ຢ້ຽມຢາມຖາມຂ່າວ ຄອບຄົວ ບູລົມ ທີ່ເມືອງ Erquy ປະເທດຝຣັ່ງ (ສະໄລດ໌)

  • ກິ່ງສະຫວັນ ປະຖຳມະວົງ

ຄອບຄົວ ທ່ານ Richard Sombat Boulom ແລະທ່ານນາງ Cathie ພ້ອມດ້ວຍລູກໆ ທີ່ເມຶອງ Erquy ຢູ່ພາກຕາເວັນຕົກສຽງ ເໜືອສຸດຂອງ ປະເທດຝຣັ່ງ

ສະບາຍດີທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ພົບ​ກັນ​ອີກ​ຕາມ​ເຄີຍ ​ໃນ​ເວລາ​ນີ້
ທຸກໆ​ແລງ​ວັນ​ພະຫັດ ​ໃນ​ລາຍການ​ຊີວິດ​ຊາວ​ລາວ ​ໃນ​ຕ່າງ​ແດນ
​ຂອງ ວີ​ໂອ​ເອ ຊຶ່ງ​ແລງ​ມື້​ນີ້ ຂ້າ​ພະ​ເຈົ້າ ຈະ​ພາ​ທ່ານ​ໄປຢ້ຽມ​ຢາມ
​ຖາມ​ຂ່າວຄອບ​ຄົວ ລາວ​-ຝ​ຣັ່ງ ​ຄື ຄອບຄົວ ທ່ານ Richard
Sombat Boulom (ມີຊື່​ຫລີ້ນວ່າ ແກະ) ຢູ່ທີເມືອງ Erguy
ປະເທດຝຮັ່ງ.

ທ່ານ​ Richard ເກີດ​ຢູ່ ນະ​ຄອນຫລວງ​ວຽງ​ຈັນ ໄດ້ຕິດຕາມຄອບ
ຄົວ​ໄປຕັ້ງຖິ່ນຖານຢູ່ປະເທດຝຣັ່ງ ໃນປີ 1975 ເວລານັ້ນອາຍຸໄດ້
8 ປີທ່ານ ເປັນລູກຊາຍຄົນທີ່ສອງ ຂອງອ້າຍເອື້ອຍນ້ອງນຳ​ກັນ
ສາມຄົນ ທີ່​ເປັນນັກວິສະວະກອນທັງ​ສາມ​ຄົນ. ທ່ານ Richard
ເປັນລູກຊາຍຂອງ ທ່ານ Marc ບູລົມ ​ແລະທ່ານນາງຄຳແພງ
ບູລົມ. ທ່ານ Marc Boulom ​ເປັນອະດີດລັດຖະກອນກະຊວງໂຍທາ ແຫ່ງພະລາດ
ຊະອານາຈັກລາວ.

ແຕ່​ກ່ອນ​ອື່ນ ຂໍ​ແນະນຳ​ໃຫ້​ທ່ານໄດ້​ຮູ້​ຈັກກັບ​ພູ​ມີ​ພາກ ແລະບັນ​ຍາ​ກາດສິ່ງ​ແວດ​ລ້ອມຂອງ
ປະ​ເທດ​ຝ​ຣັ່ງ​ເສຍ​ກ່ອນວ່າ ເມືອງ Erquy ນີ້​ຕັ້ງ​ຢູ່ບ່ອນ​ໄດ​ກັນ​ແທ້. ປະ​ເທດ​ຝ​ຣັ່ງ​ ແບ່ງ​ອອກ
​ເປັນ 26 ຂົງ​ເຂດ. ນະຄອນ​ປາຣີ ​ເມືອງ​ຫລວງ​ຂອງຝຣັ່ງ ຕັ້ງ​ຢູ່ IIe de France ຊຶ່ງ​ມີ​ປະຊາ
ກອນ​ຢູ່​ຢ່າງ​ໜາ​ແໜ້ນ​ເກືອ​ບ 11 ລ້ານ​ຄົນ ຮ່ວມ​ທັງ​ປະຊາກອນ​ລາວ-ຝຣັ່ງ. ນອກຈາກ​ນັ້ນ
ປະຊາ​ຄົມ​ລາວ-ຝຣັ່ງ ພາກັນ​ແຈກ​ຢາຍ​ກັນ​ອອກ​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່​ຕາມ​ຂົງ​ເຂດ​ຕ່າງໆ​ທົ່ວ
​ປະ​ເທດ.

