ສຳພາດ ທ່ານສູນ ພັນພົງສາ ຜູ້ຜະລິດ ພວງມະໄລ ວັນແຫ່ງຄວາມຮັກ

ພວງມະໄລ ວັນແຫ່ງຄວາມຮັກ ຫລື Lei of Valentine's Day ທີ່ຮ້ອຍດ້ວຍ ດອກເຜິ້ງ ແລະດອກຊ້ອນ.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ໃນລາຍການ​ຊີວິດ​ຊາວ​ລາວ ​ວັນ​ພະຫັດ​
ມື້​ນີ້ ​ເຮົາ​ຈະ​ພາ​ໄປ​ຟັງ​ການ​ສຳພາດກັບ ທ່ານ​ສູນ ພັນພົງ​ສາ ​
ເຈົ້າ​ຂອງ​ຮ້ານ​ຂາຍ​ພວງມະ​ໄລ ດອກ​ໄມ້​ສົດ ຢູ່​ທີ່​ນະ​ຄອນ​ໂຮ​
ໂນ​ລູລູ ​ເກາະ​ຮີ​ໂລ ລັດ​ຮາ​ວາຍ. ກ່ອນ​ທີ່​ຈະ​ໄດ້​ມາ​ເປີດ​ທຸລະ​ກິດ
​ເຮັດ​ພວງ​ພວງ​ມະ​ໄລ​ດອກ​ໄມ້​ສົດນັ້ນ ​ໃນ​ເບື້ອງຕົ້ນ ທ່ານ​ສູນ ​
ໄດ້​ພະ​ເນ​ຈອນເຮັດ​ວຽກ​ງານ​ຫລາຍ​ໆຢ່າງ​ຢູ່​ໃນ​ແຜ່​ນດິນ​ໃຫຍ່
ສະຫະລັດ ກ່ອນ​ຕັດສິນໃຈກັບ​ຄືນ​ມາ ສ້າງ​ຄອບຄົວ ​ແລະ​ເປີດ​
ຮ້ານ​ຂາຍ​ພວງ​ມະ​ໄລ ດອກ​ໄມ້ ຢ່າງ​ເປັນຜົນສຳ​ເລັດ ທີ່​ເກາະ
​ຮາ​ວາຍ ຊຶ່ງ ກິ່ງ​ສະຫວັນ ຈະ​ນຳ​ເລື້ອງ​ນີ້​ມາສະ​ເໜີ​ທ່ານ ​ໃນ​
ອັນ​ດັບ​ຕໍ່​ໄປ.

