ປັດຈຸບັນ, ເຄື່ອງດື່ມທີ່ມີ alcohol ຫຼື ເຫຼົ້າ ແມ່ນມີຫຼາຍປະເພດໃຫ້ຜູ້ຄົນໄດ້ເລືອກຊື້ ເພື່ອລິ້ມລອງລົດຊາດທີ່ແປກໃໝ່ ແລະຫຼາກຫຼາຍ ໂດຍສະເພາະຢູ່ໃນຕະຫຼາດຂອງສະຫະລັດ ທີ່ມີປະຊາກອນຫຼວງຫຼາຍ, ແຕ່ການຜະລິດເຄື່ອງດື່ມເຫຼົ້າໂວດກ້າ ຫຼື ເຫຼົ້າຂາວ ທີ່ມີເອກະລັກສະເພາະ ເພື່ອແຂ່ງຂັນກັບຜູ້ຈໍາໜ່າຍຄົນອື່ນໆ ກໍເປັນສິ່ງທ້າທາຍສໍາລັບຜູ້ຜະລິດເຊັ່ນກັນ.
Your browser doesn’t support HTML5
ສະຫະລັດ ເປັນປະເທດທີ່ມີປະຊາກອນເປັນຈໍານວນຫຼາຍ, ດັ່ງນັ້ນ ການບໍລິໂພກເຄື່ອງດື່ມແລະອາຫານການກິນຕ່າງໆກໍມີຫຼາຍເຊັ່ນກັນ ເຊັ່ນ: ການບໍລິໂພກເຫຼົ້າ ກໍແມ່ນນຶ່ງໃນສິນຄ້າທີ່ຜູ້ຜະລິດຫຼາຍຄົນເຫັນຊ່ອງທາງສໍາລັບຕະຫຼາດ ເພາະໃນແຕ່ລະປີພົບວ່າ ສະຖິຕິຂອງຜູ້ບໍລິໂພກໃນສະຫະລັດ ເພີ້ມຂຶ້ນຈາກ 71,335 ພັນລິດໃນປີ 2013 ມາເປັນ 80,562 ພັນລິດ ໃນປີ 2022. ຍານາງ ເຄວີ, ເຈົ້າຂອງໂຮງງານເຫຼົ້າໂວດກ້າ ZINI ທີ່ຕັ້ງຢູ່ເມືອງນໍຕັນ ຊວຣສ໌ (Norton Shores), ລັດມິຊິແກນ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນເມສາ ປີ 2022 ກ່າວໃຫ້ຟັງເຖິງຈຸດເລີ້ມຕົ້ນ ແລະແຮງບັນດານໃຈຂອງນາງ ໃນການເປີດໂຮງງານເຫຼົ້າໂວດກ້າ ZINI ວ່າ:
“ຂ້ອຍສັງເກດເຫັນໄດ້ວ່າ ມັນຈໍາເປັນຕ້ອງມີໃນຕະຫຼາດ ເພື່ອນໍາສະເໜີເອເຊຍຕາເວັນອອກສຽງໃຈເຂົ້າໃນອຸດສາຫະກໍາເຄື່ອງດື່ມ alcohol ແລະເນື່ອງຈາກວ່າຂ້ອຍ ຢູ່ໃນພາກສ່ວນຂາຍຍ່ອຍຢູ່ບ່ອນທີ່ຂ້ອຍເຮັດວຽກ ຂ້ອຍຈຶ່ງເລີ້ມຮຽນ ແລະພະຍາຍາມເຂົ້າໃຈວ່າຂ້ອຍຈະມີອັນໃດນໍາເຂົ້າມາໃນຕະຫຼາດ ແລະສັງເກດເຫັນວ່າ ບໍ່ມີຊາວເຊເຊຍມີເຄື່ອງດື່ມ ຫຼືເຄື່ອງດື່ມທີ່ມີສ່ວນປະກອບຂອງ alcohol ຢູ່ໃນສະຫະລັດ, ຄວາມຈິງແລ້ວ ມີຜະລິດຕະພັນແບຣນເນມຊື່ວ່າສກູປາ ທີ່ສ້າງຂຶ້ນໂດຍຜູ້ຊາຍຊາວກໍາປູເຈຍຄົນນຶ່ງຈາກພາກໃຕ້ຂອງລັດຄາລິຟໍເນຍ ແລະລາວກໍໄດ້ຂາຍສິນຄ້າຂອງລາວດ້ວຍການສ້າງລາຍໄດ້ມະຫາສານ ແລະລາວກໍປະສົບຄວາມສໍາເລັດຫຼາຍ, ດັ່ງນັ້ນ ຂ້ອຍກໍເລີຍຄິດວ່າ ຂ້ອຍຕ້ອງການເປັນແມ່ຍິງອາເມຣິກັນເຊື້ອສາຍລາວຜູ້ທໍາອິດ ທີ່ຢາກນໍາລົດຊາດຂອງເອເຊຍຕາເວັນອອກສຽງໃຕ້ແທ້ໆເຂົ້າມາ ເຊັ່ນວ່າ: ລົດໝາກລິ້ນຈີ່, ລົດໝາກແກ້ງມັງກອນ ແລະລົດໝາກໜອດ ເຂົ້າສູ່ຕະຫຼາດທີ່ພວກເຮົາຍັງບໍ່ມີເລີຍໃນປັດຈຸບັນນີ້ ແລະນັ້ນຄືເຫດຜົນວ່າເປັນຫຍັງຂ້ອຍຈຶ່ງຢາກສ້າງມັນຂຶ້ນມາ ເນື່ອງຈາກມັນຈໍາເປັນຕ້ອງມີ.”
