ສື່ເຢຍລະມັນ ລາຍງານວ່າ ຜູ້ຊ່ວຍນັກບິນ ຂອງເຮືອບິນ ລຳທີ່ຕົກ ອາດໄດ້ມີບັນຫາ ນຳສາຍຕາ

ພວກພະນັກງານຊ່ອຍກູ້ໄພຝຣັ່ງ ກວດເບິ່ງຊາກຫັກພັງຂອງ ເຮືອບິນ Airbus A320 ໃນບ່ອນເຮືອບິນຕົກ ເທິງພູ Alps ຂອງຝຣັ່ງ, ວັນທີ 29 ມີນາ 2015.

ໜັງສືພິມ​ສະບັບ​ໜຶ່ງ​ຂອງ​ເຢຍຣະມັນ ກ່າວໃນ​ວັນ​ອາທິດ​ມື້ວານ
​ນີ້ວ່າ ຜູ້​ຊ່ວຍນັກ​ບິນ​ຂອງ​ສາຍ​ການບິນ Germanwings ທີ່​ຖື​ກ
ກ່າວ​ຫາ​ວ່າ​ ຂັບເຮືອບິນຂອງ​ລາວ ເຂົ້າ​ຕຳ​ພູ​ເຂົາ Alps ຂອງຝຣັ່ງ
ໂດຍ​ເຈດ​ຕະນາ ນັ້ນ ອາດ​ໄດ້​ມີ​ບັນຫາ​ນຳ​ສາຍຕາ ນອກຈາກ​ໄດ້
​ຮັບ​ການ​ປິ່ນປົວ​ຈາກ​ນັກຈິດຕະວິທະຍາ​ແລ້ວ.

ໜັງສືພິມ Bild am Sonntag ລາຍ​ງານ​ວ່າ ພວກ​ນັກ​ສືບສວນ​
ໄດ້​ພົບ​ເຫັນ​ຫຼັກ​ຖານ ທີ່ສະ​ແດງ​ວ່າ ທ້າວ Andreas Lubitz ຜູ້
ຊ່ວຍນັກ​ບິນ ​ໄວ 27 ປີ ມີ​ຄວາມຢ້ານ​ກົວ​ວ່າ ຈະເສຍ​ສາຍຕາ
​ເນື່ອງ​ຈາກ​ເຍື່ອຫຸ້ມ​ໜ່ວຍ​ຕາຂອງ​ລາວ​ເບື້ອງ​ນຶ່ງ​ ຂາດ.

ບັນດາໄອ​ຍະ​ການ ກ່າວ​ວ່າ ການ​ຊອກ​ຄົ້ນໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ​
ໃນ​ເຮືອນ​ຂອງ​ທ້າວ Lubitz ໄດ້​ພົບ​ເຫັນ​ເອກະສານ​ຕ່າງໆ ທີ່​ສະ​ແດງ​ໃຫ້​ເຫັນ “ອາການ
ເຈັບ​ປ່ວຍ ທີ່ຜູ້ກ່ຽວມີ​ຢູ່​ໃນ​ປັດຈຸບັນ​ ແລະ​ການ​ປິ່ນປົວ​ດ້ານ​ການ​ແພດ​ທີ່​ເໝາະ​ສົມ.”
ຕຳຫຼວດຍັງ​ໄດ້​ພົບ​ເຫັນ​ຫຼັກ​ຖານທີ່​ວ່າ ຜູ້ກ່ຽວ​ໄດ້​ຮັບ​ການ​ປິ່ນປົວ ບັນຫາທາງ​ດ້ານ​ຈິດຕະ
ວິທະຍາ​ເຊັ່ນ​ກັນ.

ໜັງສືພິມ​ສະ​ບັບນີ້ ຍັງ​ລາຍ​ງານໃຫ້​ຊາບ​ອີກ​ວ່າ ​ແຟນຂອງ​ທ້າວLubitz ທີ່​ໄດ້​ອາ​ໄສ​ຢູ່​ກັບ​
ລາວ​ນັ້ນ​ ຖືພາ​ມານ.

ບັນດາ​ເຈົ້າ​ໜ້າ​ທີ່​ຝຣັ່ງ ກ່າວ​ວ່າ ​ເຄື່ອງ​ບັນທຶກ​ສຽງການບິນ ສະ​ແດງ​ໃຫ້​ເຫັນ​ວ່າ ທ້າວ Lubitz ​ໄດ້​ລ໊ອກ​ປະຕູ ​ບໍ່​ໃຫ້​ນັກ​ບິນກັບ​ຄືນ​ເຂົ້າ​ໄປ​ໃນ​ຫ້ອງນັກບິນ ກ່ອນ​ເຮືອບິນ​ໄອ​ພົ່ນ​ລຳນັ້ນ ຕົກລົງ​ໃນ​ວັນ​ອັງຄານ​ຜ່ານ​ມາ ​ໂດຍ​ໄດ້​ສັງຫານ​ພວກ​ຄົນ​ໂດຍສານ​ແລະ​ຈຸ​ບິນ​ທັງ​ໝົດ 150 ຄົນໃນ​ເຮືອບິນ.

Your browser doesn’t support HTML5

France Crash