ຂໍ້ຕົກລົງ ດ້ານນິວເຄລຍ ກັບອີຣ່ານ ບັນລຸກັນ ກໍຍ້ອນ ມີນັກເຈລະຈາ ທີ່ເໝາະສົມ

ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry (ຊ້າຍ) ແລະ ລັດຖະມົນຕີ ຕ່າງປະເທດ ອີຣ່ານ ທ່ານ Javad Zarif (ຂວາ)

ສອງ​ປີ​ກ່ອນ ບັນດາ​ນັກການທູດ​ຈາກ ສະຫະລັດ ​ແລະ​ອີຣ່ານ
​ໄດ້​ເລີ້ມເຈລະຈາ​ຕໍ່​ລອງກ່ຽວ​ກັບຂໍ້​ຕົກລົງ​ນິວ​ເຄລຍ. ມັນ​ເປັນ
ການ​ພົບ​ພໍ້ກັນ​ທາງ​ດ້ານ​ການ​ທູດເທື່ອ ທຳ​ອິດລະຫວ່າງ​ສອງ
​ປະ​ເທດ ຫລາຍ​ກວ່າ 30 ປີ.

ການ​ເຈລະຈາດັ່ງກ່າວ ແມ່ນ​ຮວມທັງສະ​ມາ​ຊິກ​ຖາວອນ​ທັງ​
ໝົດ​ ຂອງສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ ​ແລະ​ເຢຍ
ຣະມັນ ​ແຕ່​ຜູ້ມີບົດບາດສຳຄັນທີ່​ສຸດ​ໃນ​ການເຈລະຈາ​ ໄດ້​
ແກ່ລັດຖະມົນຕີ ຕ່າງປະ​ເທດ ສະຫະລັດ ທ່ານ John Kerry
ແລະ ລັດຖະມົນຕີຕ່າງປະ​ເທ​ດອີຣ່ານ ທ່ານ Javad Zarif.

ນັກ​ການ​ທູດທັງ​ສອງ​ໄດ້ຖືກ​ຕິຕຽນຢູ່ທີ່​ປະ​ເທດຂອງ​ພວກທ່ານ ໂດຍຖືກກ່າວ​ຫາວ່າ ເຈລະ
ຈາ​ກັບ​ສັດຕູ. ທັງ​ສອງທ່ານຕ່າງກໍ​ໄດ້​ສະ​ແດງ​ຄວາມ​ສົນ​ໃ​ຈດ້ານ​ຜົນ​ປະໂຫຍ​ດສ່ວນ​ຕົວ
ຢ່າງ​ໃຫຍ່​ຫລວງ​ໃນ​ການ​ເຈລະຈາ ​ໂດຍ​ກ່າວວ່າ ມັນ​ຈະ​ຫລີກລ່ຽງສົງຄາມ ​ແລະ​ຊ່ວຍກອບ
​ກູ້ເສດຖະກິດ​ອີຣ່ານ.

ທ່ານ Reza Marashi ຜູ້ອຳນວຍການດ້ານຄົ້ນຄວ້າ ຢູ່​ທີ່ສະພາແຫ່ງ​ຊາດ ອີຣ່ານອາ​ເມ
ຣິກັນກ່າວວ່າ ຂ້າພະເຈົ້າຄິດວ່າ ພວກທ່ານຈະບໍ່ເຫັນຜົນປະໂຫຍດ ທາງດ້ານເສດຖະກິດ
ໃນທັນທີ ແຕ່ຂ້າພະເຈົ້າຄິດວ່າ ທ່ານຈະໄດ້ເຫັນຜົນສະ ທ້ອນແບບຍືນຍົງຕໍ່ເສດຖະກິດ

ໃນທາງບວກ ສຳລັບເສດຖະກິດຂອງອີຣ່ານ.

​ໃນ​ປີ 2007 ຊຶ່ງ​ເວລາ​ນັ້ນ ທ່ານ Barack Obama ຍັງ​ເປັນ​ຜູ້​ສະມັກປະທານາທິບໍດີ ​ໄດ້
ຖືກຕິຕຽນ​ຈາກບັນດາຄູ່​ແຂ່ງ ຫລັງ​ຈາກ​ໄດ້​ກ່າວ​ວ່າ ທ່ານ​ຈະ​ໂອ້​ລົມ​ກັບ ບັນດາ​ຜູ້ນຳ​ຂອງ​
ປ​ະ​ເທດ​ຕ່າງໆ ທີ່​ສະຫະລັດ ມີ​ຄວາມ​ແຕກ​ແຕ່ງ​ຢ່າງ​ແຮງ​ ຮວມທັງ​ ອີຣ່ານ.

ທ່ານ Obama ກ່າວ​ໃນ​ການ​ໂຕ້​ວາ​ທີ ​ໃນ​ປີ 2007 ວ່າ “​ແລະ​ເຫດຜົນ​ກໍຄື. ການ​ທີ່​ວ່າ​ບໍ່
ເວົ້າ​ກັບ​ບັນດາ​ປະ​ເທດ​ເຫລົ່າ​ນັ້ນ ​ເປັນ​ການ​ລົງ​ໂທດຕໍ່ເຂົາ​ເຈົ້າ​ເປັນ​ເລື້ອງ​ທີ່​ໜ້າ​ຢາກຫົວ.”

ການ​ເລືອກ​ເອົາປະທານາທິບໍດີອີຣ່ານ ທ່ານ Hassan Rouhani ​ໃນ​ປີ 2013 ​ທີ່ເບິ່ງກັນ​
ວ່າ ເປັນຜູ້ນິຍົມແນວທາງປານກາງຫລາຍ​ກວ່າອະດີດ​ບັນດາ​ຜູ້ນຳ​ອີຣ່ານນັ້ນ ໄດ້​ຊ່ວຍລິ​
ເລີ້ມ​ການ​ເຈລະ​ຈາດັ່ງກ່າວ.

Your browser doesn’t support HTML5

VOA's Heather Murdock in Vienna