ແຜນທີ່ ບັນດາເກາະຮາວາຍ ທີ່ມະຫາສະມຸດ ປາຊິຟິກ

Your browser doesn’t support HTML5

ຟັງການສຳພາດ ທ່ານສູນ ພັນພົງສາ ເຈົ້າຂອງຮ້ານຂາຍພວງມະໄລ ດອກໄມ້ ທີ່ລັດ ຮາວາຍ

ສະ​ບາຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ວັນ​ເສົາ​ທີ 14 ເດືອນ​ກຸມ​ພາ ຈະ​ມາ​ເຖິງ​ນີ້ ແມ່ນ​ວັນ
Valentine’s Day ຫ​ລື ວັນ​ແຫ່​ງ​ຄວາມ​ຮັກ ທີ່​ປະຊາ​ຄົມ​ໂລກ ຢູ່​ໃນຫລາຍໆ​ປ​ະ​ເທດ​ພາ
ກັນກະກຽມສະຫລອງ​ກັນ​ຢ່າງຄຶກຄື້ນ ດ້ວຍ​ການ​ມອບຂອງຂວັນ ​ແລະ​ມອບ​ດອກ​ໄມ້ ໃຫ້
​ຜູ້​ເປັນ​ທີ່​ຮັກ​ຂອງ​ຕົນ ເພາະ​ສະ​ນັ້ນ ລ​າຍ​ການ​ຊີ​ວິດ​ຊາ​ວ​ລາວ ມື້​ນີ້ຈະ​ນຳ​ສະ​ເໜີ​ທ່ານ ກ່ຽວ​ກັບຊີ​ວິດ​ຄວາມ​ເປັນ​ມາ​ຂອງ ທ່ານ​ສູນ ພັນພົງ​ສາ ເຈົ້າ​ຂອງ​ຮ້ານ​ຂາຍພວງ​ມະ​ໄລດອກ​ໄມ້​ສົດ ທີ່​ນະຄອນ Honolulu ​ເກາະ Oahu ລັດ Hawaii ຊຶ່ງ​ແຕ່​ລະ​ປີ ​ກ່ອນ​ວັນ​ແຫ່ງຄວາມ
ຮັກ ຈະ​ມາ​ເຖິງ ຮ້ານ​ຂາຍດອກ​ໄມ້​ຂອງ​ທ່ານ​ສູນ​ ​ແມ່ນ​ຕ້ອງໄດ້​ກະ​ກຽມ ​ຮ້ອຍພວງໄລ​ດອກ​
ໄມ້ສົດ ຫລາຍໆ​ພັນ​ພວງ ​ເພື່ອ​ສົ່ງອອກຂາຍ​ຕາ​ມຕະ​ຫລາດ ​ຮ້ານຄ້າ ແລະລໍ​ຖ້າກຽ​ມພ້ອມ
​ໃຫ້ບັນດາຜູ້ທີ່​ມີ​ຄວາມ​ຮັກ​ທັງ​ຫລາຍ ຊື້​ໄປ​ມອບ​ໃຫ້​ຄົນ​ຮັກ​ຂອງ​ຕົນ. ແຕ່ກ່ອນ​ອຶ່ນ ເຮົາ​ມາ
ເຂົ້າ​ໃຈ​ເຖິງ​ຊີ​ວິດ ການພະຈົນ​ໄພ ຄວາມ​ສູ້​ທົນ ມາ​ນະ​ອົດທົນ ​ທີ່ໄດ້​ນຳພາ​ ທ່ານ​ສູນ ມາ
​ເປັນ​ນັກ​ທຸ​ລະ​ກິດ​ຂາ​ຍດອກ​ໄມ້ ​ແລະຜະ​ລິດ​ພວງມ​ະ​ໄລ ​ວັນແຫ່ງຄວາມ​ຮັກ ຈົນ​ປະ​ສົບ​
ຜົນ​ສຳ​ເລັດ.

ທ່ານ​ສູນ ພັນພົງ​ສາ ເກີດເ​ມື່ອປີ 1963 ທີ່​ເມືອງ​ແປກ ແຂວງ​ຊຽງ​ຂວ​າ​ງ ​ເປັນ ລູກ​ຊາຍ​ຄົນ​
ທີ 5 ຂອ​ງຄອບ​ຄົວທັງ​ໝົດ 12 ຄົນ. ໃນ​ປີ 1970 ຄອບ​ຄົວ​ໄດ້ອົບ​ພະ​ຍົບ​ຫລົບ​ໄພ​ຈ​າກສົງຄາມ ​ໄປຢູ່ບ້ານດົງ​ໝາກ​ຮຽວ ​ແຂວງວຽງ​ຈັນ ທ່ານ​ສູນ ເລົ່າ​ຊີວິດເບື້ອງ​ຕົ້ນ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້ :

