ສະມາຊິກສະພາສູງສະຫະລັດ Ted Cruz ໄດ້ຊະນະມະຫາ
ເສດຖີພັນລ້ານທ່ານ Donald Trump ໃນການປະຊຸມຄັດເລືອກ
ຜູ້ຕາງໜ້າຂອງພັກ Republican ໃນວັນຈັນວານນີ້ ຂະນະທີ່
ອະດີດລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ
Hillary Clinton ແລະ ສະມາຊິກສະພາສູງ Bernie Sanders
ຈາກລັດ Vermont ແມ່ນໄດ້ສິ້ນສຸດ ການແຂ່ງ ຂັນຂອງພັກ
Democratic ດ້ວຍຄະແນນສຽງເກືອບວ່າເທົ່າໆກັນ.
ທ່ານ Cruz ສະມາຊິກສະພາສູງນິຍົມແນວທາງເດີມ ຈາກລັດ Texas ໄດ້ຊະນະໂດຍໄດ້ຮັບຄະແນນສຽງ 28 ເປີເຊັນ ຊຶ່ງນັ້ນແມ່ນໄດ້ຮັບ 3 ເປີເຊັນເຄິ່ງ ກາຍທ່ານ Trump ຜູ້ຊຶ່ງມີຄະແນນນຳໜ້າໃນທົ່ວປະເທດ.
ສະມາຊິກສະພາສູງຈາກລັດ Florida ທ່ານ Marco Rubio ໄດ້ຊະນະ ດ້ວຍຄະແນນສຽງ 23 ເປີເຊັນ ຊຶ່ງເຮັດໃຫ້ທ່ານ ໄດ້ກາຍມາເປັນຜູ້ນຳໜ້າ ຂອງບັນດາຜູ້ສະໝັກເລືອກຕັ້ງທີ່ມີການຈັດຕັ້ງຂອງພັກ Republican.
ທ່ານນາງ Hillary Clinton ສັງກັດພັກ Democratic, ມາພ້ອມດ້ວຍຄອບຄົວຂອງທ່ານນາງ ອັນມີສາມີ ອະດີດປະທານາທິບໍດີ ທ່ານ Bill Clinton ແລະລູກສາວ Chelsea Clinton, ເຂົ້າຮ່ວມກອງປະຊຸມຄັດເລືອກ ໃນມະຫາວິທະຍາໄລ Drake ນະຄອນ Des Moines, ລັດ Iowa, 1 ກຸມພາ, 2016.
ໃນດ້ານພັກ Democratic ການແຂ່ງຂັນແມ່ນຖືວ່າມີຄະແນນໃກ້ຄຽງກັນຫຼາຍທີ່ຈະຊີ້ຂາດ
ໄດ້. ດ້ວຍຄະແນນສຽງ ທີ່ນັບໄປແລ້ວ 94 ເປີເຊັນ ປາກົດວ່າ ທ່ານນາງ Clinton ນຳໜ້າທ່ານ Sander ພຽງແຕ່ .20 ເປີເຊັນເທົ່ານັ້ນ.
ຜົນຂອງການນັບຄະແນນສຽງ ໄດ້ສະແດງໃຫ້ເຫັນເຖິງຫຼັກຖານທີ່ແຂງແກ່ນກ່ຽວກັບຄວາມ ຮູ້ສຶກຂອງຜູ້ມີສິດປ່ອນບັດ ຫຼັງຈາກນຶ່ງປີເຕັມຂອງການຫາສຽງແລະການຄາດຄະເນ ທີ່ບໍ່ຈົບສິ້ນນັ້ນ.
ຫຼັງຈາກຜົນຂອງການນັບຄະແນນສຽງໄດ້ປະກາດອອກໄປນັ້ນແລ້ວ ຜູ້ລົງສະໝັກແຕ່ລະທ່ານ ກໍໄດ້ພະຍາຍາມ ກ່າວເຖິງໄຊຊະນະ ເພື່ອໃຫ້ເປັນຜົນປະໂຫຍດຕໍ່ຕົນ.
ມະຫາເສດຖີພັນລ້ານ ທ່ານ Donald Trump ສັງກັດພັກ Republican ພ້ອມດ້ວຍພັນລະຍາຂອງທ່ານ, ທ່ານນາງ Melania, ໃນ West Des Moines, Iowa, 1 ກຸມພາ, 2016.
ທ່ານ Cruz ຜູ້ຊຶ່ງໄດ້ມີການສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ເປັນຜູ້ຊະນະຢ່າງຂາດຮອຍຂອງຄ່ຳຄືນນັ້ນ ໄດ້ກ່າວຖະແຫຼງຢ່າງກະຕືລືລົ້ນ ທີ່ເມືອງ Des Moines.
ທ່ານ Cruz ໄດ້ກ່າວວ່າ: “ຂ້າພະເຈົ້າຂໍເລີ້ມຕົ້ນດ້ວຍການກ່າວວ່າ ມີພະຜູ້ເປັນເຈົ້າຈຶ່ງໄດ້ ມາຊຶ່ງໄຊຊະນະຄັ້ງນີ້, ທ່ານ Cruz ໄດ້ກ່າວ ໃນທ່າມກາງການໂຮ່ຮ້ອງດ້ວຍຄວາມຍິນດີນັ້ນ. ຄ່ຳຄືນນີ້ ແມ່ນມື້ໄຊຊະນະຂອງພວກຮາກຫຍ້າ. ຄ່ຳຄືນນີ້ ແມ່ນໄຊຊະນະຂອງພວກຜູ້ກ້າຫານຊານໄຊຂອງພວກທີ່ນິຍົມແນວທາງເດີມ ໃນທົ່ວລັດ Iowa ແລະທົ່ວປະເທດ.”
Your browser doesn’t support HTML5
Iowa Caucuses Set Stage for New Hampshire Primary