ກຳມະການໂອລິມປິກ ຫ້າມນັກກິລາລະດູໜາວ ຂອງຣັດເຊຍທີ່ໃຊ້ຢາ ເຂົ້າຮ່ວມການແຂ່ງຂັນ ຕະຫລອດຊີວິດ

່ນັກກິລາເລື່ອນສະເກັດຢູ່ເທິງນໍ້າກ້ອນ ທ້າວອີວານ ສະໂກແບຣບ ໃນຂະນະຢູ່ໃນ ການແຂ່ງຂັນກິລາເລື່ອນສະເກັດຢູ່ເທິງນໍ້າກ້ອນ ປະເພດຊາຍ 5,000 ແມັດ ທີ່ເມືອງໂຊຈີ, ຣັດເຊຍ ປີ 2014.

ຄະນະ​ກຳມະການ​ກິລາໂອ​ລິ​ມປິກ​ສາກົນ ກ່າວ​ວ່າ​ຕົນ​ໄດ້​ຫ້າມ​ນັກ​ກິລາ​ຣັດ​ເຊຍ 11 ຄົນ
ບໍ່​ໃຫ້​ເຂົ້າຮ່ວມ​ການ​ແຂ່ງຂັນ​ດັ່ງກ່າວຕະຫລອດ​ຊີວິດ ​ແລະ​ປົດ​ຫລຽນໂອ​ລິ​ມປິກ ຂອງ
ນັກ​ກິລາ​ຣັດ​ເຊຍ 2 ຄົນ ທີ່​ໄດ້​ຊະນະ​ໃນ​ການ​ແຂ່ງຂັນກິລາ​ລະ​ດູ​ໜາວ ​ປີ 2014 ທີ່​ເມືອງ​
ໂຊ​ຈີ ນັ້ນ.

ພວກ​ນັກ​ກິລາ​ທີ່​ໄດ້​ຮັບຫລຽນ​ເງິນ​ໃນປີ 2014 ຄືນາງ​ທັດ​ຍານາ ອີ​ວາ​ນັອບວາ ແລະ​
ທ້າວ​ອາວລ໌ເບີດ ເດັມເຈັນ​ໂກ (Albert Demchenko) ທີ່​ໄດ້​ເຂົ້າ​ແຂ່ງຂັນ​ກິລາ​ຕະລູດ
​ຢູ່​ເທິງ​ນໍ້າກ້ອນ ຫລືລູກ໌ ຂອງ​ແມ່ຍິງ ​ແລະຂອງ​ຜູ້​ຊາຍຢູ່ເມືອງ​ໂຊ​ຈີ ​ໄດ້​ຖືກ​ຫ້າມບໍ່​ໃຫ້
​ເຂົ້າ​ແຂ່ງຂັນ​ອີກ ​ແລະກໍ​ໄດ້​ປົດ​ຫລຽນ​ຂອງພວກກ່ຽວອອກ.

ສ່ວນ​ພວກ​ນັກ​ກິລາ​ຄົນ​ອື່ນໆ ​ທີ່ຖືກ​ຫ້າມບໍ່​ໃຫ້​ເຂົ້າ​ຮ່ວມການ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ
ຕ່າງໆໃນ​ອະນາຄົດ​ລວມມີ ນັກ​ແລ່ນ​ກິລານໍ້າກ້ອນ ສອງ​ຄົນ (ທ້າວ​ໄອ​ວານ ສະ​ກັອ​ຟ
​ແບ​ຣບ ທີ່ໄດ້​ຮັບ​ຫລຽນສອງເທື່ອ​ຢູ່​ເມືອງ​ແວ​ນກູ​ເວີ ​ໃນການແຂ່ງຂັນ​ກິລາ​ໃນປີ 2010
​ແລະ​ທ້າວ​ອາ​ເຕັມ ກູ​ສແນັດກັອຟ), ມີນັກ​ແລ່ນ​ສະ​ກີ​ຂ້າມ​ປະ​ເທດ​ສາມ​ຄົນ (ນາງ​ນິກິ​ຕາ
ກຣີຢູກັອຟ, ທ້າວ​ອາ​ເລັກຊານ​ເດີ ​ແບ​ສ​ເມີ​ນິກສ, ​ແລະ​ນາງ​ນາ​ຕາ​ເລຍ ​ແມັດ​ວີ​ວາ), ມີ
ນັກ​ກິລາຂີ່ລົດຕາມຮ່ອງນໍ້າກ້ອນ ​ອີກ​ສອງ​ຄົນ ຄື ທ້າວລີ​ອູ​ມີ​ລາ ອູດ​ອບກິ​ນາ ​ແລະ​ທ້າວ
​ມັກ​ຊິ​ມ ​ເບີ​ລູຈີນ, ແລະມີ​ນັກ​ກິລາ​ຕີຄີ​ນໍ້າ​ກ້ອນ​ສອງ​ຄົນ ຄືນາງ​ທາ​ທິ​ເອນາ ບູຣິນາ ​ແລະ​
ນາງອານ​ນາ ຊູ​ກີ​ນາ.

