ນັກຂ່າວຊາວອີຣ່ານຄົນນຶ່ງ ທີ່ຂຽນກ່ຽວກັບການສໍ້ລາດບັງຫລວງ ຂອງລັດຖະບານນັ້ນ ຖືກຈັບເປັນຄັ້ງທີສອງແລ້ວ ໃນຮອບ 6 ເດືອນຜ່ານມາ ຊຶ່ງເກີດຂຶ້ນໃນມື້ດຽວກັນ ກັບມື້ທີ່ຫົວໜ້າຝ່າຍຕຸລາການ ຂອງອີຣ່ານ ເວົ້າວ່າ ທ່ານຍິນດີໃຫ້ອົງການຂ່າວກ່າວຕຳໜິໄດ້.
رفتاری که از جناب آقای #مقيسه شاهد بوديم بهيچ عنوان در شأن يک #قاضی آنهم #روحانی نبود ايشان مکررا #مسعود_کاظمی را در جلسه رسيدگی نفرين ميکرد رفتار عجيبی که در مخيله حقير هم نمی گنجيد قطعا جناب آقای #رئيسی در خصوص چنين رفتارهای #قضات در دنيا و آخرت مسئولند
— سيدعلی مجتهدزاده (@alimojtahedzade) May 22, 2019
ຢູ່ໃນລາຍງານອັນນຶ່ງ ໃນຈຳນວນຂ່າວທີ່ຂັດກັນຫລາຍໆອັນນັ້ນ, ອົງການຂ່າວ IRNA ເວົ້າວ່າ ນັກຂ່າວມາຊຸດ ຄາເຊີມີ (Masoud Kazemi) ຖືກຈັບໃນວັນພຸດວານນີ້ ໃນຂະນະທີ່ທ່ານໄປຮ່ວມ ການຮັບຟັງຄະດີຢູ່ສານ ແຫ່ງນຶ່ງໃນນະຄອນເຕຫະຣ່ານ. ອົງການຂ່າວ IRNA ຍັງໄດ້ອ້າງເຖິງຄຳເວົ້າ ຂອງທະນາຍຄວາມຝ່າຍຈຳເລີຍ, ທ່ານ ອາລີ ໂມຈຕາເຮດຊາເດ (Ali Mojtahedzadeh) ວ່າໄດ້ກ່າວຕຳໜິຢ່າງໜັກ ຕໍ່ຜູ້ພິພາກສາທີ່ເປັນປະທານການຮັບຟັງຄະດີ ຜູ້ທີ່ທ່ານກ່າວຫາວ່າ ໄດ້ບ່ຽງເບນອອກຈາກຄວາມຍຸຕິທຳ ໂດຍກ່ອນອື່ນໝົດ ທຳການກ່າວຫາດ້ານຄວາມໝັ້ນຄົງໃໝ່ຕໍ່ທ່ານ ຄາເຊມີ (Kazemi) ໂດຍບໍ່ມີໄອຍະການເປັນຜູ້ກະທຳເຊັ່ນນັ້ນ ແລະໂດຍການເພີ້ມຈຳນວນເງິນປະກັນຕົວຂອງທ່ານ ຄາເຊມີ (Kazemi) ຂຶ້ນສິບເທົ່າໃຫ້ຮອດ 10 ລ້ານຣຽນ ຫລື 237,000 ໂດລາ, ອີງຕາມອັດຕາແລກປ່ຽນທາງການຂອງອີຣ່ານນັ້ນ.
جناب آقای #رئيسی قطعا ميدانيد که لازمه #عدالت پايبندی به اصل #بيطرفی از سوی #قاضی است وقتی در تمام زمان جلسه رسيدگی جناب #مقيسه مشغول نفرين کردن #مسعود_کاظمی است بايد منتظر صدور رای #عادلانه هم باشيم !؟بزودی آنچه که در #دادگاه اتفاق افتادرا به موجب نامه سرگشاده بعرض خواهم رساند
— سيدعلی مجتهدزاده (@alimojtahedzade) May 22, 2019
ທ່ານ ໂມຈຕາເຮດຊາເດ (Mojtahedzadeh) ໄດ້ກ່າວຕໍ່ IRNA ວ່າ ຜູ້ພິພາກສາໄດ້ສະເໜີຂໍ້ກ່າວຫາ ຕໍ່ການໄຕ່ສວນຄະດີຂອງທ່ານ ຄາເຊມີ (Kazemi) ວ່າ ທຳການສົມຮູ້ຮ່ວມຄິດເພື່ອຕ້ານຕໍ່ຄວາມໝັ້ນຄົງຂອງຊາດ ຊຶ່ງເປັນຂໍ້ກ່າວຫາ ທີ່ນັກຂ່າວດັ່ງກ່າວໄດ້ຖືກກ່າວຫາມາແລ້ວວ່າ ທຳການໂຄສະນາເຜີຍແຜ່ ຕ້ານລັດຖະບານ. ທະນາຍຄວາມດັ່ງກ່າວເວົ້າອີກວ່າ ຜູ້ພິພາກສາໃຫ້ເວລາທ່ານ 1 ອາທິດ ເພື່ອຍື່ນໜັງສືທີ່ເປັນຄຳປ້ອງກັນແກ່ຈຳເລີຍ ກ່ອນຈະມີການຕັດສິນຕໍ່ບັນຫາດັ່ງກ່າວ.
ທ່ານ ໂມຈຕາເຮດຊາເດ (Mojtahedzadeh) ຍັງໄດ້ກ່າວຕິຕຽນຕໍ່ລະບົບຕຸລາການຂອງອີຣ່ານ ທີ່ມີມາເປັນລຳດັບໃນວັນພຸດວານນີ້ ໃນການສົ່ງຂໍ້ຄວາມໂຈມຕີຜູ້ພິພາກສາ ແລະແມ່ນກະທັງຫົວໜ້າຕຸລາການຂອງອີຣ່ານ ທ່ານອີບຣາຮິມ ໄຣຊີ.
Iranian journalist @masoudkazemi81 appears at his court today, judge Moghiseh issues a 1 billion tomans bail for him; obviously he cannot provide the bail, as it takes 50 years for Masoud to collect such money as a journalist, so he is arrested, taken to Evin prison until verdict pic.twitter.com/1twlse7vCz
— Sobhan Hassanvand (@Hassanvand) May 22, 2019