ທ່ານຜູ້ຟັງທີ່ເຄົາລົບ ລາຍການຊີວິດຊາວລາວແລງວັນພະຫັດ
ມື້ນີ້ ເຮົາຈະນຳພາທ່ານໄປຢ້ຽມຢາມຖາມຂ່າວ ທ່ານໄຊ ອຸດົມ
ປາລະມີກະເສດຕະກອນລາວ-ອາເມຣິກັນ ເຈົ້າຂອງຟາມລ້ຽງ
ງົວແລະລ້ຽງໄກ່ ຢູ່ທີ່ລັດ Oklahoma ທາງພາກກາງ ຕອນໃຕ້
ຂອງ ສະຫະລັດ. ຟາມຂອງຄອບຄົວຂອງ ອຸດົມປາລະມີ ລ້ຽງ
ໄກ່ຫລາຍໝື່ນໂຕ ແລະລ້ຽງງົວ 50 ໂຕ ຊຶ່ງຖືວ່າເປັນທຸລະກິດ
ລ້ຽງສັດຂະໜາດນ້ອຍ. ຟາມອຸດົມປາລະມີ ມີທົ່ງຫຍ້າລ້ຽງງົວ
ກວ້າງຂວາງ ມີຫ້ວຍນໍ້າ ເຕັມໄປດ້ວຍປາ ແລະໃຊ້ຊີວິດຢູ່ແບບ
ທຳມະຊາດ. ທ່ານໄຊອຸດົມປາລະມີ ມີພື້ນຖານແນວຄິດຢ່າງ
ໃດນັ້ນ ກິ່ງສະຫວັນ ຈະນຳເລື່ອງນີ້ມາສະເໜີທ່ານ ໃນອັນດັບ
ຕໍ່ໄປ.
Your browser doesn’t support HTML5
ຟັງການສຳພາດ ທ່ານໄຊ ອຸດົມປາລະມີ
ສະຍາຍດີ ທ່ານຜູ້ຟັງທີ່ເຄົາລົບ ມື້ນີ້ຂ້າພະເຈົ້າຈະນຳພາທ່ານ
ໄປຢ້ຽມຢາມຖາມຂ່າວ ພີ່ນ້ອງລາວ-ອາເມຣິກັນ ທ່ານ ໄຊ
ອຸດົມປາລະມີ ເຈົ້າຂອງຟາມລ້ຽງງົວ ແລະລ້ຽງໄກ່ ຢູ່ທີ່ເມືອງ
Ftiro ລັດ Oklahoma. ລັດນີ້ຕັ້ງຢູ່ພາກກາງ ຕອນໃຕ້ຂອງ
ສະຫະລັດ. ທິດເໜືອຂອງລັດ Oklahoma ຕິດກັບ ລັດ Kansas ທິດໃຕ້ຕິດກັບລັດ Texas ທິດຕາເວັນອອກ ຕິດກັບລັດ Arkansas ແລະທິດຕາເວັນຕົກ ຕິດກັບລັດ New Mexico. ຊື່ຂອງລັດ Oklahoma ມີໝາຍຄວາມວ່າ “ຄົນແດງ” ມາຈາກພາສາອິນເດຍແດງ ທີ່ເຄີຍເປັນ
ຊົນເຜົ່ານຶ່ງຢູ່ໃນລັດນີ້.
ລັດ Oklahoma
ລັດ Oklahoma ມີເນື້ອທີ່ 69,898 ຕາຕະລາງໄມ ມີປະຊາ
ກອນ 3 ລ້ານ 850 ພັນ 568 ຄົນ ຮວມທັງປະຊາກອນລາວ-
ອາເມຣິກັນ ຫລາຍສິບພັນຄົນ. ລັດນີ້ມີທົ່ງຮາບພຽງ ມີອຸດສາ
ຫະກຳ ແກັສທະມະຊາດ ບໍ່ນໍ້າ ມັນ ຜະລິດຕະພັນກະສິກໍາ ບໍລິ
ສັດສ້າງເຮືອບິນ ພະລັງງານ ການສື່ສານ ແລະເທັກໂນໂລຈີ
ດ້ານຢາປົວພະຍາດ.
ທົ່ງຫຍ້າຫລັງບ້ານ ບ່ອນລ້ຽງງົວ
ທ່ານໄຊ ອຸດົມປາລະມີ ແມ່ນນັກລ້ຽງໄກ່ ແລະລ້ຽງງົວ ລາວ-
ອາເມຣິກັນຄົນນຶ່ງ ທີ່ໄດ້ມາຕັ້ງຖິ່ນຖານ ຢູ່ລັດນີ້ ເມື່ອ 35 ປີ
ກ່ອນ. ທ່ານເກີດທີ່ແຂວງຊຽງຂວາງ ໃນປີ 1964 ໃນສະໄໝ
ສົງຄາມໃນລາວ ພໍ່ແມ່ ໄດ້ພາຄອບຄົວອົບພະຍົບໜີເຂົ້າມາ
ຕັ້ງຖິ່ນຖານໃໝ່ທີ່ນະຄອນຫລວງວຽງຈັນ ໃນປີ 1969. ຕົກ
ມາເຖິງ ປີ 1979 ຄອບຄົວ ອຸດົມປາລະມີ ໄດ້ກາຍມາເປັນ
ອົບພະຍົບອີກຄັ້ງນຶ່ງ ຢູ່ໃນຈຳນວນບັນດາອົບພະຍົບລາວທີ່
ໄດ້ພາກັນເຂົ້າມາຕັ້ງຖິ່ນຖານ ຢູ່ໃນ ສະຫະລັດ. ຄອບຄົວ
ອຸດົມປາລະມີ ໄດ້ມາຕົກຢູ່ພາກກາງຂອງ ສະຫະລັດ ທີ່ລັດ
Oklahoma ແລະກໍໄດ້ທຳມາຫາກິນຢູ່ທີ່ນັ້ນມາຈົນເຖິງເທົ່າ
ປັດຈຸບັນ.