ການ​ຕັດສິນ​ຂອງ​ຄະນະ​ກຳມະການ​ກິລາ​ໂອ​ລິ​ມປິກ​ສາກົນ ​ແມ່ນ​ເປັນ​ພາກສ່ວນນຶ່ງ​
ຂອງ​ການ​ສືບສວນ ​ໃນ​ກໍລະນີ​ການ​ກ່າວ​ຫາ​ວ່າ ​ມີ​ການ​ໃຊ້​ຢາ​ຊູ​ກໍາລັງ​ໂດ​ບ ທີ່ໄດ້​ຮັບ
ການ​ສະໜັບສະໜູນຈາກລັດຖບານໃຫ້​ແກ່​ນັກ​ກິລາຣັດ​ເຊຍ ຢູຸ່ການ​ແຂ່ງຂັນ​ກິລາ​ລະ
ດູ​ໜາວ ປີ 2014 ທີ່​ເມືອງ​ໂຊ​ຈີ ປະ​ເທດຣັດ​ເຊຍ. ​ແຕ່ນັ້ນ​ມາ ຄະນະ​ກຳມະການ​ກິລາ​
ໂອ​ລິມປິກສາກົນ​ໄດ້ລົງ​ໂທດນັກ​ກິລາຣັດ​ເຊຍ 43 ຄົນ. ຊາວ​ສອງ​ຄົນໃນ​ຈຳນວນ​
ດັ່ງກ່າ​ວ ​ໄດ້​ຍື່ນ​ຄຳ​ຮ້ອງ​ຂໍ​ອຸທອນຢູ່​ສານ​ ​ໄກ່​ເກ່ຍ​ຂໍ້ຂັດ​ແຍ້​ງທາງ​ກິລາ ​ໂດຍ​ທີ່​ມີ​ຄໍາ​
ອຸທອນ​ຊຸດທຳ​ອິດຈະເລີ້​ມຂຶ້ນ​ໃນ​ເດືອນ​ມັງກອນນີ້.

ພວກ​ນັກ​ສືບສວນ​ກ່າວ​ວ່າ ຫລັກ​ຖານ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ຣັດ​ເຊຍໄດ້ພົວພັນ​ໃນ​ການ​
ຂີ້ຕົວະໃນການດັດ​ແປງ​ການກວດໂຕ​ຢ່າງຢາ​ເສບ​ຕິດ ​ແລະ​ການວາງ​ແຜນ​ເຮັດ
​ແນວ​ນັ້ນມີທັງ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ລັດຖະບານມີ​ສ່ວນ​ຮ່ວມ​ນໍາ. ຣັດ​ເຊ​ຍ
​ໄດ້​ປະຕິ​ເສດ​ຊໍ້າ​ແລ້ວ​ຊໍ້າ​ອີກ​ວ່າ​ຕົນ​ບໍ່​ໄດ້​ນຳພາ​ປະຕິບັດ​ການ​ໃຊ້​ຢາ​ເສບ​ຕິດ​ດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