ພວງມະໄລດອກສາມປີ ສີຂາວ ແລະສີແດງ

Your browser doesn’t support HTML5

ຟັງການສຳພາດ ທ່ານສູນ ພັນພົງສາ 1

ຕົກ​ມາ​ເຖິງ​ປີ 1978 ​ພາຍ​ໃຕ້​ຄວາມເຄັ່ງ​ຕືງ​ແຕກຕຶ່ນຢ້ານ​ກົວ​ ​ລະ​ບອບການ​ປົກຄອງໃໝ່
ທ່ານສູນ ຊຶ່ງເວລາ​ນັ້ນ​ອາ​ຍຸ​ 16 ປີ ​ໄດ້ລັກ​ລອຍຂາມນ້ຳ​ຂອງ​ ເຂົ້າໄປ​ຢູ່ ສູນ​ອົບ​ພະ​ຍົບ
ໜອງ​ຄາຍ ປະ​ເທດ​ໄທ ເໝືອ​ນດັ່ງ​ປະ​ຊາ​ກອນ​ລາວ​ຫລາຍ​ແສນ​ຄົນ ແລະ​ໄດ້​ສົມ​ທົບ​ຢູ່​ກັບ
​ພີ່​ນ້ອງ ​ກ່ອນຕິດ​ຕາມ​ເຂົ້າມາ​ຕັ້ງ​ຖິ່ນ​ຖານ​ຢູ່ ນະຄອນ​ Honolulu ລັດ Hawaii ຊຶ່ງ ທ່ານ
​ສູນ ໄດ້​ເລົ່າ​ຊີວິດ​ບັ້ນ​ນີ້ວ່າ :

ພວງດອກຈຳປາ

Your browser doesn’t support HTML5

ຟັງການສຳພາດ ທ່ານສູນ ພັນພົງສາ 2

ໃນ​ຕອນທ່ານສູນ ​ມີ​ອາ​ຍຸ​ໄດ້ 18 ປີນັ້ນ ​ຕາມ​ກົດ​ໝາຍຂອງ ສະ​ຫະ​ລັດ ​ແລ້ວ ແມ່ນ​ເປັນ​ຜູ້ ເຖິງ​ກະ​ສຽນ ​ມີ​ສິ​ດສ່ວນ​ໂຕຂອງ​ຄວາມ​ເ​ປັນ​ຜູ້​ໃຫຍ່ຫລາຍ​ຢ່າງ ແລະ​ຕ້ອງ ໄດ້​ຮີບຮ້ອນຮ​ຽນ ພ​າ​ສາ​ອັງ​ກິດ ເພື່ອປະ​ກອບ​ອາ​ຊີບ. ທ່ານ​ສູນ ​ໄດ້ເລົ່າ​ຕໍ່ໄປວ່າ :

ດອກຂີງ

Your browser doesn’t support HTML5

ຟັງການສຳພາດ ທ່ານສູນ ພັນພົງສາ 3

ຫລັງ​ຈາກ​ໄດ້​ໃຊ້​ຊີ​ວິດເຮັດ​ວຽກ​ຢູ່ນະຄອນ​ Honolulu ເປັນ​ເວ​ລາ​ສາມປີປາຍ ຄວາມໜຸ່ມ​ແໜ້ນ ຄວາມ​ເປັນ​ຊາຍ​ໂສດ ​ໄດ້​ເຮັດ​ໃຫ້ ທ່ານ​ສູນ ຢາກໄປພະ​ຈົນ​ໄພ​ສ່ຽງໂຊກຊາຕາ ຈຶ່ງ​ໄດ້ຂ້າ​ມ​ມະ​ຫາ​ສະ​ມຸດປາ​ຊິ​ຟິກ ມາຊອກ​ເຮັດ​ວຽກກັບ​ໝູ່​ເພື່ອນ ຢູ່ໃນແຜ່ນ​ດິນ​ໃຫຍ່ ອາ​ເມ ຣິກາ ໂດຍບໍ່​ມີ​ຈຸດ​ໝາຍ​ປາຍ​ທາງອັນ​ແນ່ນອນ. ທ່ານ​ສູນ ​ໄດ້ເລີ້ມ​ຈາກ​ທິດ​ຕາ​ເວັນ​ຕົກທີ່ ລັດ California ໄປ​ຫາ​ລັດ Texas ຈົນ​ຮອດ ລັດ Massachusetts ຢູ່​ທາງທິດຕາ​ເວັນ​ອອກ​ສຽງ​ເໜືອຂອງ ສະ​ຫະ​ລັດ. ທ່ານ​ສູ​ນ ໄດ້ເລົ່າເຖິງ​ຊິວິດທີ່​ໜ້າ​ສົນ​ໃຈບັ້ນ​ນີ້ສູ່ ວີ​ໂອ​ເອ ​ຟັງອີກ​ວ່າ :