ພາສາ​ຝຣັ່ງ​ເປັນ​ພາສາ​ການ​ທູດ ທີ່ມີ​ຄົນ​ປາກ​ ​ແລະ​ໃຊ້​ເປັນ​ພາສາ​ລາດ​ຊະ​ການ ຮ່ວມກັບ
​ພາສາ​ອັງກິດ ຫລາຍ​ທີ່​ສຸດ​ໃນ​ໂລກ. ຊາວ​ຝຣັ່ງ​ເປັນ​ຊົນ​ຊາດ​ທີ່​ຮູ້ຈັກ​ໃຊ້​ຊີວິດ​ຢູ່​ດີ​ກິນ​ດີ ມັກ
​ດື່ມ​ເຫລົ້າ​ແວງ (vin) ກິນ​ເນີຍ ຫລື fromage ​ແລະ​ຕ້ອງ​ມີ​ການ​ພັກຜ່ອນ​ປະ​ຊໍາ​ປີ ​ໃນ​ຍາມ
ລະ​ດູ​ຮ້ອນຊຶ່ງ​ເຂົາ​ເຈົ້າຖື​ວ່າ​ ເປັນ​ເວລາ​ອັນ​ສໍາຄັນ ທີ່​ສຸດ​ປະ​ຈໍາ​ຊີວິດ ຊຶ່ງ​ລັດຖະບານ​ອານຸ
ຍາດ​ໃຫ້​ພັກ​ຍາ​ດົນ​ເຖິງ​ສາມ​ເດືອນ.


ສຸສານ ທະຫານ ສະຫະລັດ ທີ່ Normandy


ບັດ​ນີ້ ຂ້າ​ພະ​ເຈົ້າ ຂໍແນະນຳໃຫ້​ທ່ານ​ໄດ້​ຮູ້​ຈັກ​ກັບ ຄອບ​ຄົວທ່ານ
Richard Sombat Boulom ຢູ່​ທີ່ເມືອງ Erguy ​ຊຶ່ງເປັນ​ເມືອງ
ນ້ອຍໆເກົ່າ​ແກ່​ ​ຕັ້ງ​ຢູ່​ປາກ​ອ່າວ St-Brieuc ຢູ່​ທາງ​ພາກຕາ​ເວັນ​
ຕົກ​ສຽງເໜືອສຸດ​ ຕິ​ດຕໍ່​ກັນໄປອີກນັ້ນ​ກໍ່​ແມ່ນ​ຊ່ອງ​ແຄບ​ອັງ​ກິດ
ແລະ ​ຝ​ຣັ່ງ. ເມືອງ Erquy ຕັ້ງ​ຢູ່​ຂົງ​ເຂດ Bretagne ​ຊຶ່ງ​ມັກ​ຮ້ອງ​
ເປັນພາ​ສາ​ອັງ​ກິດ ວ່າ Brittani ຕິດ​ກັບ​ຂົງ​ເຂດ​ Normandy
ທີ່​ມີ​ຊື່​ສຽງຢູ່​ໃນ​ສະ​ໄໝ​ສົງ​ຄາມ​ໂລກ​ຄັ້​ງ​ທີ່​ສອງ​. ໃນ​ປີ 194​4 ​
ສະ​ຫະ​ລັດ ແລະພັນ​ທະ​ມິດ ​ໄດ້ຍົກ​ພົນ​ຂື້ນ​ບົກຢູ່​ຫາດ​ຊາຍ
Omaha ຂັບ​ໄລ່ ເຢຍ​ລະ​ມັນອອກ​ຈາກຝ​ຣັ່ງ. ການ​ສູ້​ລົບເພື່ອ​ກູ້​
ເອົາ​ເອກ​ກະລາດ​ຝຣັ່ງຄືນ​ມາ ໄດ້​ເຮັດ​ໃຫ້ ທະ​ຫານ ສະ​ຫະ​ລັດ ທັງ​ໝົດ 9,387 ຄົນ​ເສຍ​ຊີວິດ​
ຢູ່​ ໃນດິນແດນຂອງຝຣັ່ງດ້ວຍ​ເຫດ​ນີ້ ​ທະຫານ ສະຫະລັດ ສ່ວນ​ນຶ່ງຈຶ່ງ​ໄດ້ຖືກ​ຝັງ​ໄວ້ສຸສານ
​ແຫ່ງ​ນີ້ ຢູ່ເມຶ​ອງ Colleville-sur mer ​ແຄມ​ທະ​ເລ ທີ່​ຫົວ​ຫາດ Omaha Beach​ ຊ່ອງ​ແຄບ
ອັງກິດ ອັນ​ໄດ້​ກາຍ​ມາເປັນບ່ອນທ່ອງທ່ຽວ ທີ່​ມີ​ຊື່​ສຽງທີ່​ສຸດ​.