ຂວ່າງແຫ
ທ່ານໄຊ ມີອ້າຍເອື້ອຍນ້ອງນຳກັນຫົກຄົນ ຮຽນສຳເລັດອະ
ນຸປລິນຍາຫຼາຍຝ່າຍ ເຊັ່ນວ່າແປງລົດ ຝ່າຍອີເລັກໂຕຣນິກ
ການຮັກສາບຸຣະນະໂຮງງານອຸດສາຫະກຳແລະປັດຈຸບັນນີ້
ສາມາດຂັບເຮືອບິນ Cessa ແລະກຳລັງຮຽນເປັນອາຈານ
ສອນ.
ຄອບຄົວ ທ່ານໄຊ ອຸດົມປາລະ ມີຟາມລ້ຽງໄກ່ໃນລະຫວ່າງ
50 ຫາ 75,000 ໂຕ ລ້ຽງສົ່ງອອກຂາຍໃຫ້ແກ່ບໍລິສັດ O.K
Food ແລະມີຟາມລ້ຽງງົວ 50 ກວ່າໂຕ ເພື່ອນຳເອົາລູກງົວ
ໄປປະມູນຂາຍ. ທ່ານໄຊ ເປັນຄົນມັກຢູ່ກັບທຳມະຊາດ ມັກລ້ຽງສັດ ຫາປູຫາປາ
ແລະໂຫ່ເນື້ອທ່ານໄດ້ເລົ່າຊີວິດຄວາມເປັນມາ ແລະການຢູ່ກິນຂອງທ່ານສູ່
ວີໂອເອ ຟັງວ່າ :
ຍິງກວາງ ຢູ່ຫລັງບ້ານ
Your browser doesn’t support HTML5
ຟັງການສຳພາດ ທ່ານໄຊ ອຸດົມປາລະມີ 1
ກ່ຽວກັບດ້ານການຫາຢູ່ຫາກິນຂອງປະຊາຄົມລາວສ່ວນໃຫຍ່ຢູ່ໃນຂົງເຂດດັ່ງກ່າວນີ້ ທ່ານໄຊ ໄດ້ເລົ່າສູ່ຟັງວ່າ :
ທ່ານໄຊ ແລະລູກສາວ
Your browser doesn’t support HTML5
ຟັງການສຳພາດ ທ່ານໄຊ ອຸດົມປາລະມີ 2
ສະຫະລັດ ເປັນປະເທດທີ່ກວ້າງໃຫຍ່ໄພສານ ໂດຍສະເພາະຢູ່ພາກກາງ ຈະເປັນທົ່ງຮາບພຽງ ມີໂຮງງານອຸດສາຫະກຳຕ່າງໆ ແລະຖືວ່າເປັນເຂດຊົນນະບົດ. ບັນຍາກາດດັ່ງກ່າວນີ້ ເປັນທີ່ເໝາະສົມແກ່ ຊາວລາວ-ອາເຣິກັນ ຜູ້ມັກປູກຝັງ ລ້ຽງສັດ ຢູ່ແບບງຽບໆກັບທຳມະຊາດ ທີ່ມີນໍ້າ ໝອກຕົກໃນຕອນເຊົ້າ ແລະມີແສງຕາເວັນຢູ່ຕະຫລອດມື້ ປາດສະຈາກຕຶກສູງ ເພາະສະນັ້ນ ການໃຊ້ຊີວິດຢູ່ບ່ອນເປີດກວ້າງ ມີອາກາດສົດ ບໍ່ແອອັດ ບໍ່ມີສຽງນອງນັນນັ້ນ ເປັນຊີວິດຈິດໃຈຄວາມມ່ວນຊື່ນຊຶ່ງ ທ່ານໄຊ ໄດ້ກ່າວມ້ວນທ້າຍວ່າ :
ງົວກະທິງເທິກ
Your browser doesn’t support HTML5
ຟັງການສຳພາດ ທ່ານໄຊ ອຸດົມປາລະມີ 3
ນັ້ນແມ່ນການສຳພາດ ທ່ານໄຊ ອຸດົມປາລະມີ ນັກລ້ຽງໄກ່ ແລະລ້ຽງງົວ ຢູ່ທີ່ລັດ Oklahoma ຊຶ່ງເປັນຜູ້ນຶ່ງທີ່ປະສົບຜົນສຳເລັດໃນການປະກອບອາຊີບ ແລະຕັ້ງຊີວິດໃໝ່. ແລງວັນພະຫັດໜ້າເຮົາຈະນຳເລື້ອງລາວກ່ຽວກັບຊີວິດ ຊາວລາວໃນຕ່າງແດນມາສະເໜີທ່ານໃໝ່ອີກ ໂປດຕິຕາມຮັບຟັງ