ການຜະລິດເຄື່ອງດື່ມມຶນເມົາຢູ່ໃນສະຫະລັດ ພວກທ່ານສາມາດເປີດໂຮງງານຜະລິດໄດ້ດ້ວຍຕົນເອງ ຖ້າທ່ານມີຄວາມພ້ອມຕາມເງື່ອນໄຂຂອງການຜະລິດເຄື່ອງດື່ມມຶນເມົາເຊັ່ນ: ມາດຕະຖານຂອງການຜະລິດຂອງທ່ານ, ການຈໍາໜ່າຍ ແລະຜູ້ຮອງຮັບການຈໍາໜ່າຍແກ່ຜູ້ບໍລິໂພກ, ດັ່ງທີ່ຍານາງ ເຄວີ ໄດ້ເລົ່າໃຫ້ຟັງເຖິງຂັ້ນຕອນໃນການດໍາເນີນທຸລະກິດຂອງນາງຢູ່ໃນລັດມິຊິແກນ ໃຫ້ຟັງວ່າ:
“ມັນມີທັງໝົດສາມລະບົບເຊື່ອມໂຍງກັນ, ຂັ້ນທໍາອິດນິ ແມ່ນເຈົ້າເປັນເຈົ້າຂອງ, ຂັ້ນທີສອງນີ້ ເຄວີ ຕ້ອງໄປຊອກຫາຜູ້ຈັດຈໍາໜ່າຍ ຜູ້ທີ່ຈະຊື້ຜະລິດຕະພັນຂອງຂ້ອຍ ເປັນໂຕແທນຈໍາໜ່າຍສິນຄ້າຂອງຂ້ອຍ ເພື່ອຂາຍໃຫ້ລະບົບທີສາມ ນັ້ນແມ່ນຜູ້ຂາຍຍ່ອຍເຊັ່ນ: ຮ້ານຂາຍເຫຼົ້າ, ຮ້ານຄ້າທົ່ວໄປ, ເຊິ່ງເອື້ອຍສາມາດໄປວໍຊິງຕັນດີຊີ ໄປບາ ໄປຮ້ານອາຫານ ໄປຮ້ານຂາຍເຫຼົ້າ ແລະຂາຍ ແລະໂຄສະນາຂາຍກັບເຂົາເຈົ້າວ່າ ຂ້ອຍຊື່ ເຄວີ ຂ້ອຍມີຄວາມປະສົງຢາກໃຫ້ທ່ານມີ ZINI ແລະນໍາເຂົ້າຂາຍຢູ່ຮ້ານອາຫານຂອງທ່ານ, ຖ້າພກວເຂົ້າເວົ້າວ່າ ‘ຕົກລົງ’ ໝາຍຄວາມວ່າຂ້ອຍສາມາດດໍາເນີນທຸລະກິດກັບພວກເຂົາໂດຍກົງໄດ້ເລີຍ, 17 ລັດໃນສະຫະລັດ ອະນຸຍາດໃຫ້ທ່ານເຮັດດັ່ງກ່າວ ເຊິ່ງມີລັດຄາລິຟໍເນຍ, ນິວຢອກ, ວໍຊິງຕັນດີຊີ, ຟລໍຣິດາ...ເຊິ່ງເປັນລັດທີ່ບໍ່ມີຂໍ້ຈໍາກັດ ແລະທ່ານສາມາດດໍາເນີນການຄ້າຂາຍໂດຍກົງ. ແຕ່ໃນຈໍານວນ 33 ທີ່ມີຂໍ້ຈໍາກັດ ພວກທ່ານຕ້ອງໄດ້ຜ່ານລະບົບສາມຂັ້ນຕອນທີ່ກ່າວມາຂ້າງເທິງນັ້ນ ເນື່ອງຈາກພວກເຂົາຄວບຄຸມວ່າ ທ່ານສາມາດຂາຍໄດ້ໃນລາຄາເທົ່າໃດຟູ່ໃນລັດຂອງພວກເຂົາເຈົ້າ ແລະຄວບຄຸມລາຄາເຄື່ອງດື່ມໃນລັດຂອງຕົນ, ດັ່ງນັ້ນ ເມື່ອນ້ອງໄປຮ້ານຂາຍເຫຼົ້າ ບາງຄັ້ງນອກຈະເຫັນວ່າ ມັນມີລາຄາສູງກວ່າກັນ 50 ເຊັນ ຫຼື 1 ໂດລາ ເພາະວ່າພວກເຂົາຕ້ອງໄດ້ຈ່າຍພາສີທີ່ສູງກວ່າ ເພື່ອຂາຍສິນຄ້າ, ມັນເປັນທຸລະກິດທີ່ຫຍຸ້ງຍາກຊັບຊ້ອນ ຍ້ອນແນວນັ້ນຈຶ່ງບໍ່ມີຜູ້ໃດເຂົ້າສູ່ທຸລະກິດດ້ານນີ້.”
ແນວໃດກໍຕາມ, ເນື່ອງຈາກກົດໝາຍການປົກຄອງຂອງແຕ່ລະລັດຢູ່ໃນສະຫະລັດແມ່ນແຕກຕ່າງກັນ. ດັ່ງນັ້ນ ຈຶ່ງມີພຽງ 17 ລັດເທົ່ານັ້ນ ທີ່ບໍ່ມີຂໍ້ຈໍາກັດໃນການເປີດໂຮງງານການຜະລິດເຄື່ອງດື່ມມຶນເມົາ ໃນນັ້ນ ລວມທັງລັດມິຊິແກນ ທີ່ຍານາງເປີດໂຮງງານຢູ່, ສ່ວນ 33 ລັດ ແມ່ນຍັງມີຂໍ້ຈໍາກັດຫຼາຍຢ່າງ ນັບຕັ້ງແຕ່ເລື້ອງຂອງລາຍລະອຽດ, ການດໍາເນີນງານ, ການຈັດຈໍາໜ່າຍ ແລະໂຕແທນທີ່ຮອງຮັບໃນການຈໍາໜ່າຍສິນຄ້າຂອງຜູ້ບໍລິໂພກສິນຄ້າຂອງທ່ານ ຈຶ່ງເປັນສິ່ງທີ່ທ້າທາຍຫຼາຍ ໂດຍສະເພາະເລື້ອງຂອງການເຂົ້າເຖິງລູກຄ້າ, ເຊິ່ງຍານາງ ເຄວີ ໄດ້ເລົ່າເຖິງການເຂົ້າເຖິງຕະຫຼາດຂອງຍານາງວ່າ:
“ຕ້ອງມີຜູ້ທີ່ເປັນແຮງຈູງໃຈ, ເຄວີ ຄິດວ່າຕ້ອງໄດ້ຂຽນເບິ່ງວ່າມີຜູ້ທີ່ເປັຮແຮງບັນດານໃຈຢູ່ໃສແດ່ເນາະ, ຄືສະບາຍດີເຟສ ປີນີ້ເຮັດບໍ່ໄດ້ ຄິດວ່າປີໜ້າຊິໄປສະບາຍດີເຟສ ເນື່ອງຈາກວ່າເຂົ້າເຈົ້າເອົາປະມານ 7 ພັນຄົນ ຫາ ສິບພັນຄົນມາງານບຸນເນາະ ແລະກໍມີຄົນຕ່າງຊາດມາງານບຸນເນາະ ມີຄົນລາວ ຄົນຂະເໝນ ຄົນຫວຽດ ຄົນໄທ...