ເມືອງ Erguy ບ່ອນ​ທີ່​ຄອບ​ຄົວທ່ານ Richard ຕັ້ງ​ຄອບຄົວ​ຢູ່​ນີ້ມີ​ປະ​ຫວັດ​ສາດ​ອັ​ນຍາວ​ນານ
​ ມາ​ຕັ້ງ​ແຕ່​ຕົ້ນ​ສັດ​ຕະ​ວັດທີ່​ນຶ່ງ ຊຶ່ງ​ມີ​ຊາວ Celtic ຊາວ​ເດີນ​ເຮືອ Viking ​ຊາວ Roman ແລະ
​ອັງກິດ ​ເດີນທາງ​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່ ຈົນ​ຕົກ​ມາ​ເຖິງ​ຊາວຝ​ຣັ່ງ ທີ່​ໄດ້​ສັບ​ປ່ຽນພາ​ກັນ​ເຂົ້າ​ມາຢູ່ປະ
​ປົນ ໃນ​ຂົງ​ເຂດ​ປາກ​ອ່າວ St-Brieuc ຊຶ່ງ​ຄັ້ງ​ນຶ່ງເຄີຍ​ເປັນ​ປ້ອມ​ຍາມ. ເມືອງ Erquy ​ບໍ່​ມີ​ໂຮງ​
ຈັກໂຮງ​ງານ ​ອຸດ​ສາ​ຫະ​ກຳ​ໃດໆ ນອກ​ຈາກເປັນເມືອງຫາປານ້ອຍໆ. ເພາະສະ​ນັ້ນ ເມືອງ​
Erquy ນີ້ຈຶ່ງອຸ​ດົມ​ສົມ​ບຸນ​ໄປ​ດ້ວຍ​ອາ​ຫານ​ທະ​ເລ ມີ​ຫາດ​ຊາຍ​ສີ​ຊົມ​ພູງາມສະ​ອາດ ເປົ່າ​ແປນ
ປາ​ດ​ສະ​ຈາກ​ຝູງ​ຊົນ​ອັນ​ໜາ​ແໜ້ນ ມີໂງ່ນ​ຫີນ​ກ້ຽງງາມຢາຍ​ຢູ່ຕາມ​ຊາຍ​ຫາດ​ ແລະຢູ່​ເລາ​ະ​
ລຽບແຄ​ມ​ຝັ່ງທະ​ເລ ມີ​ຜາ​ຊັນ​ທີ່ປົກຄຸມໄປ​ດ້ວຍດອ​ກ​ໄມ້ທຳ​ມະ​ຊາດ.

ດອກໄມ້ທໍາມະຊາດ ທີ່ເກີດຢູ່ຕາມກໍາແພງຫີນ


ປັດ​ຈຸ​ບັນ​ນີ້ເມືອງ Erquy ມີ​ປະ​ຊາ​ກອນ​ຢູ່ສາມ​ພັນ​ກ​ວ່າ​ຄົນ 60
ເປີ​ເຊ່ນ ​ແມ່ນ​ຜູ້​ອາ​ວຸ​ໂສ​ອອກກິນ​ເບ້ຍ​ບຳ​ນານ​ແລ້ວ​ພາກັນ ພັກ
ພາ​ອາ​ໄສ​ຢູ່​ທີ່​ນີ້. ເມືອງ Erquy ​ເປັນເມືອງງຽບສະ​ຫງົບ​ທີ່​ສຸດ ບໍ່
ມີ​ຕຶກ​ສູງ ບໍ່​ມີ​ລົດ​ແລ່ນ​ໄປ​ມາ​ຫລາຍ ບໍ່​ມີ​ໄຟ​ຈາ​ລະ​ຈອນ ເຮືອນ​
ຊານ​ບ້ານ​ຊອງ​ສ່ວນ​ຫລາຍ​ປຸ​ກ​ດ້ວຍ​ກ້ອນ​ຫີນ ​ມີ​ຖະ​ໜົນ ​ເປັນ​
ຮ່ອມ​ແຄບໆແລະກຳ​ແພງ​ຫີນອ້ອ​ມ​ບ້ານເຮືອນ ທີ່ບອກເຖິງປະ​
ຫວັດ​ສາດຄວາມ​ຈະ​ເລີນ​ອັນ​ເກົ່າ​ແກ່​ໂບຮານ.

