ບັນດານັກສືບສວນ ເພີ້ມທະວີ ການຊອກຫາ ຫີບດຳຂອງ ເຮືອບິນ AirAsia

ລູກເຮືອຂອງ Crest Onyx ຕຽມພ້ອມຊິ້ນສ່ວນຕ່າງໆ ຂອງເຮືອບິນໂດຍສານ ສາຍການບິນ AirAsia ຖ້ຽວບິນ 8501 ເພື່ອນຳອອກຈາກເຮືອ ຢູ່ທ່າເຮືອ Kumai ທີ່ Pangkalan Bun, ວັນທີ 11 ທັນວາ 2015.

ມື້​ນຶ່ງຫຼັງຈາກ​ພວກ​ນັກຄົ້ນຫາ ໄດ້​ຍົກເອົາສ່ວນຫາງຂອງ​ເຮືອ​ບິນ
​ໂດຍສານ ສາຍ​ການບິນ AirAsia ທີ່​ຕົກລົງ​ຢູ່​ທະ​ເລ​ຈາວ​າ ຂຶ້ນມາ​
ໄດ້​ແລ້ວ ​ ​ພວກ​ນັກຄົ້ນຫາ ໄດ້ຍິນສຽງ​ສັນຍານເພີ້​ມຂຶ້ນ ໃນ​ວັນ​
ອາທິດ​ມື້​ນີ້ ຈາກເຄື່ອງ​ບັນທຶກສຽງ ແລະ​ຂໍ້​ມູນ​ເຮືອບິນ ທີ່​ຍັງ​ຫາຍ​
ສາບ​ສູນ​ຢູ່ນັ້ນ.

ທ່ານ Muhammad Ilyas ຫົວໜ້າ​ໜ່ວຍ​ສຳ​ຫລວດທາງເທັກໂນ
ໂລຈີ ກ່ຽວກັບພື້ນ​ທະ​ເລ ຂອງ​ອົງການ​ເທັກ​ໂນ​ໂລ​ຈີ​ອິນ​ໂດ​ເນ​ເຊຍ
​ເວົ້າວ່າ “ພວກ​ເຮົາ​ຈັບໄດ້ສັນຍານ​ ຢູ່​ສະຖາ​ທີ່​ແຫ່ງ​ນຶ່ງ ບ່ອນ​
ທີ່​ພວກ​ເຮົາ​ເ​ຊື່​ອວ່າ ມັນ​ແມ່ນ​ສັນຍານ​ມາ​ຈາກ​ຫີບ​ດຳ. ພວກ​
ເຮົາ ​ໄດ້​ກວດ​ເບິ່ງ​ສະຖານ​ທີ່​ດັ່ງກ່າວ 2 ຄັ້ງ​ແລ້ວ ​ໂດຍ​ໃຊ້​
ເຄື່ອງ​ບອກ​ສະຖານ​ທີ່​ ຂອງ​ສຽງ​ສັນຍານ ທີ່​ພວກ​ເຮົາ​ມີ​ຢູ່​ເທິງ​ເຮືອ Baruna Jaya. ​ໃນ​ຂັ້ນຕົ້ນ ພວກ​ເຮົາ​ຢາກ​ຢ່ອນລົງ ​ເຄື່ອງສຳຫຼວດ​ໃຕ້​ນ້ຳ ຫຼື ROV ​ແຕ່​ວ່າ​ບໍ່​ໄດ້​ຮັບ​ອະນຸຍາດ ​ຈາກ​ອົງການ​ຄົ້ນຫາ​ ແລະ​ກູ້​ໄພ ​ຍ້ອນຢ້ານ​ກົວວ່າ ມັນຈະ​ສ້າງ​ຄວາມ​ເສຍ​ຫາຍ​ ໃນ​ບໍລິ​ເວນ​ດັ່ງກ່າວ ສະນັ້ນຄະນະຄົ້ນຫາ ຈຶ່ງຕັດສິນ​ໃຈ​ ສົ່ງ​ບັນດາ​ນັກ​ດຳນ້ຳ ລົງ​ໄປ​ຊອກ​ຫາຫີບ​ດຳ.”

ສ່ວນ​ຫາງ​ຂອງເຮືອບິນ​ໄດ້ຖືກ​ນຳ​ຂຶ້ນມາສູ່​ໜ້ານ້ຳທະ​ເລ​ໃນ​ວັນເສົາ​ວານ​ນີ້ ​ໂດຍ​ນຳ​ໃຊ້
ອຸປະກອນຕ່າງໆ ​ທີ່​ເຮັດ​ໃຫ້​ຟູ​ຂຶ້ນມາ​ໄດ້ ​ແຕ່​ບັນດານັກສືບສວນ​ສອບ​ສວນ ບໍ່​ສາມາດ​
ກວດພົບ​ເຫັນຫີບ​ດຳ​ຢູ່​ໃນ​ຫາງ​ເລີຍ. ການ​ເກັບກູ້ຫີບດຳຂຶ້ນ​ມາໄດ້ນັ້ນ ​ແມ່ນ​ມີ​ຄວາມ
ສຳຄັນ ​ເພື່ອ​ຮຽນ​ຮູ້​ໄດ້​ເຖິງ​ສາ​ເຫດ​ ຂ​ອງອຸບັດ​ເຫດ​ຍົນ​ຕົກ​ ໃນ​ວັນ​ທີ 28 ທັນ​ວາ ທີ່​ເຮັດ​
ໃຫ້​ຜູ້​ໂດຍສານ​ ພ້ອມ​ດ້ວຍ​ພະນັກງານ​ການບິນ​ທັງ​ໝົດ 162 ຄົນຢູ່​ໃນເຮືອ​ບິນ ​ເສຍຊີວິດ.

ບັນດານັກຄົ້ນຫາ ​ຈັບ​ໄດ້​ສຽງ​ສັນຍານຈາກ​ຫີບດຳ​ຂອງ​ຖ້ຽວ​ບິນ 8501​ຄັ້ງທຳ​ອິດ ​ເມື່ອ
​ວັນ​ສຸກ​ຜ່ານ​ມາ ​ແຕ່​ບັນດາ​ເຈົ້າໜ້າ​ທີ່​ກ່າວ​ວ່າ ຫີບ​ດຳນັ້ນ ປາກົດ​ວ່າ ​ໄດ້​ແຍກ​ອອກ​ຈາກ
ສ່ວນ​ຫາງຂອງ​ເຮືອບິນ.

Your browser doesn’t support HTML5

INDONESIA PLANE VIDEO