ອັງກິດ ປິດສະຖານທູດອີຣ່ານ ທີ່ກຸງລອນດອນ (ເບິ່ງວີດີໂອ)

  • ບົວສະຫວັນ

ຕໍາຫລວດອັງກິດຢືນຍາມທີ່ສະຖານທູດຂອງອີຣ່ານ ໃນນະຄອນລອນດອນ ໃນວັນພຸດ ທີ 30, 2011 ທີ່ຜ່ານມານີ້ ໃນຂະນະທີ່ລັດຖະມົນຕີ ກະຊວງການຕ່າງປະເທດອັງກິດ ທ່ານ ວິລຽມ ເຮັກ (William Hague) ໄດ້ອອກຄໍາສັ່ງຂັບໄລ່ພະນັກງານການທູດຂອງອິຣ່ານໃຫ້ ອອກຈາກອັງກິດໝົດທຸກຄົນພາຍໃນ 48 ຊົ່ວໂມງ (AP Pho

ອັງກິດຢາກ​ຈະເພີ້ມ​ການ​ປິດ​ລ້ອມ​ຂະ​ແໜງການ​ເງິນ​ຂອງ​ອີຣ່ານຂຶ້ນ​ໄປ​ອີກ ​ໂດຍ​ໄດ້​ກ່າວ​ຫາ​
ລັດຖະບານ​ກຸງເຕຫະຣ່ານວ່າ ​ໄດ້​ທໍາ​ການ​ກົດຂີ່ດ້ານ​ສິດທິ​ມະນຸດ ຢູ່​ພາຍ​ໃນ​ຊາຍ​ແດນ​ຂອງ​
ຕົນ​ແລະ​ກໍ​ຊ່ວຍ​ກົດຂີ່ດ້ານ​ສິດ​ທະ​ມະນຸດ​ໃນ​ຊີ​ເຣຍນັ້ນນໍາ.

ໃນ​ວັນ​ພະ​ຫັດ​ມື້ນີ້ ລັດຖະມົນຕີ ກະຊວງການ​ຕ່າງປະ​ເທດ​ອັງກິດ ທ່ານ ວິລຽມ ​ເຮັກ
(William Hague) ​ໄດ້​ກ່າວ​ຫາ​ອີຣ່ານວ່າ ​ໄດ້​ຊ່ວຍ​ປະທານ​າທິບໍດີ Basha Al-Assad
ປາບ​ປາມ​ພວກ​ປະ​ທ້ວງທີ່​ລຸກຮື ຂຶ້ນຕໍ່ຕ້ານລັດຖະບານ​ຊີ​ເຣຍນັ້ນ.

ໃນ​ການຖະແຫຼງ ຢູ່​ນອກ​ກອງ​ປະຊຸມ​ຂອງລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ສະຫະ
ພາບ​ຢູ​ໂຣບທີ່ນະຄອນບຣັສເຊີລນັ້ນ ທ່ານ​ເຮັກເວົ້າວ່າ ມີ​ການ​ກ່ຽວພັນ​ກັນລະຫວ່າງການ
ກວດ​ລ້າງ​ກຸ່ມ​ຕໍ່ຕ້ານ​ລັດຖະ ບານ​ຂອງ​ກຸງເຕຫະຣ່ານ ​ແລະ​ການກວດ​ລ້າງຢ່າງ​ນອງ​ເລືອດ
ຂອງ​ຊີ​ເຣຍຕໍ່ພວກ​ປະ​ທ້ວງ​. ສະນັ້ນ ທ່ານເວົ້າວ່າ ອັງກິດ​ກໍາລັງ​ຊຸກ​ຍູ້​ໃຫ້​ບັນດາ​ປະ​ເທດ​ໃນ
ສະຫະພາບ​ຢູ​ໂຣບ ມີ​ການ​ເຫັນ​ພ້ອມເປັນເອກະ​ພາບ​ກັນ ​ໃນ​ການ​ທີ່​ຈະ​ເອົາ​ມາດ​ຕະການ​ລົງ
ໂທດ​ທາງ​ເສດຖະກິດ​ທີ່​ເຂັ້ມງວດ​ຂຶ້ນກວ່າ​ເກົ່າ.