ຮ່ອມບ້ານ Erquy ທີ່ສ້າງດ້ວຍກ້ອນຫີນ


ເລີ້ມແຕ່ເດືອນເມສາ ​ໄປ​ຈົນ​ຮອດ​ເດືອນສິງຫາ ຢູ່​ທຸກໆ​ຮ່ອມ​ທຸກ
​ແຈ ​ຕາມ​ຝາ​ກຳ​ແພງ​ຫີນມີດອກ​ໄມ້​ທຳ​ມະ​ຊາດ​ ເກີດ​ຈັບ​ຫ້ອຍ
​ບານເຕັມແລະໃນ​ລະ​ດູ​ຮ້ອນ ​ທ້ອງ​ຟ້າຈະແຈ້ງ​ສະ​ວ່າງ​ຢູ່​ຈົນ​ເຖິງ
10 ໂມງ​ຕອນ​ແລງ ຈຶ່ງ​ໝົດ​ແສງ​ຕາ​ເວັນ.

ເມືອງ​ສະ​ຫວັນ​ລັ​ບ​ລີ້ແຫ່ງນີ້ ​ມີຄອບ​ຄົວ​ເຊື້ອ​ສາຍ​ລາວຄອບຄົວ
ນຶ່ງອາໄສຢູ່ ຄືຄອບຄົວຂອງທ່ານ Richard Sombat Boulom ​ທີ່ເປັນນັກວິຊະວະກອນວັດ​ຖຸ ຫລື Materials Engineer ໄດ້
ແຕ່ງງານ​ກັບຄົນ​ຝ​ຣັ່ງ ທ່ານ​ນາງ Cathie. ປັດ​ຈຸ​ນັນ​ນີ້​ມີ​ລູກ​ສາວ
ແລະ​ລູກ​ຊາຍ ທີ່​ໜ້າຮັກນຳ​ກັນ​ຫ້າ​ຄົນ ແລະ​ກໍ​ເປັນ​ຄ​ອບ​ຄົວ ລາວ
-ຝ​ຣັ່ງ ຄອບ​ຄົວ​ດຽວ​ເທົ່າ​ນັ້ນ ທີ່​ຕັ້ງ​ຖິ່ນ​ຖານ​ຢູ່ເມືອງນີ້.

ທ່ານ Richard ຮຽນ​ຈົບປະ​ລິນ​ຍາ​ໂທ ໃນ​ປີ 1998 ຝ່າຍວິ​ສະ​ວະ​ກອນຈາກ​ມະ​ຫາ​ວິທະ​
ຍາ​ໄລປ​າ​ຣີ ຫລື Paris Universite Conservatoire National des Arts et Metiers
ຊຶ່ງ​ເປັນ​ສະ​ຖາ​ບັນເກົ່າ​ແກ່​ ອັນ​ມີກຽດສູງສຸດຂອງ​ປະ​ເທດຝ​ຣັ່ງ ທີ່​ເນັ້ນ​ໜັກໃນຫລັກ​ສູດ ວິຊາການ​ຜະ​ລິດ​ຄິດ​ສ້າງ ວິ​ທະ​ຍາ​ສາດ ​ເຄຶ່ອງຈັກຕ່າງໆ ການ​ອອກແບບ​ແຜນອາ​ຄານ​
ບ້ານ​ເຮືອນ ​ເຄມີ ຄະນິດສາດ ຄອມ​ພິວ​ເຕີ ​ການ​ບໍລິຫານ ​ແລະ​ການ​ປົກຄອງ ​ ທີ່ຕ້ອງ​ໄດ້​
ຜ່ານການ​ສອບ​ເສັງແຂ່ງ​ຂັນກັນເຂົ້າ​ ຢ່າງ​ເຄັ່ງ​ຂັດ ແລະ​ຍາກ.

ປັດ​ຈຸ​ບັນ​ນີ້ ທ່ານ Richard ​ເຮັດ​ວຽກເປັນ​ຫົວ​ໜ້າ​ຫ້ອງ​ການ Labolatoire ​ຫລື​ຫ້​ອງວິໄຈ
ກ່ຽວ​ກັບວັດ​ຖຸໃຫ້ແກ່ ບໍລິສັດ Parker ຊຶ່ງ​ເປັນ​ບໍ​ລິ​ສັດ ຂອງ​ອາ​ເມ​ຣິ ກາ ​ທີ່​ຕັ້ງ​ຢູ່​ໃນ​ປະ​ເທດ
​ຝ​ຣັ່ງ​ ​ແລະທ່ານ​ກໍ​ເປັນ ຄົນ​ເຊື້ອສາຍ​ລາວ​ຄົນ​ດຽວ ທີ່ໄດ້​ເຮັດ ວຽກ​ຢູ່​ໃນ​ບໍລິ​ສັດ​ນີ້ມາ​ເປັນ​ເວ​
ລ​າ​ຫ້າ​ປີ​ແລ້ວ. ແຕ່​ລະ​ມື້ ​ທ່ານ Richard ຕ້ອງ​ໄດ້​ຂັບ​ລົດຖ້ຽວ​ນຶ່ງ ​ໃຊ້​ເວລາ​ສອງຊົ່ວ​ໂມງ ​
ໄປເຮັດ​ວຽກ​ຢູ່ອີ​ກເມືອງ​ນຶ່ງ ຄືເມືອງ Rennes. ​ທ່ານ Richard ໄດ້​ເລົ່າ​ເຖິງຊີ​ວິດການ​ເປັນ
ຢູ່​ຂອງ​ທ່ານ​ສູ່ ວີ​ໂອ​ເອ ​ວ່າ :

Your browser doesn’t support HTML5

ຟັງການສໍາພາດ ທ່ານ Richard Sombat Boulom




ພາບຈາກ ເມືອງ Erquy



ທ່ານ Richard ​ໄດ້​ມາ​ໃຫຍ່​ຢູ່​ປະ​ເທດ​ຝຣັ່ງ ແລະ​ດໍາລົງ​ຊີວິດ​ຢູ່​ໃນ​ປະ​ເທດ​ນີ້ ​ເປັນ​ເວລາ 30
ປີແລ້ວ ​ແລະ​ເວລາ​ນີ້ມີ​ອາຍຸ 46 ປີ ຍັງ​ມັກ​ກິນ​ເຂົ້າໜຽວ ກັບ​ອາຫານພື້ນ​ເມືອງ​ລາວ ​ແລະສາ
ມາດ​ປາກ​ພາສາ​ລາວ ​ໄດ້​ດີ​ສົມຄວນ ​ແຕ່​ວ່າບໍ່​ມີ​ໂອກາດ​ໄດ້​ກັບ​ຄືນໄປ​ຢ້ຽ​ມຢາມ​ເມືອງລາວ
ຈັກ​ເທຶ່ອ ແລະ ​ຍັງ​ມີ​ຄວາມ​ຊົງ​ຈໍາ​ຢູ່ໃນ​ສະ​ໃໝ​ຍັງ​ເປັນເດັກນ້ອຍນັ້ນ​ຢູ່ ທ່ານ​ມີ​ແຜນ​ຈະ​ເດີນ
ທາງ​ໄປເທດ​ລາວໃນ​ປີໜ້າ​ນີ້ ​ແລະ ​ມີ​ຄວາມ​ຕື່ນ​ເຕັ້ນ​ທີ່​ສຸດທີ່​ຈະ​ໄດ້ເດີນທາງ​ໄປ​ຢ້ຽມຢາມ​
ບ້ານເກີດ​ເມືອງ​ນອນ​ອີກ​ຄັ້ງ​ນຶ່ງ.

ກິ່ງສະຫວັນ ປະຖໍາມະວົງ, ຕອນຢ້ຽມຢາມເມືອງ Erquy