ພວງມະໄລ ຢູ່ແຄມຫາດຊາຍທະເລ

Your browser doesn’t support HTML5

ຟັງການສຳພາດ ທ່ານສູນ ພັນພົງສາ 4

ຫລັງ​ຈາກ ທ່ານ​ສູນ ໄດ້​ພະ​ຈົນ​ໄພ ຢູ່​ເປັນ​ເວ​ລາ​ຫລາຍ​ປີ ໄດ​້ເຫັ​ນພູ​ມ​ລຳ​ເນົາ ຊີ​ວິດ​ການ​ເປັນ​ຢູ່​ໃນ​ແຜ່ນ​ດິນ​ໃຫຍ່ ທີ່​ມີ​ຄວາມ​ແຕກ​ຕ່າງ​ກັນ​ຈາກ​ແຕ່​ລະ​ບ່ອນ ໃນ​ທີ່​ສຸດ​ກໍ​ໄດ້​ຕັດ​ສິນ​ໃຈກັບ​ຕ່າວ​ຄື​ນ​ໄປ​ຕັ​້ງ​ຊີ​ວິດ ສ້າງ​ຄອບ​ຄົວ ເຮັດ​ທຸ​ລະ​ກິດ​ຢູ່ ນະ​ຄອນ Honolulu ແລະ​ໄດ້​ເລົ່າ​ຊີ​ວິດ​ບັ​້ນ​ສຸດ​ທ້າຍນີ້ວ່າ :

ທ່ານສູູນ ພັນພົງສາ ກັບຄືນມາ ເກາະຮາວາຍ

Your browser doesn’t support HTML5

ຟັງການສຳພາດ ທ່ານສູນ 5

ຮີດຄອງປະ​ເພນີ​ ​ຄວາມ​ໝາຍ​ຂອງການ​ມອບ​ພວງ​ມະ​ໄລ ​ດອກ​ໄມ້​ສົດ ຂອງ​ຊາວ​ເກາະ Hawaii ​ໃຫ້​ແກ່​ກັນນັ້ນ ຄ້າຍຄື​ກັນ​ກັບ ພິທີ​ບາສີສູ່ຂວັນ​ ອັນ​ເປັນປະ​ເພນີ​ລາວ ​ໂດຍ​ສະ​ເພາະ ຢູ່​ເວລາ​ສຳຄັນ​ຂອງ​ຊີວິດ ​ເຊັນ​ວ່າ ​ເກີດ​ລູກ​ໃໝ່ ​ຫາຍ​ຈາກ​ການ​ເ​ຈັບ​ປ່ວຍ ແຕ່ງດອງ ​ເລື່ອນ​ຊັ້ນ ​ເດີນທາງ ​ແລະ​ຕ້ອນຮັບ​ແຂກ ​ແລະ​ຢູ່​ໃນໂອ​ກາດ​ອັນ​ສຳ​ຄັນ​ອຶ່ນໆ ຊຶ່ງ ທ່ານ​ສູນ ​ໄດ້​ອະທິບາຍສູ່​ຟັງດັ່ງ​ນີ້ :