ໃນ​ວັນ​ພຸດ​ວານ​ນີ້ ອັງກິດໄດ້​ຂັບ​ໄລ່ພະນັກງານ​ການ​ທູດ​ຂອງ​ອິຣ່ານໃຫ້ອອກ​ຈາກ​ອັງກິດ
ໝົດທຸກ​ຄົນ ​ແລະ​ກໍ​ປິດສະຖານ​ທູດ​ຂອງ​ຕົນ​ ທີ່ນະຄອນຫລວງ​ເຕຫະຣ່ານຂອງ​ອິຣ່ານ ລຸນ​
ຫລັງ​ເຫດການ​ຈະລາຈົນ​ບຸກເຂົ້າ ໄປໃນສະຖານ​ທູດ​ອັງກິດຂອງພວກ​ຊາວອິຣ່ານທີ່​ໂກດ​ແຄ້ນ
ຕໍ່ອັງ​ກິດ​ໃນມື້ກ່ອນນັ້ນ.

ສາຍ​ພົວ​ພົວພັນອັນ​ເຄັ່ງ​ຕຶງ​ລະຫວ່າງອັງກິດ​ແລະ ອີຣ່ານນັ້ນ​ໄດ້​ຊຸດໂຊມ ລົງ ​ໃນ​ສອງ​ສາມ
ອາທິດຜ່ານ​ມານີ້. ລັດຖະສະພາ​ຂອງ​ອີຣ່ານ ​ໄດ້​ລົງ​ຄະ​ແນນ​ສຽງ​ໃນຕົ້ນອາທິດ​ນີ້ ​ໂດຍ​ເຫັນ
​ດີໃຫ້​ມີ​ການ​ຫລຸດ​ລະດັບ​ການ​ພົວພັນ​ທາງ​ການ​ທູດກັບ​ນະຄອນ​ລອນ​ດອນລົງ. ການ​ລົງ​ຄະ
​ແນນສຽງນັ້ນ ​ໄດ້​ມີ​ຂຶ້ນລຸນ​ຫລັງ​ທີ່​ອັງກິດ​ໄດ້​ເພີ້ມທະວີການ​ລົງ​ໂທດ​ຕໍ່ອີຣ່ານ ​ໂດຍ​ການ​ຕັດ
​ທຸກສາຍ​ພົວພັນ​ຂອງ​ຕົນ​ກັບ​ທະນາຄານຕ່າງ​ຂອງ​ອີຣ່ານ.

ໃນ​ວັນ​ພະຫັດ​ມື້ນີ້ ຈີນ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງຕໍ່ຄວາມ​ອາດ​ເປັນ​ໄປ​ໄດ້​ວ່າ ສະພາບ​ການ
ດັ່ງກ່າວຈະ​ບານ​ປາຍ​ອອກ ​ຈົນ​ບໍ່ສາມາດ​ຄວບ​ຄຸມ​ໄດ້.

ໂຄສົກ​ປະ​ຈໍາ​ກະວງການ​ຕ່າງປະ​ເທດ​ຈີນ ທ່ານ ຮົງ​ເລ​ໄດ້​ກ່າວ​ຕໍ່ພວກ​ນັກຂ່າວ​ໃນ​ວັນ​ພະຫັດ
ມື້ນີ້​ວ່າ ທຸກ​ຝ່າຍ​ຕ້ອງ “ຮັກສາ​ຄວາມ​ມີ​ເຫດ​ມີ​ຜົນ, ສຸ​ຂຸມຮອບຄອບ ​ແລະ​ຢັບຢັ້ງສັ່ງ​ໃຈ​ໄວ້
ພ້ອມ​ທັງ​ໃຫ້​ຫລີກ​ລ້ຽງ​ການ​ກະທໍາທີ່​ໃຊ້​ອາລົມ​ ທີ່ຈະ​ເຮັດ​ໃຫ້​ຄວາມ​ຂັດ​ແຍ່ງ​ເພີ້ມທະວີຂຶ້ນນັ້ນ.”