວວ່າ ນາງ Sepideh Ghaliyan ໄດ້ຖືກຍ້າຍຈາກຄຸກເອວິນ ໃນ
ເຕຫະຣ່ານ ໄປຍັງຄຸກແມ່ຍິງກາຈັກ (Qarchak) ແຕ່ບໍ່ໄດ້ເປີດເຜີຍແຫຼ່ງຂ່າວໃຫ້ຊາບ.
ກຸ່ມປົກປ້ອງສິດທິມະນຸດດັ່ງກ່າວ ເວົ້າຕື່ມວ່າ “ແທນທີ່ຈະສະໜອງຕອບຕໍ່ການຮ້ອງ
ທຸກຂອງນາງ ກ່ຽວກັບການທໍລະມານໃນຂະນະທີ່ຖືກຄຸມຂັງຢູ່ນັ້ນ ເຈົ້າໜ້າທີ່ອີຣ່ານ
ກັບສົ່ງນາງໄປເຂົ້າຄຸກ ທີ່ຮູ້ກັນດີ ກ່ຽວກັບການທໍລະມານ ພວກນັກໂທດນັ້ນ.”
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