ມີຢ່າງໜ້ອຍ 5 ຄົນໄດ້ຮັບບາດເຈັບຢູ່ນະຄອນຫຼວງກີຢິບ ໃນຕອນເຊົ້າວັນຈັນມື້ນີ້ ເມື່ອຣັດເຊຍ ເລີ້ມຕົ້ນການຍິງໂຈມຕີຂະໜາດໃຫຍ່ໃສ່ນະຄອນຫຼວງຂອງປະເທດຢູເຄຣນ.
ເຈົ້າຄອງນະຄອນຫຼວງກີຢິບ ທ່ານວິຕາລີ ຄລິຕສະໂຄ (Vitali Klitschko) ກ່າວຢູ່ໃນແອັບຂໍ້ຄວາມ Telegram ວ່າ ສາມຄົນໄດ້ຮັບບາດເຈັບຈາກການລະເບີດຢູ່ໃນຂົງເຂດ ໂຊໂລມີອານສກີ (Solomyanskyi) ແລະອີກສອງຄົນໄດ້ຮັບບາດເຈັບຢູ່ໃນຂົງເຂດ ສເວຍໂຕຊິນ (Sviatoshyn) ຂອງກີຢິບ, ເຊິ່ງທັງສອງຂົງເຂດດັ່ງກ່າວ ແມ່ນຕັ້ງຢູ່ສູນກາງທາງທິດຕາເວັນຕົກຂອງນະຄອນ ຫຼວງ.
ທ່ານຄລິຕສະໂຄ ຍັງໄດ້ກ່າວອີກວ່າ ຊາກຫັກເພຂອງເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ນັ້ນ ໄດ້ຕົກລົງໃສ່ອາຄານສອງຊັ້ນທີ່ຕັ້ງຢູ່ໃນພູມິພາກສເວຍໂຕຊິນ ອີກດ້ວຍ.
ປະຊາຊົນຢູ່ໃນທ້ອງຖິ່ນ ກວດກາເບິ່ງຊິ້ນສ່ວນຂອງໂດຣນສັງຫານ, ເຊິ່ງເຈົ້າໜ້າທີ່ຢູ່ໃນທ້ອງຖິ່ນພິຈາລະນາວ່າ ເປັນເຮືອບິນບໍ່ມີຄົນຂັບ ທີ່ຜະລິດຂຶ້ນມາໂດຍອີຣ່ານ (UAVs) ລຸ້ນ Shahed-131/136, ມັນໄດ້ຖືກຍິງຕົກ ໃນລະຫວ່າງການໂຈມຕີຂອງ ຣັດເຊຍ ໃນຊ່ວງຕອນເດິກ, ໃນນະຄອນຫຼວງກີຢິບ, ຢູເຄຣນ, ວັນທີ 8 ພຶດສະພາ 2023.
ລັດຖະບານທ້ອງຖິ່ນຂອງເມືອງກ່າວວ່າ ເສດຊາກດັ່ງກ່າວນັ້ນ ຍັງໄດ້ຕົກລົງມາໃສ່ລົດທີ່ຈອດຢູ່, ເຊິ່ງມັນໄດ້ເຮັດໃຫ້ໄຟໄໝ້ລົດຄັນດັ່ງກ່າວ.
ລູກສອນໄຟຂອງຣັດເຊຍ ຍັງສົ່ງຜົນເຮັດໃຫ້ສາງເກັບອາຫານຢູ່ບໍລິເວນເມືອງໂອເດສຊາ (Odesa) ໃນຂົງເຂດທະເລດໍາ ເກີດໄຟໄໝ້, ແລະມີລາຍງານການລະເບີດຢູ່ຫຼາຍຂົງເຂດ ໃນພູມິພາກອື່ນໆຂອງປະເທດຢູເຄຣນ, ອີງຕາມລາຍງານຂອງອົງການຂ່າວ Reuters.
ການໂຈມຕີຂະໜາດໃຫຍ່ນີ້ ມີຂຶ້ນໃນຂະນະທີ່ມົສກູ ພວມກະກຽມການສວນສະໜາມໃນວັນໄຊຊະນະຂອງຕົນ ເຊິ່ງກໍາລັງຈະມີຂຶ້ນ ໃນວັນອັງຄານມື້ອື່ນນີ້.
ມີລາຍງານວ່າ ມົສກູຕ້ອງການທີ່ຈະຢຶດເອົາເມືອງບາກມຸດທ໌ ເພື່ອໃຫ້ກົງກັບວັນ ໄຊຊະນະຂອງປະເທດທີ່ກໍາລັງຈະມາເຖິງ, ເຊິ່ງເປັນວັນຄົບຮອບແຫ່ງໄຊຊະນະຂອງສະຫະພາບໂຊຫວຽດຕໍ່ພວກນາຊີເຢຍຣະມັນໃນຊ່ວງສົງຄາມໂລກຄັ້ງທີ 2.