ປະເພນີ ການມອບພວງມະໄລ ຂອງຊາວເກາະຮາວາຍ

Your browser doesn’t support HTML5

ຟັງການສຳພາດ ທ່ານສູນ ພັນພົງສາ 6

Valentine’s Day ຫລື “ວັນ​ແຫ່ງຄວາມ​ຮັກ” ​ແມ່ນ​ສະຫລອງ​ກັນ​ຢູ່​ໃນ​ທົ່ວ​ໂລກ ​ບໍ່​ສະ​ເພາະ
​ແຕ່​ໃນລະຫວ່າງ​ໜຸ່ມ​ສາວ ຄູ່​ຮັກ ຫລື​ສາມີ​ພັນ​ລະ​ຍາ​ເທົ່າ​ນັ້ນ ​ແລະ​ຍັງ​ເປັນ​ປະ​ເພນີ​ນຶ່ງ​ທີ່
ເດັກນ້ອຍ​ໂຮງຮຽນປະຖົມ​ເຂົາ​ປະ​ຕິບັດ​ກັນ ດ້ວຍ​ການ​ສົ່ງບັດ ວາເລນ​ທາຍ ​ໃຫ້​ນາຍຄູ ໝູ່ຄູ່
​ໃນ​ຫ້ອງ ​ແລະ​ພໍ່​ແມ່​ພີ່ນ້ອງ. ​ໃນ​ບັດ​ກໍ​ຈະ​ມີ​ຂໍ້ຄວາມ​ສະ​ແດງເຖິງຄວາມ​ຮັກຫອມ ທຳນອງວ່າ
“You are my Valentine ຫລື ​ເຈົ້າ​ເປັນ​ສຸດ​ທີ່​ຮັກ​ຂອງ​ຂ້ອຍ” ຫລືຖາມ​ວ່າ “Will you be
my Valentine? ​ແປ​ວ່າ ​ເຈົ້າ​ຈະເປັນ​ສຸດ​ທີ່​ຮັກ​ຂອງ​ຂ້ອຍ​ໄດ້​ບໍ່?”

ນອກຈາກ​ນັ້ນ​ແລ້ວ ບັນດາ​ຄູ​່ບ່າວ​ສາວ ຜົວ​ເມຍ ໝູ່​ເພື່ອນ ຍັງພາກັນ​ອອກ​ໄປ​ກິນເຂົ້າ​ແລງ
​ຢູ່​ຕາມ​ຮ້ານ​ອາຫານ​ຕ່າງໆ. ຜູ້​ຊາຍ​ຈະຊື້​ດອກ​ໄມ້ ​ຫລື chocolate ​ໃຫ້​ຄູ່​ຮັກ ​ເພາະສະ​ນັ້ນ
​ເວລາ​ນີ້​ຈະ​ເຫັນ​ບັນຍາກາດ ທີ່​ເຕັມ​ໄປ​ດ້ວຍ​ສີ​ແດງ ໂດຍ​ສະ​ເພາະ​ດອກ​ກຸຫລາບ ວາງຂາຍ
​ເປັນ​ມັດ ​ຫລືຕົກ​ແຕ່​ງຢ່າງ​ງົດ​ງາ​ມຢູ່​ຕາມ​ຕະຫລາ​ດ ​ແລະ​ຮ້ານ​ອາຫານກໍ​ຕ້ອງໄດ້ຖືກ​ຈອງ​ໄວ້​ກ່ອນ​ລ່ວງ​ໜ້າຫລາຍ​ອາທິດ.