ໄປງານ ເຊິ່ງເຂົາເຈົ້າຮູ້ຈັກວ່າ ZINI ເປັນຜູ້ສະໜັບສະໜຸນງານເນາະ, ດັ່ງນັ້ນ ເຄວີ ຄິດວ່າ ເວລາເຮົາໄປສະໜັບສະໜຸນງານບຸນສະບາຍດີເຟສເນາະ ຫຼືບຸນປີໃໝ່ ເຊິ່ງຕ້ອງການແນະນໍາໃຫ້ຜູ້ຄົນໃນລັກສະນະດັ່ງກ່າວນັ້ນ ແຕ່ບໍ່ແມ່ນສະເພາະຢູ່ໃນງານບຸນຂອງຄົນລາວເທົ່ານັ້ນ ຂ້ອຍຕ້ອງການເປັນຜູ້ສະໜັບສະໜຸນທຸກງານໃຫຍ່ໆ ທີ່ມັນເກີດຂຶ້ນເວລາມີຜູ້ຄົນມາລວມໂຕກັນ ເມື່ອພວກເຂົາມາລວມກັນແລ້ວເຮົາເຮັດເປັນໂຕຢ່າງຂຶ້ນມາໃຫ້ເຂົາເຫັນ ເຊິ່ງນັ້ນແມ່ນກົນລະຍຸດອີກທາງນຶ່ງ ເມື່ອມັນມີສິນຄ້າອອກມາ ແລ້ວເຈຈົ້າສ້າງຄວາມຕ້ອງການ ບາດນີ້ເຂົາເຈົ້າຈະຊື້ໄດ້ຢູ່ໃສ? ເຂົາເຈົ້າສາມາດຊື້ໄດ້ໃນຮ້ານຂາຍເຫຼົ້າ ຮ້ານຂາຍຍ່ອຍທົ່ວໄປ...Target, Walmart…ເຈົ້າອາດຈະຄິດຫາຮ້າຍຂາຍຍ່ອຍທີ່ໃຫຍ່ຂຶ້ນທີ່ສາມາດຮັບຂາຍສິນຄ້າໄດ້...ຮ້ານຂາຍຍ່ອຍອີກຮ້ານນຶ່ງທີ່ເອື້ອຍຕ້ອງການເຂົ້າເຖິງ ນັ້ນຄືຕະຫຼາດ Cosco.”
ໂດຍລວມແລ້ວ ຫຼັກການຂອງເຫຼົ້າໂວດກ້າຈະບັນຈຸປະລິມານ Alcohol ຢູ່ 40 ເປີເຊັນ ຫຼືໜ້ອຍກວ່ານັ້ນ ຕາມຄວາມຕ້ອງການຂອງຜູ້ຜະລິດ ແລະສ່ວນປະກອບດິບຂອງເຫຼົ້າໂວດກ້າຈະມີທັງ ສາລີ, ມັນຝຣັ່ງ, ອ້ອຍ, ເຂົ້າເບລ່, ແລະອື່ນໆ. ແນວໃດກໍດີ, ສໍາລັບເຫຼົ້າໂວດກ້າ ZINI ຂອງຍານາງ ເຄວີ ແມ່ນໃຊ້ວັດຖຸດິບຈາກສາລີເປັນຫຼັກ ແລະມີປະລິມານ Alcohol ຢູ່ 35 ເປີເຊັນ.
ເຖິງແມ່ນການເປີດໂຕທຸລະກິດ ຈະມີການຕອບຮັບທີ່ດີ, ແຕ່ຍານາງເຄວີກ່າວວ່າ ທັງຄວາມທ້າທາຍໃນການເຂົ້າຕະຫຼາດທີ່ຍັງມີການຄວບຄຸມໃນບາງລັດ, ທັງການແຂ່ງຂັນທີ່ສູງ, ຈຶ່ງເຮັດໃຫ້ນາງຈະຕ້ອງມີການພັດທະນາສິ່ງໃໝ່ໆອອກມາແບບບໍ່ຢຸດຢັ້ງ ໂດຍສະເພາະເລື້ອງຂອງລົດຊາດ ແລະການເຂົ້າເຖິງກຸ່ມລູກຄ້າໃຫ້ໄດ້ຫຼາຍທີ່ສຸດ.