ອີຣ່ານຮັບຜ່ານ ຮ່າງກົດໝາຍ ລຸດການພົວພັນກັບອັງກິດລົງ

  • ບົວສະຫວັນ

Washington Nationals relief pitcher Rafael Soriano warms up before an Opening Day baseball game against the Miami Marlins in Washington D.C.

ສະພາແຫ່ງ​ຊາດຂອງ​ອີຣ່ານ ​ໄດ້​ມີ​ມະຕິ​ຮັບຮອງ​ເອົາຮ່າງກົດໝາຍ ​ທີ່ຈະຫລຸດລະດັບ​ສາຍ
ພົວພັນ​ທາງ​ການ​ທູດ ​ແລະ​ເສດຖະກິດ​ກັບ​ອັງກິດລົງ ​ເພື່ອເປັນການແກ້ແຄ້ນຄືນ ຕໍ່ການລົງ​
ໂທດຄັ້ງໃໝ່ຂອງຝ່າຍຕາເວັນຕົກຕໍ່ກຸງເຕເຮຣ່ານ ກ່ຽວກັບໂຄງການນີວເຄລຍຂອງອີຣ່ານ
ນັ້ນ.

ພວກຜູ້​ແທນ​ສະພາສ່ວນໃຫຍ່ ໄດ້ລົງຄະແນນສຽງໃນວັນອາທິດມື້ນີ້ ​ໃຫ້ຂັບໄລ່ເອກອັກຄະ
ລັດຖະທູດອັງກິດ ອອກຈາກອີຣ່ານ​ໄປພາຍໃນ 2 ອາ ​ທິດ ແລະປ່ອຍໃຫ້ສະຖານທູດຢູ່​ໃຕ້​ການບໍລິຫານຂອງອຸປະທູດພຽງ​ຄົນ​ດຽວ. ການພົວພັນທາງເສດຖະກິດ​ກັບນະຄອນລອນ
ດອນ ກໍຈະຖືກຫລຸດລົງເຊ່ນກັນ.

ບັດນີ້ ຮ່າງກົດໝາຍດັ່ງກ່າວ ຈະ​ຖືກສົ່ງຕໍ່ໄປຍັງສະພາຜູ້​ພິທັກປົກປ້ອງ ອີຣ່ານ ທີ່ເອີ້ນກັນ
ວ່າ “Guardians Council” ນັ້ນ ຊຶ່ງ​ເປັນ​ອົງການຮັບຜິດ​ຊອບທາງ​ລັດຖະທໍາ​ມະນູນ​
ເພື່ອ​ຮັບຮອງ​ເອົາ​ຂັ້ນ​ສຸດ​ທ້າຍ.

ການ​ລົງ​ຄະ​ແນ​ນສຽງ​ໃນ​ວັນ​ອາທິດມື້ນີ້ ​ແມ່ນ​ຖື​ວ່າ​ເປັນ​ການ​ຕອບ​ໂຕ້​ຄືນ​ຕໍ່ ການສະໜັບ
ສະໜຸນຂອງອັງກິດ ​ຕໍ່ການ​ດໍາ​ເນີນຄວາມພະຍາຍາມຄັ້ງ​ໃໝ່ ຂອງ​ສະຫະລັດ ​ເພື່ອ​ກົດ​ດັນ
ອີຣ່ານໃຫ້​ຢຸດ​ໂຄງການ​ອາວຸດ​ນີວ​ເຄລຍ ທີ່​ຖືກ​ກ່າວ​ຫາຂອງຕົນໄວ້ນັ້ນ.

ໃນຕົ້ນ​ເດືອນ​ນີ້​ ​ລັດຖະບານ​ອັງ​ກິດ​ໄດ້​ປະກາດ​ວ່າ ມາດຕາ​ການ​ລົງໂທດ​ທີ່​ມີ​ການ​ປະສານ​
ງານກັນກັບ​ສະຫະລັດແລະກາ​ນາ​ດາ ຕໍ່ອີຣ່ານນັ້ນ ຊຶ່ງການ​ເຄື່ອນ​ໄຫວ​ດັ່ງກ່າວ​ໄດ້​ມີ​ຂຶ້ນ
ລຸນ​ຫລັງ​ທີ່​ມີ​ລາຍ​ງານສະບັບ​ນຶ່ງ​ຂອງ​ອົງການ​ສິ້ງຊອມ​ດ້ານ​ພະລັງງານປລາ​ມະນູ ຫລື IAEA
ຂອງ​ສະຫະ​ປະຊາ​ຊາດ ​ໄດ້​ສະແດງ​ໃຫ້​ເຫັນ​ຢ່າງໜັກ​ແໜ້ນວ່າ ອີຣ່ານກໍາລັງ​ຄົ້ນຄວ້າ​ເລື້ອງ
ອາວຸດ​ນີວ​ເຄລຍ ຢູ່. ແຕ່​ກຸງ​ເຕ​ເຮຣ່ານ ກັບກ່າວ​ວ່າ ກິດຈະ​ກໍາ​ທາງ​ດ້ານ​ອາວຸດ​ນີວ​ເຄລຍ
ຂອງ​ຕົນ ​ແມ່ນ​ມີຈຸດປະສົງ​ເພື່ອຮັບ​ໃຊ້​ພົນລະ​ເຮືອນ.