ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ ຂອງວີໂອເອ ປະຈຳແລງ
ວັນພະຫັດມື້ນີ້ ເຮົາຈະນຳເອົາການສຳພາດກັບ ພະອາຈານສົມສັກ ອິນທະວີໄລ ຈາກ
ວັດລາວ ຣັດຕະນະຣັງສີຍາຣາມ (ແກ້ວສະຫວ່າງ) ທີ່ເມືອງໂປຊາດາສ ແຂວງມີໂຊ
ເນສ ປະເທດອາເຈັນຕີນາ ມາສະເໜີທ່ານ. ປີນີ້ແມ່ນຄົບຮອບ 39 ປີ ຂອງການຕັ້ງຖິ່ນ
ຖານປະຊາຄົມລາວ ຢູ່ໃນປະເທດດັ່ງກ່າວ ເພາະສະນັ້ນ ພະອາຈານສົມສັກ ແລະອອກ
ຕົນຍາດໂຍມ ໄດ້ຖືໂອກາດການສະຫຼອງບຸນວັນແຫ່ງຄວາມຮັກ ຫຼື “Valentine Day”
ໂດຍໄດ້ເຊື້ອເຊີນພວກ ຊາວບ້ານໃກ້ເຮືອນຄຽງມາຮ່ວມສະຫຼອງ. ຊີວິດການເປັນຢູ່
ຂອງສັງຄົມລາວໃນປະເທດອາເຈັນຕີນາ ເປັນມາຢາງໃດນັ້ນ ກິ່ງສະຫວັນ ຈະນຳມາ
ສະເໜີທ່ານໃນອັນດັບຕໍ່ໄປ.
ພະອາຈານສົມສັກ ອິນທະວິໄລ.
Your browser doesn’t support HTML5
ເຊີນຟັງການສຳພາດ ພະອາຈານສົມສັກ ອິນທະວີໄລ ທີປະເທດອາເຈັນຕີນາ.
ວັດວາອາຮາມ ແມ່ນບ່ອນປະກອບ ພິທີທາງສາສະໜາ ສະຖາບັນການສຶກສາໂດຍສະ
ເພາະຢ່າງຍິ່ງເປັນສູນກາງເຕົ້າໂຮມທີ່ສຳຄັນຂອງສັງຄົມລາວ ບໍ່ວ່າແຕ່ຢູ່ໃນປະເທດ
ລາວ ແລະນອກປະເທດກໍເຊັ່ນກັນ. ກ່າວໂດຍສະເພາະ ຢູ່ໃນປະເທດອາເຈັນຕີນາ ບ່ອນ
ທີ່ຄົນເຊື້ອສາຍລາວ ໄດ້ພາກັນໄປຕັ້ງຖິ່ນຖານຊີວີດໃໝ່ ມາເປັນເວລາ 39 ປີທີ່ຜ່ານມາ.
ການສະຫຼອງບຸນປະຈຳປີຂອງຊາວລາວໃນປະເທດອາເຈັນຕິນາ ໃນວັນເສົາທີ 16 ແລະ
ວັນອາທິດ ທີ 17 ກຸມພາ ຜ່ານມານີ້ ຊຶ່ງກົງກັບໂອກາດບຸນແຫ່ງຄວາມຮັກ ຫຼື “Valentine
Day” ໂດຍການນຳພາຂອງພະອາຈານສົມສັກ ອິນທະວິໄລ ແລະອອກຕົນຍາດໂຍມ
ໄດ້ເຊື້ອເຊີນບັນ ດາເພື່ອນບ້ານໃກ້ຄຽງຊາວອາເຈັນຈີນາມາຮ່ວມເພື່ອສັງເກດເບິ່ງຮີດ
ຄອງປະເພນີລາວ ແລະສ້າງຄວາມສຳພັນ ດັ່ງທີ່ ພະອາຈານສົມສັກ ໄດ້ກ່າວຕໍ່ ວີໂອເອ
ຟັງດັ່ງນີ້:
ພະພຸດທະຮູບໃຫຍ່ ທີ່ກຳລັງສ້າງ.
Your browser doesn’t support HTML5
ເຊີນຟັງການສຳພາດ ພະອາຈານສົມສັກ ອິນທະວິໄລ
ໃນຊຸມປີ 1980 ວັດຣັດຕະນະຣັງສີຍາຣາມ ເປັນບ່ອນພັກເຊົາຊົ່ວຄາວຂອງອົບພະຍົບ
ລາວທີ່ເດີນທາງມາຮອດໃໝ່ ຫຼັງຈາກນັ້ນຕໍ່ມາ ສະຖານທີ່ແຫ່ງນີ້ໄດ້ກາຍມາເປັນວັດວາ
ຂອງປະຊາຄົມລາວ ດັ່ງທີ່ພະອາຈານສົມສັກ ໄດ້ກ່າວຕໍ່ໄປອີກ ວ່າ:
ບັນດາອອກຕົນຍາດໂຍມ
Your browser doesn’t support HTML5
ເຊີນຟັງການສຳພາດ ພະອາຈານສົມສັກ ອິນທະວິໄລ
ການດຳລົງຊີວິດຂອງຄົນເຊື້ອສາຍລາວຢູ່ນອກປະເທດ ຕ້ອງໄດ້ປັບໂຕໃຫ້ເຂົ້າກັບສິ່ງ
ແວດລ້ອມຫຼາຍໆຢ່າງໄປຕາມສະພາບເສດຖະກິດ ແລະສັງຄົມປະເພນີ. ສິ່ງທີ່ໜ້າສົນ
ໃຈຢ່າງນຶ່ງນັ້ນກໍຄື ປະເພີນີການຕາຍ ດັ່ງທີ່ພະອາຈານສົມສັກໄດ້ກ່າວສູ່ຟັງດັ່ງນີ້
Your browser doesn’t support HTML5
ເຊີນຟັງການສຳພາດ ພະອາຈານສົມສັກ ອິນທະວິໄລ
ບັນດາຄົນເຊື້ອສາຍລາວບໍ່ວ່າຈະອາໄສຢູ່ແຫ່ງໃດກໍຕາມ ເຮົາຈະສັງເກດເຫັນວ່າມີ
ການປູກຝັງ ແລະຫາປູຫາປາຢູ່ສະເໝີ ດັ່ງພະອາຈານສົມສັກ ໄດ້ກ່າວມ້ວນທ້າຍຕໍ່
ວີໂອເອ ຟັງດັ່ງນີ້:
Your browser doesn’t support HTML5
ເຊີນຟັງການສຳພາດ ພະອາຈານສົມສັກ ອິນທະວິໄລ
ພະອາຈານສົມສັກ ອິນທະວິໄລ ໄດ້ເຂົ້າບວດມາແຕ່ອາຍຸ 9 ປີ ປັດຈຸບັນນີ້ ໄດ້ 24 ປີ
ແລ້ວ ເປັນລູກບ້ານຕານສຸມ ເມືອງວາປີ ແຂວງສາລະວັນ. ໃນປີ 2016 ອອກຕົນຍາດ
ໂຍມໄດ້ນິມົນພະອາຈານສົມສັກ ມາເປັນຜູ້ນຳພາທາງສາສໜາຢູ່ທີ່ວັດລາວ ຣັດຕະນະ
ຣັງສີຍາຣາມ ທີ່ເມືອງ ໂປຊາດາສ ແຂວງມີໂຊເນສ ປະເທດອາເຈັນຈີນາ ຈົນເຖິງເທົ້າ
ປັດຈຸບັນ.