ອ້າງ​ອີ​ງ​ຕາມ​ບັນ​ທຶກຄົ້ນ​ຄວ້າ ​ຄວາມ​ເປັນ​ມາ​ຂອງ ​ວາເລນ​ທາຍ ​ນັ້ນ ແມ່ນ​ເລີ້ມຂື້ນ​ຢູ່​ໃນ ສັດ
​ຕະ​ວັດ ທີ ສາມ ​ຈາກ ຄຸນ​ພໍ່​ສາ​ສະ​ໜາ ຄາ​ໂທ​ລິກ ຊື່​ວ່າ Valentine. ​ເວ​ລາ​ນັ້ນແມ່ນສະ​ໄໝ
ອານາ​ຈັກ​ກຸງ​ໂຣມ ພາຍ​ໃຕ້​ຈັກກະພັດ Claudius II ທີ່ຊົງເຫັນ​ວ່າ ພວກຊາຍ​ໂສດ ​ທີ່ເປັນ
​ທະ​ຫານ ມີ​ສະ​ມັດ​ຖະ​ພາບດີ​ກ່ອນ ພວກ​ຜູ້​ຊາຍ​ທີ່​ແຕ່ງ​ງານ​ແລ້ວ. ດ້ວຍ​ເຫດ​ນີ້​ ຈັກ​ກະ​ພັດ
Claudius II ຈຶ່ງໄດ້​ອອກ​ກົດ​ໝາຍ​ຫ້າມ​ບໍ່​ໃຫ້​ຊາຍ​ໂສດແຕ່ງ​ງານ ​ແຕ່​ວ່າ ຄຸນ​ພໍ່ Valentine
ເຫັນ​ວ່າ​ບໍ່​ມີ​ຄວາມ​ທ່ຽງ​ທຳ ​ທ່ານ ຈຶ່ງໄດ້ລັກ​ແຕ່ງ​ງານ​ໃຫ້​ ​ແກ່ພວກ​ໜຸ່ມສາວ ທີ​ມັກ​ຮັກ​ກັ​ນ
ຢ່າງ​ລັບໆ ຫລັງຈາກ​ ຈັກ​ກະ​ພັດ Claudius ​ຮູ້ເລື້ອງກໍໄດ້ຖືກສັ່ງໃຫ້ປະ​ຫານ​ຊີ​ວິດ ​ຄຸນ​ພໍ່
Valentine ແລະ​ຕໍ່​ມາ​ຈຶ່ງມີການຕັ້ງ​ ວັນ​ແຫ່ງ​ຄວາມ​ຮັກ ​ຂື້ນ​ມາ ​ເພື່ອ​ໃຫ້​ກຽດ​ແກ່ ​ຄຸນ​ພໍ່
Valentine. ບັດ​ນີ້ ​ເຮົາ​ຫັນ​ມາ​ຟັງ​ທ່ານ​ສູນ ​ເລົ່າ​ກ່ຽວ​ກັບ​ວຽກ​ງານຮ້ອຍ​ພວງ​ມະ​ໄລ​ດອກ​ໄມ້. ທຸກໆ​ປີກ່ອນ​ໜ້າ ​ວັນ​ແຫ່ງ​ຄວາມ​ຮັກ ​ຈະ​ມາ​ເຖິງ ຮ້ານ​ຂາຍ​ພວງ​ມະ​ໄລ​ຂອງ ທ່ານ​ສູນ ຕ້ອງ​ໄດ້​ເລີ້ມ​ກະ​ກຽມ​ໄວ້​ເປັນ​ອາທິດ​.

ສາມສາວງາມ ເກາະຮາວາຍ

Your browser doesn’t support HTML5

ຟັງການສຳພາດ ທ່ານສູນ ພັນພົງສາ 7


ນັ້ນ​ແມ່ນ ລາຍການຊິວິດ​ຊາວ​ລາວ ກ່ຽວ​ກັບຄວາມ​ເປັນ​ມາຂອງ ທ່ານ​ສູນ ພັນ​ພົງສາ ທີ່​ໄດ້
​ປະສົບ​ຜົນສຳ​ເລັດ​ການ​ເຮັດ​ທຸລະ​ກິດ ​ຮ້ານ​ຂາຍພວງ​ມະ​ໄລ ​ດອກ​ໄມ້ ທີ່​ນະຄອນ Hono-
lulu ລັດ Hawaii. ກ່ອນ​ຈາກ​ກັນ​ໄປ​ວັນ​ນີ້ ຂ້າພະ​ເຈົ້າ ພ້ອມ​ດ້ວຍ​ຄະນະ​ຈັດ​ທຳ​ ວີ​ໂອ​ເອ
ພະ​ແນ​ກພາສາ​ລາວ ຂໍ​ຝາກ​ເພງ Valentine ​ນີ້ໃຫ້​ແກ່ທຸກໆ​ທ່ານ ພ້ອມ​ດ້ວຍ​ຄົນ​ຮັກ​ສຸກ​ສົດ​ຊື່ນ​ສົມ​ຫວັງ​ ຈົ່ງ​ເກີດ​ຂື້ນ​ແກ່​ທຸກໆທ່ານ Happy Valentine​.